ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໄບເດັນ ແລະ ທ່ານນາງແຮຣິສ ເຂົ້າກຳຕຳແໜ່ງ ໃນລັດຖະບານຊຸດໃໝ່ ຂອງສະຫະລັດ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຊັນດຳລັດ ທີ່ທຳນຽບຂາວ ຫຼັງຈາກພິທີສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຄົນທີ 46 ຂອງສະຫະລັດ ເມື່ອວັນທີ 2 ມັງກອນ, 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຊັນດຳລັດ ທີ່ທຳນຽບຂາວ ຫຼັງຈາກພິທີສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຄົນທີ 46 ຂອງສະຫະລັດ ເມື່ອວັນທີ 2 ມັງກອນ, 2021.

ທ່ານໂຈ ໄບເດັນ ທີ່ສັງກັດພັກເດໂມແຄຣັດ ນັກການເມືອງທີ່ມີບົດບາດສຳຄັນຢູ່ວໍຊິງຕັນມາໄດ້ເກືອບເຄິ່ງສັດຕະວັດແລ້ວນັ້ນໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດໃນວັນພຸດມື້ນີ້ ແລະຮຽກຮ້ອງໃຫ້ຊາວອາເມຣິກັນມີຄວາມປຸ້ມລຸມສາມັກຄີກັນ ເພື່ອໃຫ້ການສະໜັບສະໜຸນຊຶ່ງກັນແລະກັນ ໃນອັນທີ່ທ່ານເອີ້ນວ່າ “ອັນຕະລາຍຮ້າຍແຮງຂອງລະດູໜາວແລະຄວາມເປັນໄປໄດ້ທີ່ສຳຄັນ.”

ທ່ານໄບເດັນ ທີ່ມີອາຍຸ 78 ປີ ແມ່ນຜູ້ນຳທີ່ມີອາຍຸສູງທີ່ສຸດຂອງປະເທດຫຼັງຈາກໄດ້ເຂົ້າຮັບໃຊ້ປະເທດ ເປັນສະມາຊິກສະພາສູງຂອງສະຫະລັດມາໄດ້ 36 ປີ ແລະຮອງປະທານາທິບໍດີອີກ 8 ປີ. ທ່ານໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຢູ່ຂັ້ນໄດຂອງຫໍລັດຖະສະພາ ໂດຍໃຫ້ຄຳປະຕິຍານວ່າ ຈະປົກປ້ອງລັດຖະທຳມະນູນຂອງສະຫະລັດ ແລະປ້ອງກັນປະເທດຊາດຈາກພວກສັດຕູທັງໝົດ ທັງຈາກຕ່າງປະເທດແລະພາຍໃນປະເທດ ໃນມື້ທີ່ມີອາກາດເຢັນຂອງ
ລະດູໜາວໂຊຍພັດມາຄ່ອຍໆ.

ບໍ່ດົນກ່ອນໜ້ານັ້ນ ທ່ານນາງຄາມາລາ ແຮຣິສ ອະດີດສະມາຊິກສະພາສູງຈາກລັດແຄລີຟໍເນຍ ຊຶ່ງເປັນລັດທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດກໍໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນຮອງປະທານາທິບໍດີຊຶ່ງເປັນແມ່ຍິງທີ່ກຳຕຳແໜ່ງສູງສຸດຂອງປະເທດ ໃນໄລຍະສອງທົດສະວັດກວ່າໆ ໃນປະຫວັດສາດສອງຮ້ອຍກວ່າປີຂອງສະຫະລັດ. ທ່ານນາງມີເຊື້ອສາຍເປັນຄົນຜິວດຳ ແລະເປັນຄົນອິນເດຍ.

ໃນຄຳປາໄສເຂົ້າຮັບຕຳແໜ່ງນັ້ນ ທ່ານໄບເດັນ ກ່າວວ່າ “ຈິດວິນຍານຂອງຂ້າພະເຈົ້າທັງໝົດແມ່ນຢູ່ໃນໜີ້.”

ທ່ານໄບເດັນສັນຍາວ່າ ຈະເປັນປະທານາທິບໍດີຂອງຊາວອາເມຣິກັນທັງປະເທດ ບໍ່ແມ່ນພຽງແຕ່ພວກທີ່ໄດ້ປ່ອນບັດໃຫ້ແກ່ທ່ານ ໃນການໄດ້ຮັບໄຊຊະນະຕໍ່ປະທານາທິບໍດີ ດໍໂນລ ທຣຳ ເມື່ອເດືອນພະຈິກທີ່ຜ່ານມາ.

ທ່ານທຣຳໄດ້ກາຍເປັນປະທານາທິບໍດີຄົນທຳອິດ ໃນຮອບ 152 ປີ ທີ່ບໍ່ໄດ້ໄປຮ່ວມພິທີສາບານໂຕເຂົ້າຮັບຕຳແໜ່ງຂອງຜູ້ສືບທອດໜ້າທີ່ຈາກທ່ານ ແລະໄດ້ເດີນທາງອອກຈາກວໍຊິງຕັນ ກ່ອນພິທີສາບານໂຕດັ່ງກ່າວ ເພື່ອມຸ່ງໜ້າໄປຍັງບ້ານພັກຂອງທ່ານທີ່ລັດຟລໍຣິດາ ໃນຂະນະທີ່ສະໄໝການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງ.

ທ່ານໄບເດັນກ່າວວ່າ “ສຳລັບພວກທີ່ບໍ່ໄດ້ໃຫ້ການສະໜັບສະໜູນພວກເຮົານັ້ນ ຂ້າພະເຈົ້າຂໍກ່າວດັ່ງນີ້: ຟັງຂ້າພະເຈົ້າກ່ອນ ໃນຂະນະທີ່ຂ້າພະເຈົ້າດຳເນີນການໄປໜ້າ ຈົ່ງວັດແທກຂ້າພະເຈົ້າ ແລະຫົວໃຈຂອງຂ້າພະເຈົ້າ ຖ້າພວກເຈົ້າຫາກຍັງບໍ່ເຫັນພ້ອມນຳ ກໍຈົ່ງເຮັດໄປເລີຍຖ້າຢາກເຮັດ ນັ້ນຄືປະຊາທິປະໄຕ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG