ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ເສຍຊີວິດ ໃນການໂຈມຕີ ຢູ່ໂຮງແຮມ ໂມກາດິສຊູ ເພີ້ມຂຶ້ນເປັນ 15 ຄົນ


ທະຫານຄົນນຶ່ງຍ່າງຜ່ານກອງຫີນ ຫຼັງຈາກການໂຈມຕີທີ່ໂຮງແຮມອາຟຣິກ ໃນນະຄອນໂມກາດິສຊູ ເມື່ອວັນທີ 1 ກຸມພາ 2021.
ທະຫານຄົນນຶ່ງຍ່າງຜ່ານກອງຫີນ ຫຼັງຈາກການໂຈມຕີທີ່ໂຮງແຮມອາຟຣິກ ໃນນະຄອນໂມກາດິສຊູ ເມື່ອວັນທີ 1 ກຸມພາ 2021.

ຈຳນວນຜູ້ເສຍຊີວິດ ໃນການໂຈມຕີໂຮງແຮມທີ່ນະຄອນຫຼວງຂອງໂຊມາເລຍໃນວັນອາທິດທີ່ຜ່ານມານີ້ ໄດ້ເພີ້ິ້ມຂຶ້ນເປັນ 15 ຄົນແລ້ວ ແລະມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 20 ຄົນ ອີງຕາມຄຳເວົ້າຂອງໂຄສົກຕຳຫຼວດ ແລະເຈົ້າໜ້າທີ່ການແພດໃນນະຄອນໂມກາດິສຊູ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບ ກ່າວວ່າ ຜູ້ເສຍຊີວິດແມ່ນຮວມທັງພວກບຸກໂຈມຕີ 4 ຄົນ ນອກເໜືອໄປຈາກພວກເຄາະຮ້າຍ 11 ຄົນ.

ນາຍພົນເບ້ຍບຳນານ ທີ່ມີຊື່ສຽງ ທ່ານໂມຮຳເໝັດ ນົວ ກາລາລ ແລະສາມີພັນລະຍາໜຸ່ມນ້ອຍຄູ່ນຶ່ງທີ່ໄປດື່ມນ້ຳເຜີ້ງພະຈັນ ແມ່ນຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ.

ທ່ານຟາຣາ ອັບດີຣາມານ ລຸງຂອງແມ່ຍິງທີ່ເສຍຊີວິດຄົນນຶ່ງ ກ່າວວ່າ “ຄູ່ສາມີພັນລະຍາທີ່ຫາກໍແຕ່ງງານໃໝ່ ພາກັນມາແຕ່ຕ່າງປະເທດ ແລະກໍມາດື່ມນ້ຳເຜິ້ງພະຈັນຢູ່ທີ່ໂຮງແຮມນີ້. ພວກເຮົາໄດ້ຖືກແຈ້ງໃຫ້ຊາບໃນເວລາ 3 ໂມງເຊົ້າຕາມເວລາທ້ອງຖິ່ນຂອງມື້ວັນຈັນວ່າ ສົບຂອງພວກເຂົາໄດ້ຖືກພົບເຫັນຢູ່ຂ້າງໃນຂອງຫ້ອງເຂົາເຈົ້າຢູ່ໃນໂຮງແຮມ.”

ການໂຈມຕີຢູ່ໂຮງແຮມອາຟຣິກ ຊຶ່ງເປັນນຶ່ງໃນບັນດາໂຮງແຮມ ທີ່ໄດ້ຮັບຄວາມນິຍົມ ຢູ່ໃນນະຄອນໂມກາດິສຊູ ເລີ້ມຂຶ້ນດ້ວຍລົດລະເບີດ ແລະຫຼັງຈາກນັ້ນພວກມືປືນຂອງກຸ່ມອາລ-ຊາບັບ ທີ່ໃສ່ເຄື່ອງແບບທະຫານໂຊມາເລຍກໍໄດ້ບຸກເຂົ້າໄປໃນໂຮງແຮມດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG