ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຍ້ອນໂຄວິດ-19 ຢູ່ໃນສະຫະລັດ ກາຍຂີດໝາຍສຳຄັນ ອີກເທື່ອນຶ່ງ


ເຈົ້າໜ້າທີ່ລະບາດວິທະຍາ ຮິລດາ ອາເລແມນ (Hilda Aleman) ພວມສັກຢາກັນໂຄວິດ-19 ຂອງບໍລິສັດຟາຍເຊີ ແລະໄບໂອເອັນເທັກ ທີ່ນະຄອນແຊນຮວານ ເປີໂຕຣິໂກ ເມື່ອວັນທີ 15 ທັນວາ 2020.
ເຈົ້າໜ້າທີ່ລະບາດວິທະຍາ ຮິລດາ ອາເລແມນ (Hilda Aleman) ພວມສັກຢາກັນໂຄວິດ-19 ຂອງບໍລິສັດຟາຍເຊີ ແລະໄບໂອເອັນເທັກ ທີ່ນະຄອນແຊນຮວານ ເປີໂຕຣິໂກ ເມື່ອວັນທີ 15 ທັນວາ 2020.

ສະຫະລັດໄດ້ບັນທຶກການເສຍຊີວິດຍ້ອນໂຄວິດ-19 ກາຍ 300,000 ຄົນໃນວັນຈັນທີ່ຜ່ານມາ ຊຶ່ງເປັນມື້ດຽວກັນ ກັບທີ່ໄດ້ມີການສັກຢາວັກຊີນກັນໄວຣັສໂຄໂຣນາທີ່ເປັນສາເຫດພາໃຫ້ເປັນພະຍາດດັ່ງກ່າວ.

ໂຕເລກ ທີ່ໜ້າສະຫຼົດໃຈນີ້ ມີຂຶ້ນປະມານ 2 ອາທິດ ຫຼັງຈາກຊາວອາເມຣິກັນຫຼາຍລ້ານຄົນ ບໍ່ໄດ້ປະຕິບັດຕາມຄຳເຕືອນຂອງແພດໝໍ ທີ່ຫ້າມບໍ່ໃຫ້ເດີນທາງແລະຊຸມແຊວກັນກັບສະມາຊິກໃນຄອບຄົວໃນໂອກາດວັນບຸນຂອບຄຸນພະເຈົ້າ.

ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ແລ້ວ ມາຮອດຕອນບ່າຍຂອງມື້ວັນຈັນ ມີຊາວອາເມຣິກັນ 300,494 ຄົນເສຍຊີວິດຍ້ອນໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດຈາກເຊື້ອໄວຣັສໂຄໂຣນາ.

ສະຫະລັດແມ່ນປະກອບເປັນເກືອບນຶ່ງໃນ 5 ຂອງຜູ້ເສຍຊີິວິດທັງໝົດຢູ່ໃນທົ່ວໂລກ.

ນອກນັ້ນແລ້ວ ສະຫະລັດຍັງໄດ້ເຮັດສະຖິຕິໃໝ່ ກ່ຽວກັບຄົນເຂົ້າໂຮງໝໍໃນມື້ວັນຈັນທີ່ຜ່ານມາ ຄືມີທັງໝົດ 110,549 ຄົນ ອີງຕາມໂຄງການຕິດຕາມສິ້ງຊອມໂຄວິດ-19 [[ https://covidtracking.com/data ]].

ຂະນະດຽວກັນ ລັດຖະມົນຕີກະຊວງສາທາລະນະສຸກຂອງເຢຍຣະມັນ ໄດ້ຮຽກຮ້ອງໃຫ້ອົງການຄຸ້ມຄອງກົດລະບຽບຂອງສະຫະພາບຢູໂຣບ ຄວນໃຫ້ການອະນຸມັດໃນການນຳໃຊ້ຢາວັກຊີນກັນໂຄວິດ-19 ໂດຍໄວ ໃນຂະນະທີ່ທະວີບດັ່ງກ່າວພວມປະເຊີນໜ້າກັບການຈຳກັດຮັດແຄບທີ່ເຄັ່ງຄັດຮອບໃໝ່ເພື່ອຍຸຕິການແຜ່ລະບາດຂອງເຊື້ອພະຍາດນີ້

ລັດຖະມົນຕີເຈັນສ໌ ສປານ (Jens Spahn) ໃນຕອນແລງວັນອັງຄານວານນີ້ໄດ້ຮຽກຮ້ອງໃຫ້ອົງການຄຸ້ມຄອງຢາຂອງສະຫະພາບຢູໂຣບ ໃຫ້ການອະນຸມັດຂັ້ນສຸດທ້າຍ ໃນການນຳໃຊ້ຢາວັກຊີນ ທີ່ພັດທະນາຮ່ວມກັນ ລະຫວ່າງບໍລິສັດຜະລິດຢາຟາຍເຊີຂອງສະຫະລັດແລະໄບໂອເອັນເທັກຂອງເຢຍຣະມັນພາຍໃນວັນຄຣິສມາສ. ຢາວັກຊີນດັ່ງກ່າວ ເວລານີ້ພວມມີການແຈກຢາຍຢູ່ໃນປະເທດອັງກິດແລະສະຫະລັດ ຫຼັງຈາກອົງການຄຸ້ມຄອງ ກົດລະບຽບຂອງລັດຖະບານ
ໄດ້ໃຫ້ການອະນຸມັດຢ່າງວ່ອງໄວສຳລັບການນຳໃຊ້ ລຸນຫຼັງທີ່ໄດ້ຜ່ານຂັ້ນຕອນທົບທວນຢ່າງຖີ່ຖ້ວນແລ້ວ.

ແຕ່ຫົວໜ້າຂອງອົງການອີແອັມເອ (EMA) ອີເມີ ຄຸກ (Emer Cook) ກ່າວເມື່ອວັນຈັນຜ່ານມານີ້ວ່າ ອົງການຄຸ້ມຄອງກົດລະບຽບ ຈະບໍ່ປະຊຸມກັນ ຈົນເທົ້າວັນທີ 29 ທັນວາ ເພື່ອຕັດສິນໃຈກ່ຽວກັບຄວາມເປັນໄປໄດ້ຕໍ່ການອະນຸມັດຢາວັກຊີນດັ່ງກ່າວ ໂດຍຢືນຢັັດວ່າອົງການຄຸ້ມຄອງກົດລະບຽບພວມເຮັດວຽກ 24 ຊົ່ວໂມງ ໃນແຕ່ລະມື້ ເພື່ອເສັດສິ້ນການຊັ່ງຊາຕີລາຄາເບິ່ງຂໍ້ມູນ ໃນທົດລອງຂະໜາດໃຫຍ່ຂອງບໍລິສັດຟາຍເຊີຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG