ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ເພີ້ມການຮັກສາຄວາມປອດໄພ ໃນບໍລິເວນອ້ອມແອ້ມ ຫໍລັດຖະສະພາ ສຫລ


ສະມາຊິກກຳລັງຮັກສາດິນແດນ ຢືນຍາມທີ່ຫໍລັດຖະສະພາສະຫະລັດ ໃນການກະກຽມ ພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີຄົນໃໝ່ ເມື່ອວັນທີ 14 ມັງກອນ 2021.
ສະມາຊິກກຳລັງຮັກສາດິນແດນ ຢືນຍາມທີ່ຫໍລັດຖະສະພາສະຫະລັດ ໃນການກະກຽມ ພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີຄົນໃໝ່ ເມື່ອວັນທີ 14 ມັງກອນ 2021.

ຍັງມີເວລາເຫຼືອຢູ່ບໍ່ຮອດນຶ່ງອາທິດ ກ່ອນພິທີສາບານໂຕ ເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນ ພວກເຈົ້າໜ້າທີ່ໄດ້ເພີ້ິ້ມການຮັກສາຄວາມປອດໄພຢ່າງເຂັ້ມງວດທີ່ນະຄອນຫຼວງວໍຊິງຕັນໃນອັນທີ່ຄາດກັນວ່າ ຈະເປັນພິທີທີ່ເຄັ່ງຂຶມ ຊຶ່ງຕາມປົກກະຕິແລ້ວຈະແອອັດໄປດ້ວຍຜູ້ຄົນທີ່ເບີກບານມ່ວນຊື່ນ ຫຼັງຈາກໄດ້ມີິການໂຈມຕີທີ່ຮ້າຍແຮງໃນອາທິດແລ້ວ ຢູ່ທີ່ຫໍລັດຖະສະພາສະະລັດ ໂດຍພວກສະໜັບສະໜຸນປະທານາທິບໍດີດໍໂນລ ທຣຳ.

ພວກເຈົ້າໜ້າທີ່ປະຕິບັດກົດໝາຍກ່າວໃນວັນພະຫັດວານີ້ວ່າ ພວກເຂົາເຈົ້າເຊື່ອໝັ້ນວ່າຈະບໍ່ມີບັນຫາໃນການຮັກສາຄວາມປອດໄພໃນລະຫວ່າງພິທີສາບານໂຕທັງໆທີ່ໄດ້ມີການເຕືອນກ່ຽວກັບວ່າ ຈະເກີດຄວາມຮຸນແຮງເພີ້ມຕື່ມຢູ່ທີ່ນະຄອນຫຼວງວໍຊິງຕັນ ແລະໃນທົ່ວປະເທດ.

ຫ້ອງການຄຸ້ມຄອງກຳລັງຮັກສາດິນແດນແຫ່ງຊາດ ຫຼື National Guard ກ່າວໃນວັນພະຫັດວານນີ້ວ່າ ມີກຳລັງທະຫານກຽມພ້ອມແລ້ວເກືອບ 7,000 ຄົນ ທີ່ນະຄອນວໍຊິງຕັນແລະອີກຈຳນວນນຶ່ງພວມຢູ່ໃນລະຫວ່າງການເດີນທາງອີງຕາມ ແຜນການສົ່ງກຳລັງທັງໝົດຫຼາຍເຖິງ 21,000 ຄົນໄປທີ່ນັ້ນ.

ພວກທະຫານຈະໄດ້ຮັບການໜຸນຫຼັງຈາກພວກເຈົ້າໜ້າທີ່ລັດຖະບານກາງ ແລະລັດຖະບານທ້ອງຖິ່ນ ແລະຕຳຫຼວດຂອງລັດຕ່າງໆອີກຫຼາຍໆຮ້ອຍໆຄົນ. ເມື່ອ 4 ປີກ່ອນ ມີການສົ່ງກໍາລັງທະຫານແຕ່ພຽງ 8,000 ຄົນເທົ່ານັ້ນໄປຮັກສາການໃນລະຫວ່າງການສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານທຣຳ.

ທ່ານເຈມສ໌ ມູເຣ ຜູ້ອຳນວຍການ ອົງການອາລັກຂາປະທານາທິບໍດີຫຼື Secret Service ກ່າວໃນການລາຍງານຕໍ່ຮອງປະທານາທິບໍດີໄມຄ໌ ເພັນສ໌ ວ່າ “ພວກເຮົາມີຄວາມເຊື່ອໝັ້ນໃນການວາງແຜນຮັກສາຄວາມປອດໄພຂອງພວກເຮົາ ແຕ່ພວກເຮົາກໍຈະເປີດຕາກວ້າງສະເໝີ ແລະພວກເຮົາຈະໃຊ້ການພິຈາລະນາແລະສຶກສາເບິ່ງບົດຮຽນທີ່ໄດ້ຖອດຖອນມາ.”

ທ່ານເພັນສ໌ ກ່າວວ່າ ລັດຖະບານຂອງປະທານາທິບໍດີທຣຳແມ່ນ “ມີຄວາມໝັ້ນໝາຍຕໍ່ການໂອນອຳນາດດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນພິທີິສາບານໂຕເຂົ້າຮັບຕຳແໜ່ງ.”

ທ່ານເວົ້າວ່າ “ແລະປະຊາຊົນອາເມຣິກັນກໍສົມຄວນທີ່ຈະໄດ້ຮັບບໍ່ມີຫຍັງໜ້ອຍໄປກວ່ານັ້ນ.”

ທ່ານເພັນສ໌ ແມ່ນເປັນປະທານຂອງກອງປະຊຸມຮ່ວມຄົບຄະນະຂອງລັດຖະສະພາໃນວັນທີ 6 ມັງກອນຜ່ານມາ ເພື່ອໃຫ້ການຢັ້ງຢືນ ຕໍ່ການໄດ້ຮັບໄຊຊະນະຂອງທ່ານໄບເດັນ ເວລາພວກເດີນຂະບວນທີ່ສະໜັບສະໜຸນທ່ານທຣຳບຸກເຂົ້າໄປໃນຫໍລັດຖະສະພາ ທຳການຊອກຄົ້ນຫາຢູ່ຕາມຫ້ອງການຕ່າງໆແລະປະທະກັບເຈົ້າໜ້າທີ່ຕຳຫຼວດທີ່ນັ້ນ. ຄວາມຮຸນແຮງດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ຮວມທັງຕຳຫຼວດປະຈຳສະພາຄົນນຶ່ງເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG