ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໄບເດັນ ເຊັນດຳລັດ ຝ່າຍບໍລິຫານ ເພື່ອຮັບມື ກັບໄວຣັສໂຄໂຣນາ


ປະທານາທິບໍດີໂຈ ໄບເດັນ ຖະແຫຼງກ່ຽວກັບໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນພະຫັດ ທີ່ 21 ມັງກອນ 2021 ຢູ່ນະຄອນຫຼວງວໍຊິງຕັນ. (AP Photo/Alex Brandon)
ປະທານາທິບໍດີໂຈ ໄບເດັນ ຖະແຫຼງກ່ຽວກັບໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນພະຫັດ ທີ່ 21 ມັງກອນ 2021 ຢູ່ນະຄອນຫຼວງວໍຊິງຕັນ. (AP Photo/Alex Brandon)

ຈຳນວນຜູ້ເສຍຊີວິດທັງໝົດ ຈາກໂຣກລະບາດ ໄວຣັສໂຄໂຣນາ ຢູ່ໃນສະຫະລັດ “ມີທ່າທາງວ່າ ຈະເພີ້ມຂຶ້ນເຖິງ 500,000 ຄົນ ໃນເດືອນໜ້ານີ້” ປະທານາທິບໍດີໂຈ ໄບເດັນ ໄດ້ເຕືອນໃນວັນພະຫັດວານນີ້ ຂະນະທີ່ທ່ານໃຫ້ການອະທິບາຍກ່ຽວກັບແຜນການຂອງທ່ານທີ່ຈະຊ່ວຍຫຼຸດຜ່ອນການເອົາຊີວິດຂອງຊາວອາເມຣິກັນໂດຍພະຍາດດັ່ງກ່າວ.

ທ່ານໄບເດັນ ທີ່ຫ້ອງຮຸສແວລທ໌ຂອງທຳນຽບຂາວ ຊຶ່ງໄດ້ເຍີງແຜນການທີ່ຍາວ 198 ໜ້າຂອງທ່ານ ໃຫ້ພວກນັກຂ່າວເບິ່ງນັ້ນ ແມ່ນຢືນຄຽງຂ້າງ ໂດຍຮອງປະທານາທິບໍດີ ຄາມາລາ ແຮຣິສ ແລະຫົວໜ້າທີ່ປຶກສາດ້ານການແພດກ່ຽວກັບໄວຣັສໂຄໂຣນາ ດຣ. ແອນໂທນີ ຟາວຈີ ກ່ອນຈະລົງນາມໃນດຳລັດ 10 ສະບັບທີ່ພົວພັນກ່ຽວກັບເລື້ອງ.

ເປົ້າໝາຍຂອງປະທານາທິບໍດີ ກໍຄືສັກຢາວັກຊີນ ໃຫ້ຊາວອາເມຣິກັນ 100 ລ້ານຄົນ ພາຍໃນ 100 ວັນຂ້າງໜ້າ. ສູນກາງສັກຢາວັກຊີນຂອງລັດຖະບານກາງທີ່ໄດ້ຮັບການສະໜັບສະໜຸນຈາກປະຊາຄົມປະມານ 100 ແຫ່ງ ຈະເລີ້ມເປີດໃນທົ່ວປະເທດພາຍໃນອາທິດໜ້ານີ້.

ທ່ານໄບເດັນ ໃຫ້ຂໍ້ສັງເກດວ່າ “ນີ້ຈະແມ່ນນຶ່ງ ໃນບັນຫາທ້າທາຍໃນການປະຕິບັດງານທີ່ໃຫຍ່ທີ່ສຸດຂອງປະເທດຊາດພວກເຮົາເທົ່າທີ່ເຄີຍໄດ້ດຳເນີນການມາ.”

ຫຼັງຈາກທ່ານໄດ້ເຊັນດຳລັດ ຊຶ່ງຮວມທັງການບັງຄັບໃຫ້ພວກເດີນທາງລະຫວ່າງ ປະເທດທີ່ຈະເຂົ້າມາໃນສະຫະລັດຕ້ອງສະແດງຜົນການກວດໂຄວິດ-19 ທີ່ເປັນ ລົບແລ້ວນັ້ນ ພວກນັກຂ່າວກໍໄດ້ຖາມທ່ານໄບເດັນວ່າ ເປົ້າໝາຍຂອງທ່ານທີ່ຈະສັກຢາໃຫ້ແກ່ 100 ລ້ານຄົນໃນ 100 ມື້ນັ້ນ ແມ່ນສູງພໍຫຼືບໍ່?

ປະທານາທິບໍດີໄບເດັນ ໄດ້ຕອບແບບບໍ່ຄ່ອຍພໍໃຈປານໃດ ໂດຍກ່າວວ່າ “ເວລາຂ້າພະ ເຈົ້າປະກາດ ພວກເຈົ້າທັງໝົດຕ່າງກໍເວົ້າວ່າ ມັນເປັນໄປບໍ່ໄດ້ ຂໍໃຫ້ເບິ່ງກ່ອນ ໃຫ້ເວລາຂ້ອຍແດ່ ພວກເຈົ້າ ມັນເປັນການເລີ້ມຕົ້ນທີ່ດີ 100 ລ້ານພຸ້ນ.”

ໃນເວລາຕໍ່ມາ ດຣ. ຟາວຈີ ກ່າວຕໍ່ພວກນັກຂ່າວໃນລະຫວ່າງການຖະແຫຼງຂ່າວທີ່ທຳນຽບຂາວວ່າ “ມັນເປັນເປົ້າໝາຍທີ່ຂ້ອນຂ້າງສົມເຫດສົມຜົນ.”

ມາຮອດປັດຈຸບັນນີ້ ມີຊາວອາເມຣິກັນທັງໝົດໄດ້ຮັບການສັກຢາວັກຊີນໄປແລ້ວ 16 ລ້ານຄົນ ບໍ່ຮອດ 20 ລ້ານຄົນ ທີ່ໄດ້ສັກຢາວັກຊີນ ພາຍໃນທ້າຍເດືອນທັນວາ ຕາມທີ່ພວກເຈົ້າໜ້າທີ່ລັດຖະ ບານ ຂອງອະດີດປະທານາທິບໍດີດໍໂນລ ທຣຳ ໄດ້ສັນຍາໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG