ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈຳກັດ ການອອກວີຊາ ໃຫ້ແກ່ເຈົ້າໜ້າທີ່ຈີນ ທີ່ສົງໄສ ລະເມີດສິດທິມະນຸດ


ທຸງຊາດຂອງສະຫະລັດ ແລະຈີນ ຕັ້ງຢູ່ຜາມຂອງ AICC ໃນລະຫວ່າງການວາງສະແດງສິນຄ້າແລະບໍລິການລະຫວ່າງປະເທດ ທີ່ນະຄອນຫຼວງປັກກິ່ງ.
ທຸງຊາດຂອງສະຫະລັດ ແລະຈີນ ຕັ້ງຢູ່ຜາມຂອງ AICC ໃນລະຫວ່າງການວາງສະແດງສິນຄ້າແລະບໍລິການລະຫວ່າງປະເທດ ທີ່ນະຄອນຫຼວງປັກກິ່ງ.

ກະຊວງການຕ່າງປະເທດສະຫະລັດ ໄດ້ເພີ້ມຂໍ້ຈຳກັດໃນການອອກວີຊາໃຫ້ແກ່ພວກເຈົ້າໜ້າທີ່ຈີນ ທີ່ສົງໄສວ່າ ລະເມີດສິດທິມະນຸດ.

ລັດຖະມົນຕີກະຊວງການຕ່າງປະເທດ ໄມຄ໌ ພອມພຽວ ກ່າວໃນຖະແຫຼງການໃນມື້ວັນຈັນວານນີ້ວ່າ ຂໍ້ຈຳກັດໃນການອອກວີຊາຈະມີຜົນຕໍ່ພວກເຈົ້າໜ້າທີ່ຈີນທີ່ສະຫະລັດເຊື່ອວ່າ ເປັນຜູ້ຮັບຜິດຊອບ ຫຼືສົມຮູ້ຮ່ວມຄິດໃນ “ການກົດຂີ່ທາງດ້ານສາສະໜາ ຫຼືເປັນຜູ້ນຳພາທາງດ້ານຈິດໃຈ ສະມາຊິກຂອງຊົນຊາດຊົນເຜົ່າກຸ່ມນ້ອຍ ພວກຄັດຄ້ານລັດຖະບານ ພວກປົກປ້ອງສິດທິມະນຸດ ພວກນັກຂ່າວ” ແລະອື່ນອີກ.

ທ່ານກ່າວຕື່ມວ່າ “ບັນດາຜູ້ປົກຄອງແບບຜະເດັດການຂອງຈີນໄດ້ອອກຂໍ້ຈຳກັດຮັດແຄບທີ່ຮ້າຍແຮງເກີນຂອບເຂດ ຕໍ່ສິດເສລີພາບໃນການປາກເວົ້າ ສິດເສລີິພາບໃນດ້ານສາສະໜາ ຫຼືດ້ານຄວາມເຊື່ອ ສິດເສລີພາບໃນການຄົບຄ້າສະມາ ຄົມແລະສິດເສລີພາບໃນການໂຮມຊຸມນຸມແບບສັນຕິຂອງປະຊາຊົນຈີນ. ສະຫະລັດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ພວກກໍ່ການໃນການລະເມີດສິດທິມະນຸຸດ ເຫຼົ່ານີ້ ແມ່ນບໍ່ຍິນດີທີ່ຈະໃຫ້ການຕ້ອນຮັບໂດຍປະເທດຂອງພວກເຮົາ.”

ທ່ານພອມພຽວກ່າວວ່າ ສະມາຊິກໃນຄອບຄົວຂອງພວກທີ່ນອນຢູ່ໃນເປົ້າໝາຍກໍຈະປະເຊີນກັບການຈຳກັດໃນການອອກວີຊາເຊັ່ນດຽວກັນ.

ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນເດືອນສຸດທ້າຍຂອງລັດຖະບານປະທານາທິບໍດີດໍໂນລ ທຣຳ. ນອກນັ້ນມັນຍັງມີຂຶ້ນໃນເວລາທີ່ສາຍພົວພັນລະຫວ່າງສະຫະລັດກັບຈີນ ມີຄວາມເຄັ່ງຕຶງເພີ້ມຂຶ້ນ ກ່ຽວກັບຫຼາຍໆບັນຫາ ຮວມທັງການຮັບມືຂອງຈີນກັບໄວຣັສໂຄໂຣນາ ກົດໝາຍຄວາມໝັ້ນຄົງໃໝ່ຢູ່ໃນຮົງກົງ ແລະຄວາມເຄັ່ງຕຶງຢູ່ໃນທະເລຈີນໃຕ້.

ໃນມື້ວັນສຸກແລ້ວນີ້ ສະຫະລັດໄດ້ເອົາລາຍຊື່ບໍລິສັດຈີນຫຼາຍສິບບໍລິສັດຕື່ມເຂົ້າໃສ່ບັນຊີດຳທາງດ້ານການຄ້າ ກ່ຽວກັບການກ່າວຫາວ່າລະເມີດສິດທິມະນຸດແລະມີຄວາມສຳພັນກັບກອງທັບຈີນ. ເພື່ອເປັນການຕອບໂຕ້ຈີນໄດ້ຮຽກຮ້ອງໃຫ້ວໍຊິງຕັນຢຸດເຊົາ “ການກົດຂີ່ຕາມອຳເພີໃຈ” ຕໍ່ບັນດາບໍລິສັດຂອງຈີນ.

ໃນຕົ້ນເດືອນນີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ເລີ້ມຈຳກັດການອອກວີຊາເດີນທາງໃຫ້ແກ່ສະມາຊິກຂອງພັກຄອມມູນິສຈີນ ໂດຍອະນຸຍາດໃຫ້ເຂົ້າມາຢູ່ໃນສະຫະລັດ ໄດ້ແຕ່ພຽງນຶ່ງເດືອນ ຕໍ່ການອອກວີຊາເທື່ອນຶຶ່ງ ບ່ອນທີ່ໃນເມື່ອກ່ອນ ໄດ້ມີການອອກວີຊາໃຫ້ເປັນເວລາ 10 ປີທີ່ເຂົ້າອອກໄດ້ຫຼາຍເທື່ອນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG