ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ຖືກກ່າວຫາວ່າ ສະເໜີໃຫ້ເງິນລາງວັນ ຕໍ່ສ່ວນບຸກຄົນຫຼືອົງການ ທີ່ບໍ່ພົວພັນກັບລັດ ເພື່ອສັງຫານທະຫານອາເມຣິກັນ


ທະຫານອາເມຣິກັນພວມຂຶ້ນເຮືອບິນເຮລີຄອບເຕີ້ຊີນຸກ ເພື່ອອອກໄປປະຕິບັດງາຢູ່ໃນອັຟການິສຖານ ເມື່ອວັນທີ 15 ມັງກອນ 2019.
ທະຫານອາເມຣິກັນພວມຂຶ້ນເຮືອບິນເຮລີຄອບເຕີ້ຊີນຸກ ເພື່ອອອກໄປປະຕິບັດງາຢູ່ໃນອັຟການິສຖານ ເມື່ອວັນທີ 15 ມັງກອນ 2019.

ລາຍງານຂ່າວຂອງສື່ມວນຊົນ ແຈ້ງວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຫວ່າງບໍ່ດົນມານີ້ໄດ້ຮັບຂໍ້ມູນສືບລັບທີ່ຍັງບໍ່ທັນໄດ້ຮັບການຢືນຢັນສະແດງໃຫ້ເຫັນວ່າ ຈີນເປັນຜູ້ສະເໜີໃຫ້ເງິນແກ່ອົງການຫຼືສ່ວນບຸກຄົນ ແຕ່ບໍ່ໄດ້ເປັນພັນທະມິດກັບປະເທດໃດ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງລັດຖະບານປະທານາທິບໍດີທຣຳ ໃນວັນພະຫັດວານນີ້ໄດ້ໃຫ້ການຢືນຢັນກ່ຽວກັບລາຍລະອຽດຂອງວີໂອເອ ໃນ “ຂໍ້ມູນສືບລັບທີ່ຫາກໍມີການເປີດເຜີຍ” ຊຶ່ງໄດ້ມີການພິມເຜີຍແຜ່ໂດຍເວັບໄຊ ອົງການຂ່າວເອຊີໂອສ (Axios) ໃນມື້ກ່ອນນີ້. ເຈົ້າໜ້າທີ່ທ່ານນີ້ໄດ້ໃຫ້ຄວາມເຫັນໂດຍບໍ່ຂໍບອກຊື່.

ອີງຕາມອົງການຂ່າວເອຊີໂອສແລ້ວ “ຂໍ້ມູນລັບດັ່ງກ່າວແມ່ນຮວມທັງການລາຍງານຕໍ່ປະທານາ ທິບໍດີເມື່ອວັນທີ 17 ທັນວາ ແລະໄດ້ມີການລາຍງານໃຫ້ທ່ານທຣຳຊາບກ່ຽວກັບເລື້ອງນີ້ ໂດຍທີ່ປຶກສາດ້ານຄວາມໝັ້ນຄົງແຫງຊາດທ່ານໂຣເບີດ ໂອບຣາຍແອນ.” [[ https://www.axios.com/scoop-trump-administration-declassifies-unconfirmed-intel-on-chinese-bounties-84131ec6-c54f-4556-8d0f-547131a343ef.html ]]

ມີລາຍງານວ່າ ພວກເຈົ້າໜ້າທີ່ສະຫະລັດພວມເຮັດວຽກເພື່ອໃຫ້ຂໍ້ມູນທີ່ໄດ້ມານັ້ນໄດ້ຮັບການຢືນຢັນ ຊຶ່ງມີທ່າທາງວ່າຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງວໍຊິງຕັນແລະປັກກິ່ງເພີ້ມທະວີຂຶ້ນ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານຫວັງ ເຫວິນບິນ (Wang Wenbin) ກ່າວໃນວັນພະຫັດວານນີ້ໃນຂະນະທີ່ຕອບຄຳຖາມກ່ຽວກັບການກ່າວຫາຂອງສະຫະລັດ ໃນການຖະແຫຼງຂ່າວຊຶ່ງມີຂຶ້ນຕາມປົກກະຕິວ່າ “ມັນບໍ່ມີຫຍັງເລີຍ ມັນເປັນຂ່າວປອມເພື່ອໃສ່ຮ້າຍປ້າຍສີຈີນ.” ທ່ານເວົ້າວ່າ ຂໍ້ກ່າວຫານີ້ແມ່ນເພື່ອເຮັດໃຫ້ພາບພົດຂອງຈີນມີຮອຍມົນທິນ” ແລະສ້າງຄວາມເສຍຫາຍ ໃຫ້ແກ່ສາຍສຳ ພັນລະຫວ່າງປະເທດທັງສອງ.

ທ່ານຫວັງກ່າວຢໍ້າວ່າ “ພວກເຮົາບໍ່ເຄີຍເລີ້ມສົງຄາມກັບປະເທດໃດໆ ບໍ່ຕ້ອງເວົ້າເຖິງການຈ່າຍເງິນໃຫ້ແກ່ສ່ວນບຸກຄົນ ຫຼືກຸ່ມການເມືອງ ເພື່ອໂຈມຕີປະເທດອື່ນໆ.”

ໂຄສົກຂອງຈີນໄດ້ກ່າວເນັ້ນວ່າ ປະເທດຂອງທ່ານບໍ່ໄດ້ມີສ່ວນພົວພັນຢູ່ໃນບັນຫາຂັດແຍ້ງພາຍໃນຂອງອັຟການິສຖານແລະໄດ້ກ່າວຢືນຢັດເຖິງການໃຫ້ຄວາມສະໜັບສະໜຸນຂອງປັກກິ່ງຕໍ່ຂັ້ນຕອນສັນຕິພາບແລະການສ້າງຄວາມປອງດອງຊາດທີ່ລິເລີ້ມໂດຍສະຫະລັດ ເພື່ອຊອກຫາຊ່ອງທາງທີ່ຈະຍຸຕິສົງຄາມທີ່ດຳເນີນມາໄດ້ສອງທົດສະວັດແລ້ວນັ້ນ ຢູ່ໃນປະເທດເອເຊຍໃຕ້ດັ່ງກ່າວ.

ທ່ານຫວັງໄດ້ກ່າວ ແຕ່ບໍ່ກໍບໍ່ໄດ້ໃຫ້ການອະທິບາຍເພີ້ມຕື່ມວ່າ “ປະຊາຄົມນາໆຊາດໄດ້ມີການສະຫລຸບທີ່ຂ້ອນຂ້າງຍຸຕິທຳແລ້ວກ່ຽວກັບວ່າຜູ້ໃດເປັນຜູ້ເບັ່ງກ້າມເຮັດສົງຄາມຕົວແທນ ແລະຍຸແຍ່ໃຫ້ເກີດບັນຫາ ທີ່ລົບກວນສັນຕິພາບແລະສະຖຽນລະພາບຢູ່ໃນຂົງເຂດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG