ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ກາຍສາມແສນຄົນແລ້ວ


ພວມມີການກະກຽມຢາວັກຊີນກັນໄວຣັສໂຄໂຣນາ ທີ່ໂຮງຮຽນການແພດມະຫາວິທະຍາໄລລັດວິສຄອນຊິນ ທີ່ເມືອງແມດີສັນ ເມື່ອວັນທີ 14 ທັນວາ 2020.
ພວມມີການກະກຽມຢາວັກຊີນກັນໄວຣັສໂຄໂຣນາ ທີ່ໂຮງຮຽນການແພດມະຫາວິທະຍາໄລລັດວິສຄອນຊິນ ທີ່ເມືອງແມດີສັນ ເມື່ອວັນທີ 14 ທັນວາ 2020.

ສະຫະລັດໄດ້ບັນທຶກການເສຍຊີວິດຍ້ອນໂຄວິດ-19 ກາຍ 300,000 ຄົນໃນວັນຈັນວານນີ້ ຊຶ່ງເປັນມື້ດຽວກັນກັບທີ່ໄດ້ມີການສັກຢາວັກຊີນກັນໄວຣັສໂຄໂຣນາທີ່ເປັນສາເຫດພາໃຫ້ເປັນພະຍາດດັ່ງກ່າວ.

ໂຕເລກທີ່ໜ້າເສົ້າໂສກທີ່ວ່ານີ້ ມີຂຶ້ນປະມານ 2 ອາທິດຫຼັງຈາກຊາວອາເມຣິກັນຫຼາຍລ້ານຄົນ ບໍ່ໄດ້ປະຕິບັດຕາມຄຳເຕືອນຂອງແພດໝໍ ໃນການຫ້າມເດີນທາງແລະຊຸມແຊວກັນກັບສະມາຊິກໃນຄອບຄົວເນື່ອງໃນໂອກາດວັນບຸນຂອບຄຸນພະເຈົ້າ.

ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ ມາຮອດຕອນບ່າຍຂອງວັນຈັນວານນີ້ ມີຊາວອາເມຣິກັນ 300,267 ຄົນເສຍຊີວິດຍ້ອນໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດຈາກເຊື້ອໄວຣັສໂຄໂຣນາ. ສະຫະລັດແມ່ນປະກອບເປັນເກືອບນຶ່ງໃນ 5 ຂອງຜູ້ເສຍຊີິວິດທັງໝົດຢູ່ໃນທົ່ວໂລກ.

ໃນຂະນະທີ່ມັນໃຊ້ເວລາເຖິງ 4 ເດືອນ ສຳລັບຊາວອາເມຣິກັນຈຸທຳອິດຈຳນວນ 100,000 ຄົນໄດ້ຍອມແພ້ຕໍ່ເຊື້ອໄວຣັສດັ່ງກ່າວ ແຕ່ພວກນັກຊ່ຽວຊານໃນດ້ານສາທາະລະນະສຸກບາງທ່ານທຳນາຍວ່າຈະມີຊາວອາເມຣິກັນອີກ 100,000 ຄົນເສຍຊີວິດຍ້ອນເຊື້ອໄວຣັສໂຄໂຣນາ ກ່ອນທ້າຍເດືອນມັງກອນຈະມານີ້.

ການເພີ້ມຂຶ້ນທີ່ຄ້າຍຄືກັນນີ້ ໄດ້ມີການຈົດບັນທຶກ ຢູ່ໃນທົ່ວໂລກ ໃນຂະນະທີ່ຈຳນວນປະເທດຕ່າງໆໃນຢູໂຣບເລີ້ມທຳການປິດເມືອງຮອບສອງ ເຖິງແມ່ນໃນຂະນະທີ່ພະນັກງານການແພດແຖວໜ້າທີ່ໃຫ້ການປິ່ນປົວຄົນປ່ວຍເລີ້ມໄດ້ຮັບຢາວັກຊີນກັນເຊື້ອໄວຣັສນີ້.

ເຢຍຣະມັນຈະເລີ້ມທຳການປິດເມືອງຮອບສອງ ໃນວັນພຸດມື້ອື່ນນີ້ ທ່າມກາງທີ່ມີການຕິດເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນ. ລັດຖະບານ ຮຽກຮ້ອງໃຫ້ປະຊາຊົນ ຫຼີກລ່ຽງການໄປຊອບປິ້ງສຳລັບວັນບຸນຄຣິສມາສ ໃນໄລຍະສອງມື້ກ່ອນທີ່ຫ້າງຮ້ານສ່ວນໃຫຍ່ຈະອັດກິດຈະການ ແລະການຢູ່ຫ່າງກັນໃນສັງຄົມເລີ້ມມີຜົນບັງຄັບໃຊ້ເຄັ່ງຄັດຂຶ້ນກວ່າເກົ່າ.

ອີງຕາມ ມະຫາວິທະຍາໄລຈອນສ໌ ຮອບກິນສ໌ ແລ້ວ ມາຮອດຕອນບ່າຍວັນຈັນວານນີ້ ເຢຍຣະມັນມີກໍລະນີຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວ 1,356,650 ຄົນ ແລະຫຼາຍກວ່າ 22,300 ຄົນເສຍຊີວິດ.

ອີຕາລີໄດ້ແຊງໜ້າອັງກິດເປັນປະເທດໃນຢູໂຣບທີ່ມີຜູ້ເສຍຊີວິດຍ້ອນໂຄວິດ-19 ຫຼາຍທີ່ສຸດ ອີງຕາມຂໍ້ມູນທີ່ເກັບກຳໂດຍ ມະຫາວິທະຍາໄລຈອນສ໌ ຮອບກິນສ໌. ໃນຕອນບ່າຍວັນຈັນວານນີ້ ອີຕາລີມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 65,000 ຄົນໃນຂະນະທີ່ອັງກິດມີ 64,500 ຄົນ.

ນາຍົກລັດຖະມົນຕີໄອຣ໌ແລນ ທ່ານໄມເກີລ ມາຕິນ ກ່າວໃນວັນຈັນວານນີ້ວ່າ ການຈຳກັດຮັດແຄບກ່ຽວກັບໂຄວິດ-19 ບາງຢ່າງ ອາດຈະເລີ້ມມີການນຳໃຊ້ຄືນອີກໃນເດືອນມັງກອນນີ້ ຫຼັງຈາກເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງ ກ່າວວ່າ ຈຳນວນກໍລະນີຕິດເຊື້ອອາດຈະເພີ້ມຂຶ້ນຕື່ມ ຫຼັງຈາກຫຼາຍໆພາກສ່ວນຂອງເສດຖະກິດ ເປີດກິດຈະການຄືນໃໝ່ ໃນຮອບສອງອາທິດທີ່ຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG