ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ທ່ານນາງແຮຣິສ ແລະ ທ່ານທຣຳ ຈະໄປຮ່ວມ ການໂຄສະນາຫາສຽງ ເລືອກຕັ້ງສະພາສູງຮອບສອງ ຢູ່ລັດຈໍເຈຍ


ຜູ້ຄົນພວມພາກັນປ່ອນບັດເລືອກຕັ້ງສະມາຊິກສະພາສູງຮອບສອງ ໃນມື້ທຳອິດຂອງການອະນຸຍາດໃຫ້ປ່ອນບັດກ່ອນເວລາ ທີ່ນະຄອນແອັດແລນຕາ ລັດຈໍເຈຍ ເມື່ອວັນທີ 14 ທັນວາ 2020.
ຜູ້ຄົນພວມພາກັນປ່ອນບັດເລືອກຕັ້ງສະມາຊິກສະພາສູງຮອບສອງ ໃນມື້ທຳອິດຂອງການອະນຸຍາດໃຫ້ປ່ອນບັດກ່ອນເວລາ ທີ່ນະຄອນແອັດແລນຕາ ລັດຈໍເຈຍ ເມື່ອວັນທີ 14 ທັນວາ 2020.

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານໂຈ ໄບເດັນ ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານນາງຄາມາລາ ແຮຣິສ ແລະປະທານາທິບໍດີ ທີ່ພວມຈະພົ້ນຈາກຕຳແໜ່ງ ທ່ານດໍໂນລ ທຣຳ ຕ່າງກໍກຳລັງວາງແຜນທີ່ຈະໄປໂຄສະນາຫາສຽງຢູ່ທີ່ລັດຈໍເຈຍ ທາງພາກໃຕ້ຂອງສະຫະລັດ ໃນໄລຍະສອງມື້ສຸດທ້າຍ ກ່ອນການເລືອກຕັ້ງສະມາຊິກສະພາສູງທີ່ສຳຄັນຮອບສອງໃນວັນອັງຄານອາທິດໜ້າ.

ທ່ານນາງແຮຣິສຈະຈັດການໂຮມຊຸມໃນວັນອາທິດທີ່ເມືອງຊາວານນາ ຕັ້ງຢູ່ແຄມຝັ່ງມະຫາສະໝຸດແອັດແລນຕິ ເພື່ອຊ່ວຍຜູ້ລົງສະໝັກຂອງພັກເດໂມແຄຣັດ ນັກ ສອນສາສະໜາແບັດຕິດ ຣາພາແອລ ວໍນັອກ (Raphael Warnock) ທີ່ແຂ່ງຂັນກັບສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານນາງແຄລລີ ໂລຟເຟລີ (Kelly Loeffler) ແລະ ທ່ານຈອນ ອອສຊອຟ (Jon Ossoff) ຜູ້ຜະລິດສາ ລະຄະດີໂທລະພາບ ທີ່ລົງແຂ່ງຂັນກັບສະມາຊິກສະພາສູງພັກຣີພັບບລີກັນທ່ານ
ເດວິດ ເພີດູ (David Perdue).

ທັງທ່ານໄບເດັນແລະທ່ານທຣຳ ໄດ້ປະກາດການໂຮມຊຸມນຸມໃນວັນຈັນ ຊຶ່ງຈັດຂຶ້ນນຶ່ງວັນ ກ່ອນການປ່ອນບັດ ໃນມື້ວັນອັງຄານ.

ທ່ານໄບເດັນ ຈະໄປຮ່ວມການໂຮມຊຸມນຸມ ກັບຜູ້ສະມາຊິກພັກເດໂມແຄຣັດ 2 ຄົນ ທີ່ນະຄອນແອັດແລນຕາ ຊຶ່ງເປັນຫົວເມືອງທີ່ໃຫຍ່ສຸດ ຂອງລັດຈໍເຈຍ ໃນຂະນະທີ່ທ່ານທຣຳ ຈະໄປໂຄສະນາຫາສຽງ ໃຫ້ທ່ານນາງໂລຟເຟລີ ແລະທ່ານເພີດູ ທີ່ສະໜາມບິນປະຈຳເຂດດອລຕັນ (Dalton) ໃນເຂດວິດຟິລ ຄາວຕີ້ ທີີ່ຕັ້ງຢູ່ທາງເໜືອຂອງນະຄອນແອັດແລນຕາ. ຮອງປະທານາທິບໍດີໄມຄ໌ ເພັນສ໌ກໍເຄີຍໄດ້ໄປໂຄສະນາຫາສຽງມາແລ້ວ ຢູ່ໃນລັດຈໍເຈຍ ໃຫ້ແກ່ຜູ້ສະໝັກຂອງພັກຣີພັບບລີກັນທັງສອງ ເຊັ່ນດຽວກັນກັບລູກ 2 ຄົນ ຂອງທ່ານທຣຳ ຄືທ່ານດໍໂນລ ທຣຳ ຈູເນຍ ແລະທ່ານນາງອີວານກາ ທຣຳ.

ການເລືອກຕັ້ງຮອບສອງ ສຳລັບຜູ້ລົງແຂ່ງຂັນທັງສອງຄູ່ ແມ່ນມີຄວາມຈຳເປັນຍ້ອນຜູ້ສະໝັກທັງ 4 ຄົນ ບໍ່ມີຜູ້ໄດ້ຮັບຄະແນນສຽງກາຍ 50 ເປີເຊັນໃນການເລືອກຕັ້ງເມື່ອວັນທີ 3 ພະຈິກຜ່ານມາ ເຖິງແມ່ນທ່ານເພີດູ ມີຄະແນນນຳໜ້າທ່ານອອສຊອຟ ໃນການແຂ່ງຂັນລະຫວ່າງພວກທ່ານທັງສອງແລະທ່ານວໍນັອກ ມີຄະແນນນຳນ້າທ່ານນາງໂລຟເຟລີ ໃນການແຂ່ງຂັນທີ່ມີຜູ້ສະໝັກທັງໝົດ 10 ຄົນ. ການຢັ່ງຄະແນນສຽງຫຼ້າສຸດສະແດງໃຫ້ເຫັນວ່າທັງສອງຄູ່ຕ່າງກໍມີຄະແນນ
ສຽງໃກ້ຄຽງກັນຫຼາຍ ຈົນບໍ່ສາມາດຄາດຄະເນໄດ້ວ່າບຸກຄົນໃດອາດຈະເປັນຜູ້ຊະນະ.

ຜົນຂອງການເລືອກຕັ້ງດັ່ງກ່າວນີ້ ຈະມີຄວາມສຳຄັນຫຼາຍ ຢູ່ທີ່ວໍຊິງຕັນ ຊຶ່ງໝາຍເຖິງການເຂົ້າຄວບຄຸມສະພາສູງ ໃນໄລຍະສອງປີທຳອິດ ໃນການເປັນປະທານາທິບໍດີຂອງທ່ານໄບເດັນ ຫຼັງຈາກທ່ານສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນຈະມານີ້.

ພັກຣີພັບບລີກັນຈະມີຄະແນນສຽງນຳຢູ່ 50 ຕໍ່ 48 ຫຼັງຈາກສະມາຊິກຂອງສະພາສູງຊຸດໃໝ່ ສາບານໂຕເຂົ້າຮັບຕຳແໜ່ງໃນວັນອາທິດ. ໄຊຊະນະໃດນຶ່ງຫລືທັງສອງຢູ່ທີ່ການເລືກຕັ້ງໃນລັດຈໍເຈຍຈະໃຫ້ພັກຣີພັບບລີກັນເປັນຜູ້ກຳສຽງສ່ວນຫຼາຍໃນທັນທີ ແລະມີສິດທີ່ຈະເປັນຜູ້ກຳນົດວາລະປະຊຸມ ແລະມີສຽງສ່ວນຫຼາຍຢູ່ໃນທຸກໆຄະນະກຳມະການຂອງສະພາສູງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG