ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານ ໃນມຽນມາ ຍັງດຳເນີນຢູ່ຕໍ່ມາ ເຖິງແມ່ນໄດ້ມີການປາບປາມຫຼາຍຂຶ້ນ


ພສກປະທ້ວງປະນາມການເຮັດລັດຖະປະຫານຂອງພວກທະຫານໃນການເດີນຂະບວນຢູ່ນະຄອນຢ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 10 ກຸມພາ 2021. (VOA Burmese Service)
ພສກປະທ້ວງປະນາມການເຮັດລັດຖະປະຫານຂອງພວກທະຫານໃນການເດີນຂະບວນຢູ່ນະຄອນຢ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 10 ກຸມພາ 2021. (VOA Burmese Service)

ການປະທ້ວງໃນທົ່ວປະເທດ ຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານໃນອາທິດແລ້ວ ເພື່ອໂຄ່ນລົ້ມລັດຖະບານພົນລະເຮືອນ ກ້າວເຂົ້າສູ່ວັນທີຫ້າ ໃນວັນພຸດວານນີ້ ໃນຂະນະທີ່ພວກທະຫານໄດ້ໃຊ້ກຳລັງຫຼາຍຂຶ້ນຕໍ່ພວກປະທ້ວງ.

ກຳລັງຮັກສາຄວາມສະຫງົບໄດ້ຍິງປືນເຕືອນ ລູກປືນຢາງແລະທໍ່ຊີິດນ້ຳຂະໜາດໃຫຍ່ຊີດເຂົ້າໃສ່ພວກປະທ້ວງ ໃນຄວາມພະຍາຍາມ ເພື່ອຈະຂັບໄລ່ຝູງຊົນ ໃຫ້ແຕກພ່າຍໜີ ຊຶ່ງມີລາຍງານວ່າພາໃຫ້ພວກປະທ້ວງຈຳນວນນຶ່ງໄດ້ຮັບບາດເຈັບ.

ທີ່ນະຄອນຫຼວງເນປີດໍ ປະຊາຊົນຫຼາຍສິບພັນຄົນ ໄດ້ພາກັນເດີນຂະບວນແບບສັນຕິໃນຂະນະທີ່ຕຳຫຼວດ ສືບຕໍ່ສັ່ງໃຫ້ພວກເຂົາເຈົ້າສະຫຼາຍຕົວ ແລະຢູ່ເຮືອນ ອີງຕາມພວກປະທ້ວງທີ່ໄດ້ໂອ້ລົມກັບວີໂອເອ​ ພະແນກພາສາມຽນມາ.

ນາຍແພດທີ່ບໍ່ປະສົງອອກຊື່ຜູ້ນຶ່ງທີ່ໄດ້ປິ່ນປົວພວກປະທ້ວງຢູ່ໂຮງໝໍນະຄອນເນປີດໍ ກ່າວຕໍ່ວີໂອເອ ພະແນກພາສາມຽນມາໃນວັນອັງຄານທີ່ຜ່ານມານີ້ວ່າ ມີຜູ້ປະທ້ວງຢ່າງໜ້ອຍ 2 ຄົນໄດ້ຮັບບາດເຈັບທີ່ທ່ານເຊື່ອວ່າເປັນລູກປືນແທ້ ຜູ້ນຶ່ງຢູ່ທີ່ຫົວ ແລະອີິກຜູ້ນຶ່ງຢູ່ໜ້າເອິກ.

ນາງມຽດ ທເວ ຄາຍນ໌ ອາຍຸ 20 ປີ ໄດ້ໃສ່ເຄື່ອງຊ່ວຍຫາຍໃຈ ໃນຂະນະທີ່ນາງມີອາການສາຫັດ ຫຼັງຈາກໄດ້ຖືກທີ່ຫົວ ອີງຕາມນາຍແພດຄົນດັ່ງກ່າວ ຜູ້ທີ່ໄດ້ເວົ້າວ່າ ຮູບເອກສ໌ເຣໄດ້ສະແດງໃຫ້ເຫັນລູກປືນຍັງຄາຢູ່ໃນຫົວຂອງນາງ.

ນາຍແພດຄົນນີ້ຍັງເວົ້າວ່າ ທ້າວໂຊໄວ ອາຍຸ 23 ປີ ຖືກລູກປືນຍິງທີ່ໜ້າເອິກ.

ໃນການໃຫ້ສຳພາດກັບວີໂອເອ ພະແນກພາສາມຽນມາ ໃນວັນພຸດວານນີ້ ນາຍແພດທີ່ບໍໄດ້ລະບຸຊື່ອີກທ່ານນຶ່ງເວົ້າວ່າ ນາງມຽດ ທເວ ຄາຍນ໌ ຍັງບໍ່ທັນຮູ້ສຶກຕົວເທື່ອແລະກໍມີອາການສາຫັດຢູ່ໂດຍມີໂອກາດໜ້ອຍທີ່ສຸດທີ່ຈະລອດຊີວິດໄດ້.

ນາຍແພດກ່າວວ່າ ສ່ວນທ້າວໂຊໄວ ມີອາການດີຂຶ້ນ ແລະບໍ່ສາຫັດຄືແຕ່ກ່ອນ.

ທ່ານທອມ ແອນດຣູນັກຊ່ຽວຊານດ້ານສິດທິມະນຸດຢູ່ໃນມຽນມາຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ ກຳລັງຮັກສາຄວາມສະຫງົບ “ໃຫ້ຢຸດເຊົາການປະຕິບັດໜ້າທີ່” ໃນວັນພຸດວານນີ້ ຫຼັງຈາກ “ໄດ້ມີຄວາມຕື່ນຕົກໃຈ ໃນການໃຊ້ກຳລັງເພີ້ມຂຶ້ນຕໍ່ພວກປະທ້ວງ.”

ທ່ານແອນດຣູ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ເຈົ້າໜ້າທີ່ກອງທັບມຽນມາແລະຕຳຫຼວດ ຕ້ອງຮູ້ຈັກວ່າ ‘ການປະຕິບັດຕາມຄຳສັ່ງ’ ແມ່ນບໍ່ມີທາງປ້ອງກັນໂຕໄດ້ໃນການກໍ່ອາຊະຍາກຳ ແລະການປ້ອງກັນໂຕໃດໆກໍຕາມ ຈະປະສົບກັບຄວາມລົ້ມແຫຼວ ບໍ່ວ່າຢູ່ໃນສະຖານທີ່ບ່ອນໃດ ຂອງການບັງຄັບບັນຊາ. ການກໍ່ອາຊະຍາກຳລະຫວ່າງຊາດແມ່ນເປັນທີ່ຈະແຈ້ງຜິດກົດໝາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG