ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໝໍ 3 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອັຟການິສຖານ


ເຈົ້າໜ້າທີ່ຮັກສາຄວາມສະຫງົບອັຟການິສຖານ ແລະພວກຄົນງານປະຈຳທ້ອງຖິ່ນ ຍ້າຍລົດທີ່ໄດ້ຮັບຄວາມເສຍຫາຍອອກ ຫຼັງຈາກໄດ້ມີການໂຈມຕີດ້ວຍລະເບີດແຄມທາງ ທີ່ນະຄອນຫຼວງກາບູລ ໃນວັນທີ 22 ທັນວາ 2020.
ເຈົ້າໜ້າທີ່ຮັກສາຄວາມສະຫງົບອັຟການິສຖານ ແລະພວກຄົນງານປະຈຳທ້ອງຖິ່ນ ຍ້າຍລົດທີ່ໄດ້ຮັບຄວາມເສຍຫາຍອອກ ຫຼັງຈາກໄດ້ມີການໂຈມຕີດ້ວຍລະເບີດແຄມທາງ ທີ່ນະຄອນຫຼວງກາບູລ ໃນວັນທີ 22 ທັນວາ 2020.

ມີທ່ານໝໍຢ່າງໜ້ອຍ 3 ຄົນ ແລະຄົນຂັບລົດຂອງພວກເຂົາເຈົ້າ ໄດ້ຖືກຂ້າຕາຍແລະອີກຄົນນຶ່ງໄດ້ຮັບບາດເຈັບໃນເຫດລະເບີດຢູ່ທາງທິດໃຕ້ຂອງນະຄອນຫຼວງກາບູລ ໃນຕອນເຊົ້າວັນອັງຄານວານນີ້ ໃນຂະນະທີ່ພວກເຂົາເຈົ້າພວກຂີ່ລົດໄປເຮັດວຽກຢູ່ທີ່ຄຸກ ທີ່ໃຫຍ່ທີ່ສຸດຂອງປະເທດ .

ໃນຖະແຫຼງການສະບັບນຶ່ງ ພວກເຈົ້າໜ້າທີ່ ຢູ່ທີ່ຄຸກ ພູລ-ອີ-ຊາກຄີ (Pul-e-Charkhi) ໄດ້ສະແດງຄວາມເສົ້າເສຍໃຈເປັນທີ່ສຸດ ຕໍ່ການໄດ້ຮັບ “ຂ່າວອັນໜ້າເສົ້າສະຫຼົດໃຈ ທີ່ຮັກສາການ ຜູ້ອຳນວຍການໃຫຍ່ຂອງພະແນກສາທາລະນະສຸກປະຈຳຄຸກ ນາຍພົນຈັດຕະວາ ດຣ. ນາຊີຟາ ອີບຣາຮິມ (Nazefa Ibrahim) ໄດ້ຖືກຂ້າຕາຍພ້ອມກັບທ່ານໝໍອີກ 2 ຄົນແລະຄົນຂັບລົດຜູ້ນຶ່ງໃນເຫດລະເບິດແຄມທາງ ໃນເວລາປະມານ 7 ໂມງເຄິ່ງຕອນເຊົ້າມື້ນີ້.”

ແຫຼ່ງຂ່າວຂອງທາງຄອບຄົວແຈ້ງວ່າ ທ່ານໝໍຜູ້ຊາຍທີ່ເສຍຊີວິດ ໃນການໂຈມຕີຄັ້ງນີ້ ແມ່ນ ດຣ. ອັບດູລ ມາຕີນ ຊຶ່ງເປັນສາມີຂອງ ດຣ. ອີບຣາຮິມ.

ແລະທ່ານໝໍແມ່ຍິງອີກຄົນນຶ່ງ ແມ່ນໄດ້ເຮັດວຽກຢູ່ທີ່ໂຮງໝໍທ້ອງຖິ່ນ ຊຶ່ງໄດ້ຖືກດັດແປງໃຫ້ເປັນສະຖານທີ່ປິ່ນປົວພະຍາບານໂຄວິດ-19 ຊຶ່ງເປັນພະຍາດທີ່ມາຈາກໄວຣັສໂຄໂຣນາ.

ທ່ານນູຣູລລາ ທາຣາກາຍ (Noorullah Tarakai) ຮອງໂຄສົກກະຊວງສາທາລະນະສຸກ ກ່າວວ່າ ພວກທີ່ເດີນທາງຜ່ານໄປມາຫຼາຍຄົນກໍໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ.

ໃນການກ່າວປະນາມການໂຈມຕີຄັ້ງນີ້ ທ່ານຣອສ ວິລສັນ ອຸບປະທູດຂອງສະຫະລັດ ກ່າວວ່າ “ມັນເປັນເລື້ອງທີ່ໜ້າຕື່ນຕົກໃຈ ທີ່ຮັບຂ່າວກ່ຽວກັບການເສຍຊີວິດພວກທ່ານໝໍປະຈຳຫ້ອງການຄຸ້ມຄອງຄຸກ ທີ່ໄດ້ພາກັນເຮັດວຽກແບບບໍ່ຮູ້ຈັກອິດເມື່ອຍ ໃນແຕ່ລະວັນ ເພືີ່ອຊ່ວຍຊີວິດ ຂອງພວກທີ່ຕົກຢູ່ໃນອັນຕະລາຍໂດຍສະເພາະແລ້ວໃນລະຫວ່າງທີ່ເກີດໂຣກລະບາດບ່ອນທີ່ພວກເຈົ້າໜ້າທີ່ແພດແຖວໜ້າມີຄວາມຕ້ອງການເປັນທີ່ສຸດນັ້ນ.”

ມາຮອດເວລານີ້ ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອໃນການໂຈມຕີດັ່ງກ່າວ ທີ່ຕິດຕາມມາດ້ວຍເຫດການທີ່ຄ້າຍຄືກັນຫຼາຍໆຄັ້ງຢູ່ໃນທົ່ວປະເທດ.

ໃນມື້ວັນຈັນຜ່ານມາ ມືປືນທີ່ບໍ່ຊາບຝ່າຍໄດ້ສັງຫານນັກຂ່າວອັຟການິສຖານຄົນນຶ່ງທີ່ແຂວງກາສນີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG