ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານທີ່ຮົ່ວໄຫຼ ເວົ້າວ່າ ເກົາຫຼີເໜືອ ນຳເງິນທີ່ໄດ້ມາຈາກ ອາຊະຍາກຳທາງໄຊເບີ້ ສ້າງອາວຸດນິວເຄລຍ ແລະລູກສອນໄຟ


ລາຍງານລັບຂອງອົງການສະຫະປະຊາຊາດ ກ່າວວ່າ ເກົາຫຼີເໜືອໄດ້ໃຊ້ການໂຈມຕີທາງໄຊເບີ້ເພື່ອລັກຂະໂມຍເອົາເງິນຫຼາຍຮ້ອຍລ້ານໂດລານຳມາສະໜັບສະໜຸນໂຄງການອາວຸດນິວເຄລຍ ແລະລູກສອນໄຟຂອງຕົນ ຊຶ່ງເປັນການລະເມີດຕໍ່ກົດໝາຍລະຫວ່າງປະເທດ.

ລາຍງານຊຶ່ງໄດ້ມີການຮົ່ວໄຫຼໂດຍສື່ມວນຊົນໃນວັນອັງຄານວານນີ້ກ່າວວ່າ ເກົາຫຼີເໜືອສາມາດເສີມຂະຫຍາຍທັງໂຄງການອາວຸດນິວເຄລຍແລະລູກສອນໄຟຂອງຕົນໃນປີ 2020 ທັງໆທີ່ໄດ້ຖືກລົງໂທດໂດຍນາໆຊາດຢ່າງນັບບໍ່ຖ້ວນ.

ມີການອ້າງຄຳເວົ້າ ສະມາຊິກຂອງອົງການສະຫະປະຊາຊາດທ່ານນຶ່ງ ທີ່ບໍ່ໄດ້ລະບຸຊື່ ຢູ່ໃນລາຍງານ ກ່າວວ່າ ເກົາຫຼີເໜືອໄດ້ໃຫ້ທຶນສະໜັບສະໜຸນໃນການຂະຫຍາຍກອງທັບດ້ວຍເງິນຫຼາຍກວ່າ 300 ລ້ານໂດລາທີ່ລັກຂະໂມຍມາໂດຍການເຈາະຂໍ້ມູນທາງໄຊເບີ້ແລະການສໍ້ໂກງທາງອອນລາຍນ໌.

ລາຍງານໄດ້ເນັ້ນໜັກວ່າ ລູກສອນໄຟຂີປະນາວຸດຊະນິດໃໝ່ ທີ່ໄດ້ນຳອອກມາສະແດງ ໃນລະຫວ່າງການສວນສະໜາມທາງທະຫານເມື່ອບໍ່ດົນມານີ້ ຊຶ່ງລາຍງານກ່າວວ່າ ໃຫຍ່ພໍທີ່ຈະລຳລຽງຫົວລະເບີດນິວເຄລຍ ແລະອາດເຮັດໃຫ້ດິນດິນແດນສະຫະລັດທັງໝົດ ຢູ່ໃນລັດສະໝີຂອງລູກສອນໄຟດັ່ງກ່າວ.

ພຽງຢາງ ກ່າວໂອ້ອວດໃນເດືອນມັງກອນຜ່ານມານີ້ ກ່ຽວກັບການພັດທະນາໃນອັນທີ່ຕົນເອີ້ນວ່າ ລູກສອນໄຟຂີປະນາວຸດທີ່ຍິງຈາກເຮືອດຳນ້ຳ “ທີ່ຮ້າຍແຮງທີ່ສຸດໃນໂລກ.” ອາວຸດດັ່ງກ່າວຍັງບໍ່ທັນໄດ້ທົດລອງເທື່ອແລະຄວາມສາມາດຂອງມັນຍັງບໍ່ມີໃຜຮູ້ຈັກເທື່ອ.

ທ່ານນາງໂຊຈິນ ລິມ (Sojin Lim) ນັກວິເຄາະກ່ຽວກັບເກົາຫຼີຢູ່ທີ່ມະຫາວິທະຍາໄລ Central Lancashire ຂອງອັງກິດ ກ່າວວ່າ ການນຳສະແດງຄວາມເຂັ້ມແຂງທາງທະຫານ ສ່ວນນຶ່ງກໍແມ່ນເພື່ອເປັນການຕອບໂຕ້ຕໍ່ການປ່ຽນລັດຖະບານຢູ່ທີ່ວໍຊິງຕັນ.

ທ່ານນາງລິມກ່າວຕໍ່ວີໂອເອວ່າ “ໂຄງການອາວຸດນິວເຄລຍ ແມ່ນຍຸດທະສາດເພື່ອຄວາມຢູ່ລອດພຽງອັນດຽວເທົ່ານັ້ນຂອງເກົາຫຼີເໜືອ ໂດຍສະເພາະສຳລັບຄອບ ຄົວຂອງທ່ານກິມ ແລະການຢູ່ລອດຂອງອຳນາດການປົກຄອງ. ເມື່ອໄວໆມານີ້ ຍ້ອນການລະບາດຂອງໂຄວິດ-19 ສະຖານະ ການດ້ານເສດຖະກິດ ຂອງພວກເຂົາຍິ່ງຊຸດໂຊມລົງກວ່າເກົ່າ ແລະໂດຍສະເພາະການເຂົ້າຮັບໜ້າທີ່ໃໝ່ຂອງລັດຖະບານໃນສະຫະລັດ ຂອງປະທານາທິບໍດີຄົນໃໝ່ທ່ານໄບເດັນ ເກົາຫຼີເໜືອຈຶ່ງບໍ່ມີທາງອື່ນທີ່ຈະຫາລືຫຼືເຈລະຈາກັບອາເມຣິກາ.”

ລາຍງານສະບັບນີ້ແມ່ນຂຽນຂຶ້ນໂດຍພວກນັກສັງເກດການອິດສະຫຼະ ສຳລັບຄະນະກຳມະການທີ່ຮັບຜິດຊອບໃນການລົງໂທດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະໄດ້ມີການຮົ່ວໄຫຼອອກມາໃຫ້ສື່ມວນຊົນຮູ້ໃນວັນອັງຄານວານນີ້.

ເກົາຫຼີເໜືອໄດ້ຖືກລົງໂທດໂດຍຫຼາຍໆຝ່າຍແລະສອງຝ່າຍ ນັບແຕ່ຈາກອົງການສະຫະປະຊາ ຊາດ ສະຫະລັດ ສະຫະພາບຢູໂຣບແມ່ນຮວມຢູ່ໃນນັ້ນ. ທ່ານລິມກ່າວວ່າ ມາດຕະການເຫຼົ່ານີ້ແມ່ນບໍ່ໄດ້ຜົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG