ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຖິ້ມໂທດໃສ່ກຸ່ມຕາລີບານ ວາງແຜນລອບສັງຫານບຸກຄົນສຳຄັນ


ກຳລັງຮັກສາຄວາມສະຫງົບອັຟການິສຖານ ກວດກາເບິ່ງ ບ່ອນວາງລະເບີດຢູ່ນະຄອນຫຼວງກາບູລ ໃນວັນເສົາທີ 26 ທັນວາ 2020. (AP Photo/Rahmat Gul)
ກຳລັງຮັກສາຄວາມສະຫງົບອັຟການິສຖານ ກວດກາເບິ່ງ ບ່ອນວາງລະເບີດຢູ່ນະຄອນຫຼວງກາບູລ ໃນວັນເສົາທີ 26 ທັນວາ 2020. (AP Photo/Rahmat Gul)

ສະຫະລັດ ໄດ້ກ່າວຫາກຸ່ມຕາລີບານໂດຍກົງວ່າ ເປັນຜູ້ຢູ່ເບື້ອງຫຼັງຄື້ນຟອງການລອບສັງຫານບຸກຄົນສຳຄັນໆ ຢູ່ໃນອັຟການິສຖານ ເມື່ອໄວໆມານີ້ ໂດຍຮຽກຮ້ອງໃຫ້ກຸ່ມກະບົດດັ່ງກ່າວ ຢຸດເຊົາການກໍ່ຄວາມຮຸນແຮງ “ເພື່ອໃຫ້ສັນຕິພາບ ມີໂອ ກາດປະສົບຄວາມສຳເລັດ.”

ການກ່າວຫາໃນວັນຈັນວານນີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກກຸ່ມຕາລີບານໄດ້ກ່າວຫາກຳລັງສະຫະລັດວ່າ ເລີ້ມທຳການການໂຈມຕີທາງອາກາດຕໍ່ເຂດທີ່ຄວບຄຸມໂດຍພວກກະບົດ ຊຶ່ງເປັນການລະເມີດ ຕໍ່ຂໍ້ຕົກລົງສອງຝ່າຍປີ 2020 ທີ່ແນ ໃສ່ເພື່ອຫາທາງຍຸຕິສົງຄາມທີ່ແກ່ຍາວມາເປັນເວລາດົນນານແລ້ວນັ້ນ.

ຂ່າວນອງນັນທີ່ວ່ານີ້ ມີຂຶ້ນໃນຂະນະທີ່ພວກຜູ້ນຳຂອງກຸ່ມກະບົດຕາລີບານແລະພວກຜູ້ຕາງໜ້າ ຂອງລັດຖະບານອັຟການິສຖານ ທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດ ມີກຳນົດທີ່ຈະເລີ້ມປະຊຸມກັນອີກທີ່ປະເທດກາຕ້າໃນວັນອັງຄານ ມື້ນີ້ ໃນການເຈລະຈາກັນຮອບຕໍ່ໄປ.

ໂຄສົກຂອງກຳລັງສະຫະລັດໃນອັຟການິສຖານໄດ້ປະຕິເສດວ່າ ເປັນການກ່າວຫາ “ບໍ່ຖືກຕ້ອງ” ທີ່ວ່າພວກເຂົາເຈົ້າໄດ້ລະເມີດຂໍ້ຕົກລົງກັບກຸ່ມຕາລີບານ.

ພັນເອກຊັນນີ ແລັກເກັດ (Sonny Leggett) ກ່າວຢ້ຳຢູ່ໃນຖະແຫຼງການທີ່ນຳອອກໃນວັນຈັນວານນີ້ວ່າ ກອງທັບສະຫະລັດແມ່ນໄດ້ສະແດງໃຫ້ເຫັນ “ຢ່າງຈະ ແຈ້ງ ແລະກົງໄປກົງມາ” ໃນການຕັດສິນໃຈຂອງຕົນທີ່ຈະປ້ອງກັນກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ຈາກການໂຈມຕີຂອງກຸ່ມຕາລີບານ.

ພັກເອກແລັກເກັດ ກ່າວຢູ່ໃນທວີດເຕີ້ວ່າ “ພວກເຮົາຂໍຮຽກຮ້ອງອີກເທື່ອນຶ່ງ ໃຫ້ທຸກໆຝ່າຍຫຼຸດຜ່ອນຄວາມຮຸນແຮງລົງ. ການປຸກລະດົມຂອງກຸ່ມຕາລີບານ ໃນການໂຈມຕີໂດຍບໍ່ມີການກ່າວອ້າງ ແລະການສັງຫານແບບມີເປົ້າໝາຍ ຕໍ່ພວກເຈົ້າໜ້າທີ່ລັດຖະບານ ພວກຜູ້ນຳກຸ່ມສັງຄົມພົນລະເຮືອນແລະພວກນັກຂ່າວ ຈະຕ້ອງຢຸດເຊົາ ເພື່ອຈະໃຫ້ສັນຕິພາບປະສົບຄວາມສຳເລັດໄດ້.”

ນີ້ແມ່ນເທື່ອທຳອິດທີ່ວໍຊິງຕັນໄດ້ຖິ້ມໂທດໃສ່ກຸ່ມຕາລີບານ ໃນການໂຈມຕີທີ່ບໍ່ໄດ້ມີການປະກາດມາໄດ້ຫຼາຍອາທິດແລ້ວຢູ່ໃນນະຄອນຫຼວງກາບູລຂອງອັຟການິສຖານແລະແຫ່ງອື່ນໆອີກ ຢູ່ໃນປະເທດເອເຊຍໃຕ້ທີ່ເກີດບັນຫາຂັດແຍ້ງແຫ່ງນີ້.

ຄວາມຮຸນແຮງທີ່ໄດ້ເກີດດຂຶ້ນໃນໄລຍະສອງເດືອນທີ່ຜ່ານມານີ້ ໄດ້ເຮັດໃຫ້ມີນັກຂ່າວເສຍຊີວິດໄປແລ້ວ ຢ່າງໜ້ອຍ 5 ຄົນ ຮອງເຈົ້າແຂວງທ່ານນຶ່ງ ນັກເຄື່ອນໄຫວຂອງກຸ່ມສັງຄົມພົນລະເຮືອນ ແລະຜູ້ສັງເກດການ ໃນການເລືອກຕັ້ງທີ່ມີຊື່ ສຽງຄົນນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG