ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສອງກໍລະນີທຳອິດ ຂອງໂຄວິດ-19 ສາຍພັນອາຟຣິກາໃຕ້ ພົບເຫັນຢູ່ໃນສະຫະລັດ


ພະນັກງານການແພດມະຫາວິທະຍາໄລຄາໂຣໄລນາໃຕ້ ພວມແປງໜ້າກາກຂອງລາວ ທີ່ເມືອງຊາລສ໌ຕັນ ເມື່ອວັນທີ 13 ມີນາ 2020.
ພະນັກງານການແພດມະຫາວິທະຍາໄລຄາໂຣໄລນາໃຕ້ ພວມແປງໜ້າກາກຂອງລາວ ທີ່ເມືອງຊາລສ໌ຕັນ ເມື່ອວັນທີ 13 ມີນາ 2020.

ເຈົ້າໜ້າທີ່ສາທາລະນະສຸກໃນລັດຄາໂຣໄລນາໃຕ້ ກ່າວວ່າ ເຂົາເຈົ້າໄດ້ພົບເຫັນ 2 ກໍລະນີໂຄວິດ-19 ສາຍພັນອາຟຣິກາໃຕ້ ຊຶ່ງເປັນກໍລະນີຈຸທໍາອິດ ທີ່ພົບຢູ່ໃນສະຫະລັດ.

ມາຈົນຮອດເວລານີ້ ໂຄວິດທີ່ກາຍພັນປາກົດວ່າ ຍັງບໍ່ທັນພາໃຫ້ມີການເຈັບປ່ວຍ ທີ່ຮ້າຍແຮງເພີ້ມຂຶ້ນໃດໆ ແຕ່ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ຂໍ້ມູນໃນຂັ້ນຕົ້ນແນະໃຫ້ເຫັນວ່າ ໂຄທີ່ກາຍພັນນີ້ ອາດໄດ້ແຜ່ລະບາດງ່າຍຂຶ້ນແລະໄວຂຶ້ນກວ່າໂຄວິດທີ່ກາຍພັນຊະນິດອື່ນໆ.”

ດຣ. ກຣູຕິກາ ກັບປາລລີ (Krutika Kuppalli) ນາຍແພດທີ່ຊ່ຽວຊານດ້ານພະຍາດຕິດຕໍ່ ຢູ່ໂຮງຮຽນການແພດ ຂອງມະຫາວິທະຍາໄລຄາໂຣໄລນາໃຕ້ທີ່ເມືອງຊາລສ໌ຕັນ (Charleston) ກ່າວໃນການໃຫ້ສຳພາດກັບໂທລະພາບ CBS ວ່າ “ເປັນເລື້ອງທີ່ໜ້າຕື່ນຕົກໃຈ” ຍ້ອນມັນໝາຍຄວາມວ່າ ເປັນໄປໄດ້ທີ່ຫຼາຍໆກໍລະນີ ບໍ່ໄດ້ມີການພົບເຫັນ ຢູ່ໃນພາຍໃນລັດ. ບາງທີ ມັນອາດ ຈະມີການແຜ່ລະບາດຫຼາຍກວ່ານັ້ນ.”

ພວກເຈົ້າໜ້າທີ່ກ່າວວ່າ 2 ກໍລະນີທີ່ພົບເຫັນຢູ່ລັດຄາໂຣໄລນາໃຕ້ ບໍ່ປາກົດວ່າໄດ້ມີການພົວພັນ ຫຼືກ່ຽວຂ້ອງກັບການເດີນທາງໃດໆ.

ມັນເປັນເລື້ອງທຳມະດາຢູ່ແລ້ວທີ່ເຊື້ອໄວຣັສຕ່າງໆສາມາດກາຍພັນໄດ້. ມາຮອດເວລານີ້ ຍັງມີການພົບເຫັນ ເຊື້ອໂຄວິດທີ່ກາຍພັນຢູ່ອັງກິດ ແລະບຣາຊິີລ.

ສ່ວນຂ່າວອື່ນໆ ກ່ຽວກັບໂຄວິດ-19 ນັ້ນ ຄະນະສືບສວນຂອງອົງການອະນາໄມໂລກໄດ້ກັັກໂຕຄົບກຳນົດ 14 ວັນໃນວັນພະຫັດວານນີ້ ທີ່ເມືອງວູຮານ ປະເທດຈີນເພື່ອຈະເລີ້ມການເຮັດວຽກຂອງພວກເຂົາເຈົ້າໃນການຊອກຫາທີ່ມາຕົ້ນຕໍຂອງໂລກລະບາດໂຄວິດ-19.

ຄະນະສືບສວນລະຫວ່າງປະເທດ ໄດ້ຂຶ້ນລົດບັສໄປເຮັດວຽກ ລຸນຫຼັງທີ່ເຂົາເຈົ້າອອກຈາກໂຮງແຮມໄປແລ້ວ ໃນຕອນບ່າຍໆ.

ຈີນ ຊຶ່ງໄດ້ປະຕິເສດມາເປັນເວລາຫຼາຍໆເດືອນຕໍ່ການຮຽກຮ້ອງຂອງລະຫວ່າງປະເທດເພື່ອໃຫ້ມີການສືບສວນນັ້ນ ໄດ້ສັນຍາວ່າ ຈະໃຫ້ພວກນັກຄົ້ນຄວ້າເຂົ້າໄປເຖິງສະຖານທີ່ຕ່າງໆ ໄດ້ຢ່າງພຽງພໍ. ເປັນທີ່ຄາດກັນວ່າ ຄະນະດັ່ງກ່າວຈະໃຊ້ເວລາຫຼາຍໆອາທິດສຳພາດກັບພວກນັກຄົ້ນຄວ້າຢູ່ຕາມສະຖາບັນຕ່າງໆ ຢູ່ຕາມໂຮງໝໍ ແລະຕະຫຼາດທີ່ພົວພັນກັບຫຼາຍໆກໍລະນີິທຳອິດ.

ອົງການອະນາໄມໂລກ ກ່າວວ່າ ຈຸດປະສົງຂອງຄະນະປະຕິບັດງານໃນຄັ້ງນີ້ ບໍ່ແມ່ນຈະຖິ້ມໂທດໃສ່ກ່ຽວກັບໂຣກລະບາດ ແຕ່ເພື່ອຢາກຈະຮູ້ວ່າມັນເກີິດຂຶ້ນໄດ້ແນວໃດ ເພື່ອຈະຫາທາງປ້ອງກັນ ແລະຮັບມືທີ່ດີຂຶ້ນກວ່າເກົ່າ ສຳລັບການລະບາດໃນອະນາຄົດຂ້າງໜ້າ.

ທ່ານໄມຄ໌ ຣາຍແອນ (Mike Ryan) ຫົວໜ້າເຈົ້າໜ້າທີ່ສຸກເສີນຂອງອົງການອະນາໄມໂລກ ກ່າວໃນຕົ້ນເດືອນນີ້ວ່າ “ພວກເຮົາກຳລັງຊອກຫາຄຳຕອບຢູ່ທີ່ນີ້ ທີ່ອາດຈະຊ່ວຍພວກເຮົາໃນອະນາຄົດ ບໍ່ແມ່ນຊອກຫາຜູ້ກະທຳຜິດ ແລະຜູ້ທີ່ຈະຖິ້ມໂທດໃສ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG