ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳປັ່ນລົບ ສຫລ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ເປັນເທື່ອທີ 2 ໃນເດືອນນີ້


ແຜນທີ່ໄຕ້ຫວັນ
ແຜນທີ່ໄຕ້ຫວັນ

ກຳປັ່ນລົບຂອງສະຫະລັດ 2 ລຳ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ທີ່ມີຄວາມຫລໍ່ແຫຼມສຳຄັນໃນວັນພະຫັດມື້ນີ້ ອີງຕາມຄຳຖະແຫຼງຂອງກອງທັບເຮືອສະຫະລັດຊຶ່ງເປັນຄັ້ງທີ 2 ພາຍໃນເດືອນນີ້ ແລະມີຂຶ້ນເກືອບ 2 ອາທິດ ຫຼັງຈາກກຸ່ມກຳປັ່ນບັນທຸກເຮືອບິນຂອງຈີນ ແລ່ນຜ່ານຊ່ອງແຄບດັ່ງກ່າວ.

ຈີນ ຊຶ່ງກ່າວອ້າງວ່າໄຕ້ຫວັນທີ່ປົກຄອງແບບປະຊາທິປະໄຕເປັນດິນແດນຂອງຕົນນັ້ນ ໄດ້ມີຄວາມໂກດແຄ້ນ ຍ້ອນການໃຫ້ຄວາມຊ່ວຍເຫຼືອເພີ້ມຂຶ້ນຂອງສະ ຫະລັດຕໍ່ເກາະດອນດັ່ງກ່າວ ຮວມທັງການຂາຍອາວຸດແລະການສົ່ງກຳປັ່ນລົບແລ່ນຜ່ານຊ່ອງແຄບໄຕ້ຫວັນ ຍິ່ງເຮັດໃຫ້ຄວາມສຳພັນ ລະຫວ່າງປັກກິ່ງກັບວໍຊິງເຄັ່ງຕຶງຂຶ້ນຕື່ມ.

ກອງທັບເຮືອສະຫະລັດ ກ່າວວ່າ ກຳປັ່ນລົບຕິດລູກສອນໄຟນຳວິຖີ ຈອນ ແມັກເຄນ (John McCain) ແລະເຄີຕິສ ວິລເບີ (Curtis Wilbur) ໄດ້ “ແລ່ນຜ່ານຊ່ອງແຄບໄຕ້ຫວັນຕາມປົກກະຕິໃນວັນທີ 31 ທັນວາ ຊຶ່ງເປັນການສອດຄ່ອງຕາມກົດໝາຍສາກົນ.”

“ການແລ່ນຜ່ານຊ່ອງແຄບໄຕ້ຫວັນ ຂອງກຳປັ່ນທັງສອງ ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສະຫະລັດ ຕໍ່ເຂດອິນໂດປາຊີຟິກທີ່ເສລີແລະເປີດກວ້າງ. ກອງທັບສະຫະລັດຈະສືບຕໍ່ສົ່ງເຮືອບິນ ກຳປັ່ນ ແລະປະຕິບັດງານຢູ່ບ່ອນໃດກໍຕາມທີ່ກົດໝາຍສາກົນອະນຸຍາດໃຫ້.”

ນີ້ແມ່ນການແລ່ນຜ່ານຊ່ອງແຄບໄຕ້ຫວັນເທື່ອທີ 13 ຂອງກອງທັບເຮືອສະຫະລັດ ພາຍໃນປີນີ້.

ກອງທັບເຮືອໄຕ້ຫວັນກ່າວວ່າ ກຳປັ່ນທັງສອງໄດ້ແລ່ນຜ່ານຊ່ອງແຄບໄຕ້ຫວັນໄປສູ່ທິດເໜືອ ໃນອັນທີ່ປະເທດດັ່ງກ່າວເອີ້ນວ່າ ເປັນ “ການປະຕິບັດງານຕາມປົກກະຕິ” ແລະກ່າວຕື່ມວ່າ ກອງທັບໄຕ້ຫວັນ ໄດ້ຕິດຕາມເບິ່ງການແລ່ນຜ່ານຂອງກຳປັ່ນລົບສະຫະລັດ ແລສະຖານະການກໍຢູ່ໃນສະພາບ “ປົກກະຕິ.”

ກະຊວງປ້ອງກັນປະເທດຈີນ ບໍ່ໄດ້ອອກຖະແຫຼງການຕອບໂຕ້ໃດໆ ໃນທັນທີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG