ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການໂຈມຕີ ຂອງພວກຫົວຮຸນແຮງ ສັງຫານທະຫານປາກິສຖານ 7 ຄົນ ໃນແຂວງບາລູຈິສຖານ


ແຜນທີ່ແຂວງບາລູຈິສຖານ
ແຜນທີ່ແຂວງບາລູຈິສຖານ

ກອງທັບປາກິສຖານ ຖະແຫຼງໃນວັນອາທິດວານນີ້ ການບຸກໂຈມຕີຂອງພວກຫົວຮຸນແຮງໃນແຂວງບາລູຈິສຖານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດໄດ້ເຮັດໃຫ້ພວກທະຫານຢ່າງໜ້ອຍ 7 ຄົນເສຍຊີວິດ.

ການບຸກໂຈມຕີໃນຕອນເຊົ້າມືດ ທີ່ເມືອງຮານາຍ (Harnai) ແມ່ນແນໃສ່ດ່ານກວດຂອງກຳລັງຮັກສາດິນແດນ. ຖະແຫຼງການຂອງກອງທັບປາກິສຖານກ່າວວ່າ ການບາດເຈັບລົ້ມຕາຍໄດ້ມີຂຶ້ນໃນການສູ້ລົບກັນທີ່ຕິດຕາມມາຢ່າງດຸເດືອດ ກັບ “ພວກກໍ່ການຮ້າຍ”.

ຖະແຫຼງການກ່າວຕື່ມວ່າ “ເຂດດັ່ງກ່າວໄດ້ຖືກປິດລ້ອມ ແລະເສັ້ນທາງຫຼົບໜີໄດ້ຖືກສະກັດກັ້ນໄວ້ແລ້ວ ເພື່ອຈັບເອົາພວກຄົນບໍ່ດີ ມາລົງໂທດ. ການຊອກຄົ້ນຫາຂະໜາດໃຫຍ່ ແລະການປະຕິບັດງານເພື່ອກວດລ້າງກຳລັງດຳເນີນຢູ່.”

ມີລາຍງານແຈ້ງວ່າ ຕຳຫຼວດໃນທ້ອງຖິ່ນກ່າວວ່າທະຫານຫຼາຍຄົນກໍໄດ້ຮັບບາດ ເຈັບ ແລະພວກບຸກໂຈມຕີສາມາດຫຼົບໜີຂຶ້ນໄປເທິງພູທີ່ຕັ້ງຢູ່ໃກ້ຄຽງ.

ຍັງບໍ່ທັນມີການກ່າວອ້າງໃດໆເອົາຄວາມຮັບຜິດຊອບໃນທັນທີເທື່ອກ່ຽວກັບການໃນໂຈມຕີຮ້າຍແຮງດັ່ງກ່າວ ຊຶ່ງມີຂຶ້ນນຶ່ງມື້ ຫຼັງຈາກເຫດລະເບີດແຕກ ໃກ້ເດິ່ນກິລາ ທີ່ເມືອງປານເກີ (Panjgur) ຂອງແຂວງທີ່ມີບັນຫາທີ່ເຮັດໃຫ້ຜູ້ເບິິ່ງ 2 ຄົນເສຍຊີວິດ ແລະບາດເຈັບອີກ 6 ຄົນ.

ທີ່ແຂວງບາລູຈິສຖານ ມັກມີການໂຈມຕີ ຕໍ່ກຳລັງຮັກສາຄວາມສະຫງົບຂອງປາກິສຖານແລະພວກເຈົ້າໜ້າທີ່ຂອງລັດ. ຄວາມຮຸນແຮງເຫຼົ່ານີ້ໄດ້ມີການຖິ້ມໂທດໃສ່ພວກກະບົດແບ່ງແຍກດິນແດນຊາວບາລູຈິສຖານ ແລະພວກຫົວຮຸນແຮງຈັດທີ່ປະຕິບັດງານຢູ່ໃນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດດັ່ງ ກ່າວ.

ນາຍົກລັດຖະມົນຕີອິມຣານ ຄານ ກ່າວວ່າ “ການໂຈມຕີຂອງພວກກໍ່ການຮ້າຍ” ເຮັດໃຫ້ທ່ານມີ “ຄວາມເສົ້າໂສກເສຍໃຈ.” ທ່ານຄານ ຂຽນລົງໃນທວີດເຕີ້ ວ່າ “ການເສົ້າເສຍໃຈຢ່າງສຸດຊຶ້ງແລະຄຳພາວະນາຂອງຂ້າພະເຈົ້າ ຂໍສົ່ງໃຫ້ບັນດາຄອບຄົວຂອງທະຫານ. ປະເທດຊາດຂອງພວກເຮົາແມ່ນຢືນຢູ່ກັບພວກທະຫານ ທີ່ມີຄວາມອົງອາດກ້າຫານ ທີ່ປະເຊີນກັບການໂຈມຕີຈາກພວກກໍ່ການຮ້າຍທີ່ໄດ້ຮັບການໜຸນຫຼັງຈາກອິນເດຍ.”

https://twitter.com/ImranKhanPTI/status/1343170354131439616?s=20


ປາກິສຖານໄດ້ກ່າວຫາອິນເດຍ ທີ່ເປັນຄູ່ປໍລະປັກວ່າ ໃຫ້ການສະໜັບສະໜຸນແລະທຶນຮອນແກ່ພວກແບ່ງແຍກດິນແດນບາລູຈິສຖານ ຊຶ່ງເປັນການກ່າວຫາ ທີ່ນິວເດລີ ໄດ້ປະຕິເສດໄປແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG