ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ສົ່ງຄິວບາ ກັບຄືນເຂົ້າໄປຢູ່ໃນບັນຊີ ປະເທດໃຫ້ການສະໜັບສະໜຸນ ພວກກໍ່ການຮ້າຍ ຄືນອີກ


ທຸງຊາດຂອງສະຫະລັດ ແລະ ຄິວບາ ຫ້ອຍຢູ່ລະບຽງອາຄານຫຼັງນຶ່ງ ໃນເຂດຄຸ້ມເມືອງເກົ່າຂອງນະຄອນຫຼວງຮາວານາ ປະເທດຄິວບາ ວັນທີ 19 ທັນວາ 2014.
ທຸງຊາດຂອງສະຫະລັດ ແລະ ຄິວບາ ຫ້ອຍຢູ່ລະບຽງອາຄານຫຼັງນຶ່ງ ໃນເຂດຄຸ້ມເມືອງເກົ່າຂອງນະຄອນຫຼວງຮາວານາ ປະເທດຄິວບາ ວັນທີ 19 ທັນວາ 2014.

ລັດຖະບານຂອງປະທານາທິບໍດີທຣຳໄດ້ລະບຸວ່າຄິວບາ “ເປັນປະເທດໃຫ້ການ ສະໜັບສະໜຸນພວກກໍ່ການຮ້າຍ” ຄືນອີກ ໃນວັນຈັນວານນີ້ ພຽງ 9 ວັນກ່ອນທີ່ປະທານາທິບໍດີດໍໂນລ ທຣຳ ຈະອອກຈາກຕຳແໜ່ງໄປ.

ການເຄື່ອນໄຫວນີ້ ໄດ້ພາໃຫ້ມີການລົງໂທດຮອບໃໝ່ ຕໍ່ຄິວບາ ບໍ່ດົນກ່ອນທີ່ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນ ຈະເຂົ້າຮັບຕຳແໜ່ງແລະອາດຈະເຮັດໃຫ້ຄວາມຊັບຊ້ອນຫຼາຍຂຶ້ນໃນຄວາມພະຍາຍາມໃດໆກໍຕາມໂດຍລັດຖະບານຂອງໄບເດັນທີ່ຈະຟື້ນຟູການຫຼຸດຜ່ອນຄວາມເຄັ່ງຕຶງກັບຮາວານາໃນສະໄໝທ່ານໂອບາມາຄືນ.

ທ່ານໄມຄ໌ ພອມພຽວ ໄດ້ປະກາດລະບຸຊື່ຄິວບາໃນວັນຈັນວານນີ້ ໂດຍອ້າງເຫດຜົນວ່າ ຄິວບາຍັງສືບຕໍ່ ໃຫ້ບ່ອນພັກເຊົາແກ່ພວກຫຼົບລີ້ໜີກົດໝາຍ ຈາກສະຫະລັດປະຕິເສດບໍ່ຍອມສົ່ງໂຕ ພວກກະບົດຈາກໂຄລອມເບຍ ຕະຫຼອດທັງໃຫ້ການສະໜັບສະໜຸນ ຕໍ່ນິໂກລາສ ມາດູໂຣໃນເວເນຊູ ເອລາ. ຄິວບາຍັງມີຄວາມສຳພັນມາເປັນເວລາດົນນານກັບມາດູໂຣແລະປະເທດທັງສອງຍັງຮ່ວມມືກັນທາງດ້ານການຄ້າແລະການເດີນທາງ.

ການລະບຸຊື່ດັ່ງກ່າວ ພາໃຫ້ມີການວາງຂໍ້ຈຳກັດຮັດແຄບທີ່ສຳຄັນຕໍ່ຄິວບາຄືນອີກ ຮວມທັງການຫ້າມບໍ່ໃຫ້ມີການເດີນທາງໄປມາເກືອບທັງໝົດລະຫວ່າງສະຫະລັດກັບຄິວບາ ຕະຫຼອດທັງການໂອນເງິນລະຫວ່າງປະເທດທັງສອງ.

ທ່ານພອມພຽວ ກ່າວຢູ່ໃນຖະແຫຼງການ ໃນມື້ວັນຈັນທີ່ຜ່ານມານີ້ວ່າ “ດ້ວຍການເອົາມາດຕະການນີ້ ພວກເຮົາອີກຄັ້ງນຶ່ງ ແມ່ນໄດ້ຖືວ່າລັດຖະບານຄິວບາເປັນຜູ້ຮັບຜິດຊອບ ແລະໄດ້ສົ່ງສັນຍານຢ່າງຈະແຈ້ງວ່າ: ອຳນາດການປົກຄອງກາສໂຕຣຕ້ອງໄດ້ຢຸດເຊົາການໃຫ້ຄວາມສະໜັບສະໜຸນຕໍ່ພວກກໍ່ການຮ້າຍລະຫວ່າງປະເທດແລະການບ່ອນທຳລາຍຕໍ່ລະບົບຍຸຕິທຳຂອງສະຫະລັດ.”

ທ່ານທຣຳໄດ້ເອົາມາດຕະການທີ່ເຂັ້ມງວດຕໍ່ຄິວບາ ນັບຕັ້ງແຕ່ໄດ້ເຂົ້າກຳອຳນາດໃນປີ 2017 ໂດຍໄດ້ເຮັດວຽກ ເພື່ອຕ່າວປີ້ນໃນຄວາມພະຍາຍາມເພື່ອເສີມສ້າງ ຄວາມສຳພັນກັນຄືນໃໝ່ໂດຍອະດີດປະທານາທິບໍດີບາຣັກ ໂອບາມາ. ທ່ານໂອບາມາໄດ້ລຶບຊື່ຄິວບາອອກຈາກບັນຊີປະເທດໃຫ້ການສະໜັບສະໜຸນພວກກໍ່ການຮ້າຍໃນປີ 2015 ຊຶ່ງເປັນບາດກ້າວອັນນຶ່ງ ໄປສູ່ການຟື້ນຟູ ຄວາມສຳພັນທາງດ້ານການທູດກັບຮາວານາ ໃນປີດຽວກັນນັ້ນ.

ນັບຕັ້ງແຕ່ທ່ານໄດ້ເຂົ້າມາກຳອຳນາດ ທ່ານໄດ້ເພີ້ມຂໍ້ຈຳກັດຮັດແຄບຫຼາຍຂຶ້ນເລືື້ອຍໆ ຕໍ່ຖ້ຽວບິນຕ່າງໆ ການຄ້າ ແລະການໂອນເງິນ ລະຫວ່າງວໍຊິງຕັນ ແລະຮາວານາ.

ລັດຖະມົນຕີການຕ່າງປະເທດຄິວບາ ທ່ານບຣູໂນ ໂຣດຣີເກສ ໄດ້ປະນາມການເຄື່ອນໄຫວຂອງສະຫະລັດ ໃນວັນຈັນ ທີ່ຜ່ານມານີ້ ໂດຍຂຽນລົງໃນທວີດເຕີ້ວ່າ ມັນເປັນການຫຼອກລວງ ແລະ “ເຍາະເຍີ້ຍໃນການລະບຸຊື່ຂອງຄິວບາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG