ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອຍະການ ກ່າວວ່າ ມີຫຼັກຖານ 'ທີ່ຈະແຈ້ງແລະຖ້ວມລົ້ນ' ທີ່ວ່າ ທ່ານທຣຳ ຍຸແຍ່ໃຫ້ເກີດຄວາມວຸ້ນວາຍ


ໃນຮູບທີ່ຖ່າຍຈາກວີດີໂອນີ້ ພວກໄອຍະການຈາກສະພາຕ່ຳ ທ່ານເຈມີ ຣາສກິນ (Jamie Raskin) ພວມກ່າວໂຕ້ແຍ້ງ ໃນການດຳເນີນຄະດີເທື່ອທີ 2 ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ສະພາສູງ ສະຫະລັດ ເມື່ອວັນທີ 10 ກຸມພາ 2021. (Senate Television via AP)
ໃນຮູບທີ່ຖ່າຍຈາກວີດີໂອນີ້ ພວກໄອຍະການຈາກສະພາຕ່ຳ ທ່ານເຈມີ ຣາສກິນ (Jamie Raskin) ພວມກ່າວໂຕ້ແຍ້ງ ໃນການດຳເນີນຄະດີເທື່ອທີ 2 ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ສະພາສູງ ສະຫະລັດ ເມື່ອວັນທີ 10 ກຸມພາ 2021. (Senate Television via AP)

ຄະນະໄອຍະການ ທີ່ຟ້ອງຮ້ອງອະດີດປະທານາທິບໍດີດໍໂນລ ທຣຳ ໂຕ້ຖຽງວ່າ ມີຫຼັກຖານ “ທີ່ຈະແຈ້ງແລະຖ້ວມລົ້ນ” ທີ່ອະດີດປະທານາທິບໍດີ ໄດ້ຍຸແຍ່ ໃຫ້ມີການກໍ່ຄວາມວຸ້ນວາຍ ໂດຍສົ່ງຝູງຊົນທີ່ສະໜັບສະໜຸນທ່ານໄປຍັງຫໍລັດຖະສະພາສະຫະລັດໃນເດືອນແລ້ວ ເພື່ອປະເຊີນໜ້າກັບສະມາຊິກລັດຖະສະພາໃນຂະນະທີ່ພວກທ່ານໃຫ້ການຢັ້ງຢືນວ່າ ທ່ານໄດ້ເສຍໄຊໃນການເລືອກຕັ້ງເມື່ອເດືອນພະຈິກໃຫ້ແກ່ຜູ້ສະໝັກຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ.

ໃນຄຳຖະແຫຼງປິດຄະດີນັ້ນ ຫົວໜ້າໄອຍະການທີ່ທຳການຟ້ອງຮ້ອງ ສະມາຊິກສະພາຕ່ຳເຈມີ ຣາສກິນ (Jamie Raskin) ຈາກລັດແມຣີແລນ ກ່າວຕໍ່ສະມາຊິກສະພາສູງ 100 ທ່ານ ທີ່ເຮັດໜ້າທີ່ເປັນຄະນະຕຸລາການໃນການດຳເນີນຄະດີຟ້ອງຮ້ອງທ່ານທຣຳນັ້ນວ່າພວກທ່ານຄວນໃຊ້ “ສາມັນສຳນຶກກ່ຽວກັບວ່າແມ່ນຫຍັງໄດ້ເກີດຂຶ້ນຢູ່ທີ່ນີ້."

ທ່ານຣາສກິນ ກ່າວວ່າ “ມັນເປັນຫຼັກການພື້ນຖານທີ່ວ່າ ບໍ່ມີຜູ້ໃດສາມາດຍຸແຍ່ໃຫ້ເກີດການຈະລາຈົນ” ຢູ່ໃນລະບອບປະຊາທິປະໄຕຂອງອາເມຣິກັນໄດ້.

ແຕ່ທ່ານກໍໂຕ້ແຍ້ງວ່າ ທ່ານທຣຳໄດ້ຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານຫຼາຍຮ້ອຍຄົນເດີນຂະບວນໄປຍັງຫໍລັດຖະສະພາເມື່ອວັນທີ 6 ມັງກອນແລະຫຼັງຈາກນັ້ນ ເວລາພວກເຂົາບຸກເຂົ້າໄປໃນຕຶກອາຄານແລ້ວ ກໍພາກັນທັບປະຕູປ່ອງຢ້ຽມຊອກຄົ້ນຫາເອກກະສານຢູ່ຕາມຫ້ອງການຕ່າງໆ ແລະຕໍ່ສູ້ກັບພວກຕຳຫຼວດຢູ່ທີ່ນັ້ນ ທ່ານກໍ “ບໍ່ໄດ້ເຮັດຫຍັງເປັນເວລາຢ່າງໜ້ອຍສອງຊົ່ວໂມງ” ເພື່ອຍຸຕິການກໍ່ຄວາມວຸ້ນວາຍ ທີ່ເຮັດໃຫ້ຫ້າຄົນເສຍຊີວິດ ຮວມທັງຕຳຫຼວດຫໍລັດຖະສະພາຄົນນຶ່ງ.

“ທ່ານໄດ້ທໍລະຍົດຕໍ່ພວກເຮົາ” ນັ້ນຄືຄຳເວົ້າຂອງທ່ານຣາສກິນ ທີ່ໄດ້ກ່າວເຖິງອະດີດຜູ້ນຳຂອງສະຫະລັດ ຊຶ່ງສະໄໝການດຳລົງຕຳແໜ່ງ ເປັນເວລາ 4 ປີຂອງທ່ານໄດ້ສິ້ນສຸດລົງເມື່ອວັນທີ 20 ມັງກອນຜ່ານມາ ຂະນະທີ່ທ່ານໄບເດັນສາບານໂຕເຂົ້າຮັບໜ້າທີ່ ເປັນປະທານາທິບໍດີຄົນທີ 46 ຂອງປະເທດ. “ທ່ານໄດ້ຍຸແຍ່ ໃຫ້ມີການກໍ່ຄວາມວຸ້ນວາຍຍ່າງຮຸນແຮງ ຕໍ່ລັດຖະບານຂອງພວກເຮົາ. ທ່ານຕ້ອງຖືກຕັດສິນວ່າມີຄວາມຜິດ.”

ທ່ານຣາສກິນ ແລະໄອຍະການອື່ນໆອີກ 8 ຄົນ ທັງໝົດແມ່ນສັງກັດພັກເດໂມແຄຣັດຈາກສະພາຕ່ຳ ໄດ້ສະຫຼຸບຄະດີຂອງພວກເຂົາເຈົ້າ ຫຼັງຈາກໄດ້ນຳສະເໜີຄຳໂຕ້ແຍ້ງ ແລະຫຼັກຖານຕ່າງໆ ຕໍ່ທ່ານທຣຳ ປະມານ 12 ຊົ່ວໂມງ ພາຍໃນເວລາສອງມື້.

ພວກເຂົາເຈົ້າໄດ້ນຳເອົາຄວາມເຫັນຕ່າງໆ ຂອງທ່ານທຣຳຢູ່ໃນທວີດເຕີ້ອອກມາສະແດງໃຫ້ເຫັນຜ່ານຈໍໂທລະພາບ ຢູ່ໃນຫ້ອງປະຊຸມຂອງສະພາສູງ ນັບເປັນເວລາຫຼາຍອາທິດ ກ່ອນການເລືອກຕັ້ງທີ່ທ່ານກ່າວອ້າງວ່າມີທາງດຽວເທົ່ານັ້ນທີ່ທ່ານອາດ ຈະເສຍໄຊໃຫ້ທ່ານໄບເດັນ ກໍຍ້ອນການເລືອກຕັ້ງທີ່ມີການສໍ້ໂກງ ແລະຫຼັງຈາກນັ້ນກໍມີການສົ່ງຂໍ້ຄວາມຕື່ມອີກທາງທວີດເຕີ້ ເປັນລຳດັບມາ ກ່ຽວກັບການກ່າວອ້າງທີ່ບໍ່ມີຫຼັກຖານ ຫຼັງຈາກການເລືອກຕັ້ງແລ້ວທີ່ວ່າ ທ່ານໄດ້ຖືກໂກງບໍ່ໃຫ້ເຂົ້າຮັບຕຳແໜ່ງອີກສະໄໝນຶ່ງ ຢູ່ທີ່ທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG