ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແນເປົ້າໃສ່ມູນນິທິ ທີ່ຄວບຄຸມ ໂດຍຜູ້ນຳສູງສຸດຂອງອີຣ່ານ


ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ອາລີ ຄາເມເນອີ ພວມກ່າວຄຳປາໄສທາງໂທລະພາບ ທີ່ນະຄອນຫຼວງເຕຫະຣ່ານ ເມື່ອວັນທີ 8 ມັງກອນ 2021.
ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ອາລີ ຄາເມເນອີ ພວມກ່າວຄຳປາໄສທາງໂທລະພາບ ທີ່ນະຄອນຫຼວງເຕຫະຣ່ານ ເມື່ອວັນທີ 8 ມັງກອນ 2021.

ສະຫະລັດໄດ້ທຳການລົງໂທດຕໍ່ສອງມູນນິທິຂອງອີຣ່ານ ທີ່ຄວບຄຸມໂດຍຜູ້ນຳສູງສຸດ ອາຢາໂຕລາ ອາລີ ຄາເມເນອີ (Ayatollah Ali Khamenei) ອີງຕາມການປະກາດຂອງກະຊວງການຕ່າງປະເທດສະຫະລັດ ໃນວັນພຸດວານນີ້ ຊຶ່ງເປັນການເຄື່ອນໄຫວຫລ້າສຸດ ໃນການກົດດັນຂອງສະຫະລັດຕໍ່ເຕຫະຣ່ານ ໃນຊຸມມື້ສຸດທ້າຍຂອງປະທານາທິບໍດີດໍໂນລ ທຣຳ.

ມູນນິທິການຈັດຕັ້ງປະຕິບັດຄຳສັ່ງຂອງອີໝຳໂຄເມນີທີ່ເອີ້ນຫຍໍ້ວ່າ EIKO ແລະ ມູນນິທິອາສຕານ ກູດ ຣາຊາວີ ຫຼື AQR ນັ້ນ ມີການກ່າວຫາວ່າ ສົ່ງເສີມໃຫ້ພວກຜູ້ນຳຊັ້ນສູງຂອງອີຣ່ານ “ເຂົ້າຄວບຄຸມສ່ວນໃຫຍ່ ຂອງເສດຖະກິດອີຣ່ານຮວມທັງຊັບສິນ ທີ່ຢຶດມາຈາກພວກຄັດຄ້ານທາງດ້ານການເມືອງ ສາສະໜາກຸ່ມ ນ້ອຍ” ອີງຕາມຖະແຫຼງການຂອງກະຊວງການເງິນ.

“ມູນນິທິ EIKO ໄດ້ລ່ວງລະເມີດຢ່າງເປັນລະບົບຕໍ່ສິດທິຂອງພວກຄັດຄ້ານລັດຖະບານໂດຍຢຶດເອົາດິນແລະຊັບສິນຂອງພວກຄັດຄ້ານຕໍ່ອຳນາດການປົກຄອງຮວມທັງພວກຄັດຄ້ານທາງດ້ານການເມືອງ ສາສະໜາກຸ່ມນ້ອຍແລະຊາວອີຣ່ານທີ່ລີ້ໄພຢູ່ໃນຕ່າງປະເທດ” ນັ້ນຄືຄໍາເວົ້າ ທີ່ກະຊວງການເງິນຂອງສະຫະລັດກ່າວຢູ່ໃນຖະແຫຼງການ.

ລັດຖະບານອີຣ່ານຍັງບໍ່ທັນໃຫ້ຄວາມເຫັນໃດໆໃນເວລານີ້ ກ່ຽວກັບການລົງໂທດດັ່ງກ່າວ ຊຶ່ງໄດ້ກັກຊັບສິນ ຂອງມູນນິທິທັງສອງ ແລະອົງການສາຂາ ທີ່ຢູ່ໃນສະຫະລັດ ແລະໂດຍທົ່ວໄປແລ້ວ ແມ່ນໄດ້ຫ້າມບໍ່ໃຫ້ຊາວອາເມຣິກັນເຮັດທຸລະກິດກັບພວກເຂົາ. ບຸກຄົນໃດກໍຕາມ ທີ່ມີການຕິດຕໍ່ຄ້າຂາຍກັບມູນນິທິແລະອົງການເຫຼົ່ານີ້ຈະສ່ຽງຕໍ່ການທີ່ຈະຖືກລົງໂທດຂອງສະຫະລັດ.

ຄວາມເຄັ່ງຕຶງລະຫວ່າງປະເທດທັງສອງໄດ້ເພີ້ມທະວີຂຶ້ນຢ່າງແຮງ ໃນໄລຍະ 2 ປີທີ່ຜ່ານມາ ຫຼັງຈາກປະທານາທິບໍດີທຣຳ ໄດ້ຖອນເອົາສະຫະລັດ ອອກຈາກຂໍ້ຕົກລົງນິວເຄລຍປີ 2015 ທີ່ໄດ້ບັນລຸໂດຍອະດີດປະທານາທິບໍດີບາຣັກ ໂອບາມາ. ຕໍ່ຈາກນັ້ນທ່ານທຣຳກໍໄດ້ຟື້ນຟູການລົງໂທດຢ່າງໜັກທາງດ້ານເສດຖະກິດ ເພື່ອບັງຄັບໃຫ້ອີຣ່ານຫລຸດຜ່ອນໂຄງການພັດທະນາອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດ.

ຫຼັງຈາກທ່ານທຣຳພົ້ນຈາກຕຳແໜ່ງໃນວັນທີ 20 ມັງກອນຈະມານີ້ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ກ່າວວ່າ ທ່ານຈະກັບຄືນເຂົ້າຮ່ວມ ຂໍ້ຕົກລົງນິວເຄລຍຄືນອີກ ຖ້າເຕຫະ ຣ່ານເລີ້ມປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງຄືນໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG