ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຄາລີຟໍເນຍ ຄາດວ່າ ຈະຕໍ່ຄຳສັ່ງ ໃຫ້ຢູ່ກັບບ້ານກັບເຮືອນ ອອກໄປຕື່ມ


ເຈົ້າໜ້າແພດ ຕິດຕາມຄົນເຈັບຈາກລົດໂຮງໝໍ ໄປຫ້ອງສຸກເສີນ ທີ່ສູນກາງການແພດ LAC + USC ໃນນະຄອນລອສແອນເຈີລິສ ລັດຄາລີຟໍເນຍ ເມື່ອວັນທີ 27 ທັນວາ 2020.
ເຈົ້າໜ້າແພດ ຕິດຕາມຄົນເຈັບຈາກລົດໂຮງໝໍ ໄປຫ້ອງສຸກເສີນ ທີ່ສູນກາງການແພດ LAC + USC ໃນນະຄອນລອສແອນເຈີລິສ ລັດຄາລີຟໍເນຍ ເມື່ອວັນທີ 27 ທັນວາ 2020.

ລັດຄາລີຟໍເນຍ ທາງພາກຕາເວັນຕົກຂອງສະຫະລັດ ຄາດວ່າ ຈະຕໍ່ອາຍຸຄຳສັ່ງໃຫ້ຢູ່ກັບບ້ານກັບເຮືອນໃນວັນອັງຄານວານນີ້ ສຳລັບປະຊາຊົນຢູ່ໃນສອງເຂດທີ່ສຳຄັນຂອງລັດດັ່ງກ່າວໃນຂະນະທີ່ລັດຄາລີຟໍເນຍພວມດີ້ນຮົນຕໍ່ສູ້ເພື່ອຮັບມືກັບພວກທີ່ຕິດພະຍາດໂຄວິດ-19 ໃນຈຳນວນເພີ້ມຂຶ້ນ.

ຜູ້ປົກຄອງລັດ ທ່ານແກວິນ ນິວຊຳ (Gavin Newsom) ກ່າວໃນວັນຈັນຜ່ານມານີ້ວ່າ ມັນເປັນ “ສິ່ງທີ່ເຫັນໄດ້ແຈ້ງ” ທີ່ວ່າການຈຳກັດເທື່ອທຳອິດທີ່ໄດ້ມີການນຳໃຊ້ເມື່ອ 3 ອາທິດກ່ອນ ສຳລັບເຂດຮ່ອມພູໂຈອາກິນ ໃນເຂດພາກກາງຂອງລັດ ແລະຢູ່ໃນເຂດພາກໃຕ້ຂອງລັດຄາລີຟໍເນຍນັ້ນ ຈະຖືກຕໍ່ເວລາອອກໄປຕື່ມ ໃນຂະນະທີ່ຫ້ອງມໍລະສຸມຂອງໂຮງໝໍຕ່າງໆແມ່ນເຕັມຫຼືເກືອບ
ຈະເຕັມອັດຕາຢູ່ແລ້ວ. ເຂດຮ່ອມພູໂຈອາກິນ ເປັນເຂດທີ່ມີຄວາມສຳຄັນສຳລັບພາກສ່ວນກະສິກຳຂອງລັດຄາລີຟໍເນຍ ໃນຂະນະທີ່ເຂດພາກໃຕ້ຂອງລັດແມ່ນຮວມທັງນະຄອນລອສແອນເຈີລິສ ແລະແຊນດີອາໂກ ນຳດ້ວຍ.

ສະຖານະການແມ່ນຮ້າຍແຮງຂຶ້ນນຳນັບມື ຍ້ອນໂຮງໝໍຕ່າງໆໃນເຂດດັ່ງກ່າວບໍ່ຮັບເອົາພວກຄົນເຈັບທີ່ຕ້ອງການປິ່ນປົວແບບສຸກເສີມຕື່ມອີກ ແລະໄດ້ປຸກຕູບຜ້າຕັ້ງເປັນຫ້ອງປິ່ນປົວຊົ່ວຄາວ ສຳລັບພວກຄົນປ່ວຍ ຍ້ອນໂຄວິດ-19 ທີ່ລົ້ນໂຮງໝໍນັ້ນ.

ລັດຄາລີຟໍເນຍໄດ້ກາຍເປັນສູນກາງໃນການລະບາດຂອງໄວຣັສໂຄໂຣນາຫຼ້າສຸດຢູ່ໃນສະຫະ ລັດ. ອີງຕາມໂຕເລກທີ່ເກັບກຳໂດຍມະຫາວິທະຍາໄລຈອນສ໌ ຮອບກິນສ໌ ແລ້ວ ລັດດັ່ງກ່າວ ມີຜູ້ຕິດໂຄວິດ-19 ທີ່ໄດ້ຮັບການຢືນຢັນ 2,192,694 ຄົນ ຮວມທັງຜູ້ເສຍຊີວິດ 24,419 ຄົນ.

ຜູ້ປົກຄອງລັດນິວຊຳ ໄດ້ເຕືອນໃນວັນຈັນທີ່ຜ່ານມານີ້ວ່າ ລັດຄາລີຟໍເນຍ ພວມຈະໄດ້ຮັບ “ການເພີ້ມຂຶ້ນຫຼາຍກວ່າໝູ່ ໂດຍເວົ້າວ່າແມ່ນລື່ນການເພີ້ມຂຶ້ນໃດໆທັງໝົດ” ໃນຂະນະທີ່ປະຊາຊົນໃນລັດຄາລີຟໍເນຍບໍ່ເອົາຫົວຊາຕໍ່ຄໍາເຕືອນຂອງພວກນັກຊ່ຽວຊານສາທາລະນະສຸກ ທີ່ບໍ່ໃຫ້ເດີນທາງໃນລະຫວ່າງວັນພັກບຸນສະຫຼອງຄຣິສມັສແລະປີໃໝ່ສາກົນ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ມີເກືອບ 1 ລ້ານ 3 ແສນຄົນ ໄດ້ພາກັນໄປສະໜາມບິນຕ່າງໆໃນມື້ວັນອາທິດແລ້ວ ຫຼັງຈາກບຸນຄຣິສມັສ ຊຶ່ງເປັນຈຳນວນສູງສຸດ ໃນການເດີນທາງ ທາງອາກາດ ໃນຮອບ 9 ເດືອນກວ່າໆທີ່ຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG