ໂຄສົກ ຂອງພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດຂອງອູການດາ ກ່າວວ່າ ກຳລັງຂອງລັດຖະບານໄດ້ບຸກເຂົ້າໄປກວດຄົ້ນ ສຳນັກງານໃຫຍ່ຂອງຕົນໃນວັນຈັນວານນີ້ ນຶ່ງມື້ຫຼັງຈາກຜູ້ນຳຂອງພັກໄດ້ປະກາດວ່າ ຈະທ້າທາຍຕໍ່ການເສຍໄຊໃນການເລືອກປະທານາທິບໍດີ ໃນອາທິດແລ້ວນີ້.
ທ່ານໂຈແອລ ເຊັງໂຢນີ ກ່າວຕໍ່ພວກນັກຂ່າວວ່າ ຕໍາຫຼວດໄດ້ອ້ອມໂຮງການພັກສາມັກຄີຊາດ ຫຼື NUP ທີ່ຕັ້ງຢູ່ໃນເຂດຊານເມືອງ ຂອງນະຄອນຫຼວງກໍາປາລາແລະໄດ້ຂັດຂວາງບໍ່ໃຫ້ສະມາຊິຂອງພັກ ເຂົ້າໄປໃນຕຶກອາຄານດັ່ງກ່າວ.
ຄວາມເຄັ່ງຕຶງໃນອູການດາໄດ້ເພີ້ມທະວີຂຶ້ນ ຫຼັງຈາກຄະນະກຳມາທິການເລືອກຕັ້ງຂອງປະເທດ ໄດ້ປະກາດໃຫ້ປະທານາທິບໍດີໂຢເວີຣີ ມູເຊເວນີ ເປັນຜູ້ຊະນະທ່ານໂບບີ້ ໄວນ໌ ນັກຮ້ອງທີ່ໄດ້ເປັນສະມາຊິກສະພາແຫ່ງຊາດຜູ້ທີ່ມີຊື່ແທ້ຈິງວ່າ ໂຣເບີດ ກຢາກຸນລານີ (Robert Kyagulanyi) ໃນການເລືອກຕັ້ງທົ່ວໄປໃນປີ 2021 ເມື່ອວັນເສົາທີ່ຜ່ານມານີ້.
ຄະນະກຳມາທິການເລືອກຕັ້ງກ່າວວ່າ ທ່ານມູເຊເວນີຊະນະທ່ານໄວນ໌ ດ້ວຍຄະແນນສຽງ 58.64 ເປີເຊັນ ຕໍ່ 34.83 ເປີເຊັນ ຂອງຄະແນນສຽງທີ່ມີການປ່ອນບັດທັງໝົດໃນມື້ວັນພະຫັດທີ່ຜ່ານມາ.
ທ່ານໄວນ໌ ກ່າວຕໍ່ອົງການຂ່າວຮອຍເຕີ້ໃນວັນຈັນວານນີ້ວ່າ ທະຫານໄດ້ບຸກເຂົ້າໄປໃນສຳນັກງານຂອງທ່ານ ແລະກ່າວວ່າ ແລະພວກຜູ້ນຳຂອງພັກ ໃນເວລານີ້ພວມພາກັນຫລົບໜີຢູ່.
ທ່ານໄວນ໌ ແລະພັນລະຍາຂອງທ່ານໄດ້ຖືກຂັດຂວາງບໍ່ໃຫ້ອອກຈາກເຮືອນຂອງພວກເຂົາເຈົ້າ ມາໄດ້ຫຼາຍມື້ແລ້ວ ໂດຍພວກທະຫານ ໄດ້ອ້ອມທາງເຂົ້າເຮືອນຂອງທ່ານໄວ້ ແລະຫ້າມບໍ່ໃຫ້ເພື່ອນຝູງ ແລະພວກນັກຂ່າວເຂົ້າໄປ.