ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີລາຍງານວ່າ ນັກວິທະຍາສາດອັງກິດ ພວມພັດທະນາ ຢາວັກຊີນ ທີ່ຕ້ານທຸກເຊື້ອໄວຣັສ ໂຄໂຣນາ


ອີວາ ນຸ່ງເຄື່ອງເປັນາຍໝໍ ນັ່ງກັບເຈົ້າຂອງໆລາວ ເທິງເວທີ ໃນລະຫວ່າງບຸນພາໝາຍ່າງປະຈຳປີ ທີ່ນະຄອນຣິໂອ ເດິຈາແນໂຣ ປະເທດບຣາຊີລ ເມື່ອວັນທີ13 ກຸມພາ 2021.
ອີວາ ນຸ່ງເຄື່ອງເປັນາຍໝໍ ນັ່ງກັບເຈົ້າຂອງໆລາວ ເທິງເວທີ ໃນລະຫວ່າງບຸນພາໝາຍ່າງປະຈຳປີ ທີ່ນະຄອນຣິໂອ ເດິຈາແນໂຣ ປະເທດບຣາຊີລ ເມື່ອວັນທີ13 ກຸມພາ 2021.

ມີຜູ້ຕິດໂຄວິດ-19 ຢູ່ໃນທົ່ວໂລກ 108 ລ້ານ 5 ແສນຄົນ ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ ໃນວັນອາທິດວານນີ້. ສະຫະ ລັດເປັນປະເທດທີ່ຕິດຫຼາຍກວ່າໝູ່ ມີ 27 ລ້ານ 5 ແສນກໍລະນີ ຕິດຕາມດ້ວຍປະເທດອິນເດຍ 10 ລ້ານ 9 ແສນກໍລະນີ ແລະບຣາຊີລ 9 ລ້ານ 8 ແສນກໍລະນີ.

ໜັງສືພິມເຕເລກຣາຟ (Telegraph) ລາຍງານວ່າ ພວກນັກວິທະຍາສາດຂອງອັງກິດກຳລັງພັດທະນາຢາວັກຊີນສາກົນທີ່ສາມາດຮັບມືກັບໄວຣັສໂຄໂຣນາກາຍ ພັນໃໝ່ທຸກຊະນິດ ແລະອາດສາມາດນຳໃຊ້ໄດ້ພາຍໃນເວລານຶ່ງປີ.

ໜັງສືພິມຂອງອັງກິດ ລາຍງານວ່າ ພວກນັກວິທະຍາສາດ ທີ່ມະຫາວິທະຍາໄລ ນັອດຕິງແຮມ (Nottingham) ພວມຢູ່ໃນລະຫວ່າງການພັດທະນາຢາວັກຊີນທີ່ແນເປົ້າໝາຍໃສ່ຈຸດໃຈກາງຂອງເຊື້ອໄວຣັສແທນທີ່ຈະແມ່ນໜາມທີ່ເປັນໂປຣຕີນຊຶ່ງຢາວັກຊີນໃນປັດຈຸບັນໄດ້ເພັ່ງເລັງໃສ່.

ການແນເປົ້າໝາຍໃສ່ຈຸດສູນກາງ ແມ່ນຫຼຸດຜ່ອນໃນຄວາມຈຳເປັນທີ່ຈະຕ້ອງໄດ້ມີການປັບປ່ຽນຢູ່ເລື້ອຍໆຂອງຢາວັກຊີນ ທີ່ມີຢູ່ໃນເວລານີ້ ຂະນະທີ່ເຊື້ອໄວຣັສກາຍພັນ.

ໜັງສືພິມເຕເລກຣາຟ ຍັງກ່າວວ່າ ໂປຣຕີນທີ່ພົບເຫັນຢູ່ໃນຈຸດໃຈກາງຂອງເຊື້ອໄວຣັສ ແມ່ນມີຄວາມເປັນໄປໄດ້ໜ້ອຍລົງຫຼາຍທີ່ຈະປັບໂຕ ໝາຍຄວາມວ່າຢາວັກຊີນສາມາດທີ່ຈະປ້ອງກັນຕໍ່ເຊື້ອໄວຣັສທີ່ກາຍພັນທັງໝົດໄດ້ແລະໃນທາງທິດສະດີແລ້ວຈະມີອາຍຸຍືນກວ່າ.

ຜູ້ຊາຍອາຍຸ 58 ປີຄົນນຶ່ງຢູ່ປະເທດຝຣັ່ງ ມີລາຍງານວ່າ ແມ່ນບຸກຄົນທຳອິດທີ່ໄດ້ຕິດເຊື້ອໄວຣັສເປັນເທື່ອທີສອງ ດ້ວຍສາຍພັນອາຟຣິກາໃຕ້ ຊຶ່ງເປັນສາຍພັນທີ່ມີຄວາມສາມາດຕິດຕໍ່ໄດ້ສູງ.

ການຕິດເປັນເທື່ອທີສອງຂອງຊາຍຄົນນີ້ແມ່ນ “ເປັນໄປໄດ້ຍາກໃນການປະເມີນຄ່າທີ່ຕ່ຳເກີນໄປ” ອີງຕາມພວກນັກຂຽນບົດຄວາມຂອງວາລະສານການຕິດແປດທາງຄລີນິກຂອງພະຍາດຕິດຕໍ່.

ໃນອີກດ້ານນຶ່ງ ຫົວເມືອງທີ່ໃຫຍ່ສຸດຂອງນິວຊີແລນ ຈະຖືກປິດເປັນເວລາ 3 ມື້ ຊຶ່ງເປັນການປິດເມືອງເທື່ອທຳອິດຂອງນິວຊີແລນໃນໄລຍະ 6 ເດືອນ. ການປິດນະຄອນອັອກແລນ ມີຂຶ້ນຫຼັງຈາກໄດ້ຄົ້ນພົບສະມາຊິກ 3 ຄົນໃນຄອບຄົວ ຄືພໍ່ ແມ່ ແລະລູກສາວ ຕິດພະຍາດໂຄວິດ.

ສ່ວນໃນເຂດອື່ນໆຂອງປະເທດ ຈະເພີ້ມການຈຳກັດຮັດແຄບຫຼາຍຂຶ້ນກວ່າເກົ່າ.

ນິວຊີແລນແມ່ນເປັນທີ່ຮູ້ກັນແລ້ວວ່າໄດ້ກຳຈັດການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາຢູ່ໃນເຂດທ້ອງຖິ່ນ ແຕ່ກໍຍັງມີການພົບເຫັນການຕິດເຊື້ອໄວຣັສໃນໝູ່ພວກນັກເດີນທາງໄປນິວຊີແລນ ຊຶ່ງຫຼັງຈາກນັ້ນກໍໄດ້ຖືກສັ່ງໃຫ້ກັກໂຕເພືີ່ອຮັກສາໂຣກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG