ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ເລີ້ມຍົກຍ້າຍ ອົບພະຍົບໂຣຮິງຢາ ຈຸທີສອງ ປະມານ 1,000 ຄົນ


ຮູບພວກອົບພະຍົບໂຣຮິງຢາ ພວມຂຶ້ນເຮືອ ຍ້າຍໄປຢູ່ເກາະ
ບາຊານຊາ (Bhasan Char) ໃນອ່າວເບັງກາລ
ຮູບພວກອົບພະຍົບໂຣຮິງຢາ ພວມຂຶ້ນເຮືອ ຍ້າຍໄປຢູ່ເກາະ ບາຊານຊາ (Bhasan Char) ໃນອ່າວເບັງກາລ

ບັງກລາແດັສເລີ້ມຍົກຍ້າຍອົບພະຍົບຊາວໂຣຮິງຢາກຸ່ມທີສອງ ໄປຍັງບໍລິເວນທີ່ມີດິນໃນລະດັບຕ່ຳຂອງເກາະດອນແຫ່ງນຶ່ງໃນອ່າວເບັງກາລ ທັງໆທີ່ໄດ້ຮັບການຄັດຄ້ານຢ່າງແຂງຂັນຂອງພວກນັກເຄື່ອນໄຫວສິດທິມະນຸດ.

ພວກເຈົ້າໜ້າທີ່ເວົ້າວ່າ ມີຊາວໂຣຮິງຢາຫຼາຍກວ່າ 1,000 ຄົນ ຄາດວ່າຈະຖືກສົ່ງໄປເຖິງເກາະບາຊານຊາ (Bhasan Char) ໂດຍເຮືອຂົນສົ່ງຫຼາຍໆລໍາໃນວັນອັງຄານມື້ນີ້ ນຶ່ງມື້ລຸນຫຼັງທີ່ໄດ້ເດີນທາງອອກຈາກສູນອົບພະຍົບທີ່ສົກກະປົກແລະແອອັດໄປດ້ວຍຜູ້ຄົນ ໃນເຂດເມືອງຄັອກບາຊາ (Cox’s Bazar.)

ລັດຖະມົນຕີການຕ່າງປະເທດບັງກລາແດັສ ທ່ານອັບດູລ ໂມແມັນ (Abdul Momen) ກ່າວໃນວັນຈັນວານນີ້ວ່າ ພວກອົບພະຍົບໄດ້ຖືກຍົກຍ້າຍໄປຍັງອັນທີ່ທ່ານເອີ້ນວ່າ “ບ່ອນຕາກອາກາດທີ່ສວຍງາມ.”

ທ່ານໂມແມັນຢືນຢັດວ່າ ເກາະດອນດັ່ງກ່າວ ແມ່ນ “100 ເທົ່າດີກວ່າ” ຢູ່ສູນແຫ່ງຕ່າງໆ ບ່ອນທີ່ພວກອົບພະຍົບອາໄສຢູ່ໃນເວລານີ້ ແລະພວກເຂົາເຈົ້າໄດ້“ຮ້ອງຂໍ” ໃຫ້ຍົກຍ້າຍພວກເຂົາເຈົ້າໄປທີ່ເກາະບາຊານຊາ (Bhasan Char.)

ແຕ່ພວກອົບພະຍົບ ແລະພະນັກງານໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳ ກ່າວວ່າ ພວກຊາວໂຣຮິງຢາບາງຄົນໄດ້ຖືກບັງຄັບໃຫ້ຮັບເອົາການຍົກຍ້າຍໄປຢູ່ທີ່ນັ້ນ.

ໃນຕົ້ນເດືອນນີ້ ພວກອົບພະຍົບມຸສລິມໂຣຮິງຢາຈຸທຳອິດ ຫຼາຍກວ່າ 1,600 ຄົນຈາກປະເທດມຽນມາໄດ້ຖືກສົ່ງໄປຍັງເກາະບາຊານຊາ (Bhasan Char.)

ບັນດາອົງການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ ທັງສາກົນແລະໃນທ້ອງຖິ່ນຕະຫຼອດທັງກຸ່ມປົກປ້ອງສິດທິມະນຸດ ໄດ້ພາກັນຄັດຄ້ານຕໍ່ການຍົກຍ້າຍພວກອົບພະຍົບ ໂດຍກ່າວວ່າ ເກາະບາຊານຊາ ຊຶ່ງໃຊ້ເວລາຫຼາຍໆຊົ່ວໂມງເດີນທາງໂດຍທາງເຮືອຈາກແຜ່ນດິນໃຫຍ່ນັ້ນ ແມ່ນມັກເກີດນ້ຳຖ້ວມແລະມີລົມພາຍຸໄຊໂຄລນຢູ່ເລື້ອຍໆ ແລະອາດຈະຖືກນ້ຳຖ້ວມໃນລະຫວ່າງທີ່ນ້ຳທະເລມີລະດັບສູງຂຶ້ນ.

ເກາະບາຊານຊາ (Bhasan Char) ໄດ້ພົ້ນຈາກນໍ້າທະເລຂຶ້ນມາ ເມື່ອ 20 ປີທີ່ແລ້ວ ແລະກໍບໍ່ເຄີຍມີຜູ້ຄົນໄປອາໄສຢູ່ທີ່ນັ້ນມາກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG