ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຂື່ອນຈີນ ຢູ່ພາຍໃຕ້ການກວດກາ ຂອງສະຫະລັດ ໃນການແຂ່ງຂັນ ຢູ່ແມ່ນ້ຳຂອງ


ເຮືອຈິນລຳນຶ່ງພ້ອມດ້ວຍນັກທໍລະນີວິທະຍາຈີນ ພວມສຳຫຼວດລຳແມ່ນ້ຳຂອງ ໃນເຂດຊາຍແດນລາວຕິດກັບໄທ ເມື່ອວັນທີ 23 ເມສາ 2017.
ເຮືອຈິນລຳນຶ່ງພ້ອມດ້ວຍນັກທໍລະນີວິທະຍາຈີນ ພວມສຳຫຼວດລຳແມ່ນ້ຳຂອງ ໃນເຂດຊາຍແດນລາວຕິດກັບໄທ ເມື່ອວັນທີ 23 ເມສາ 2017.

ໂຄງການທີ່ໄດ້ຮັບທຶນສະໜັບສະໜຸນຈາກສະຫະລັດທີ່ໃຊ້ດາວທຽມຕິດຕາມແລະພິມເຜີຍແຜ່ລະດັບນ້ຳ ຢູ່ຕາມເຂື່ອນຕ່າງໆຂອງຈີນໃນແມ່ນ້ຳຂອງ ໄດ້ມີການປະກາດໃນວັນຈັນມື້ນີ້ ໄດ້ເພີ້ມການແຂ່ງຂັນຂອງມະຫາອຳນາດທີ່ມີຢູ່ແລ້ວ ໃນເຂດເອເຊຍຕາເວັນອອກສຽງໃຕ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ແມ່ນ້ຳຂອງ ທີ່ມີລວງຍາວ 4,350 ກິໂລແມັດ ຫຼື 2,700 ໄມລ໌ ຊຶ່ງຮູ້ກັນໃນຊື່ແມ່ນ້ຳລ້ານຊ້າງຢູ່ຈີນ​ແລະໄຫຼລົງສູ່ທາງໃຕ້ຜ່ານປະເທດມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ໄດ້ກາຍເປັນຈຸດເພັ່ງເລັງຂອງການແຂ່ງຂັນດັ່ງກ່າວ.

ປັກກິ່ງບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າຂອງສະຫະລັດໂດຍກ່າວວ່າ ເຂື່ອນຂອງຈີນໄດ້ກັກນ້ຳໄວ້ເພື່ອບໍ່ໃຫ້ເກີດຄວາມເສຍຫາຍຕໍ່ບັນດາປະເທດທີ່ຢູ່ທາງໃຕ້ລົງມາ ບ່ອນທີ່ປະຊາຊົນ 60 ລ້ານຄົນແມ່ນກາງຕໍ່ແມ່ນ້ຳດັ່ງກ່າວໃນການຫາປາແລະການປູກຝັງ.

ການສັງເກດການເຂື່ອນໃນແມ່ນ້ຳຂອງ [[https://www.stimson.org/project/mekong-dam-monitor]] ຊຶ່ງສ່ວນນຶ່ງ ໄດ້ຮັບທຶນສະໜັບສະໜຸນຈາກກະຊວງການຕ່າງປະເທດສະຫະລັດ ໃຊ້ຂໍ້ມູນຈາກດາວທຽມທີ່ສາມາດມອງຜ່ານເມກໄດ້ນັ້ນເພື່ອຕິດຕາມເບິ່ງລະດັບນ້ຳຈາກເຂື່ອນຕ່າງໆຢູ່ໃນຈີນແລະປະເທດອື່ນໆ.

ຂໍ້ມູນດັ່ງກ່າວນີ້ ຈະມີໄວ້ໃຫ້ຊົມໃຊ້ ພາຍໃນເວລາທີ່ເກືອບວ່າເໝືອນຈິງ ເລີ້ມແຕ່ວັນອັງຄານມື້ອື່ນນີ້ເປັນຕົ້ນໄປ.

ເຄື່ອງບົ່ງບອກອີກອັນນຶ່ງເພື່ອຕິດຕາມເບິ່ງ “ຄວາມປຽກຊຸ່ມຂອງໜ້າດິິນ” ແມ່ນເພື່ອສະແດງໃຫ້ເຫັນວ່າ ເຂດໃດຢູ່ໃນພູມີພາກ ທີ່ມີຄວາມປຽກຊຸ່ມຫຼືແຫ້ງແລ້ງກວ່າປົກກະຕິ ຊຶ່ງເປັນເຄື່ອງບົ່ງບອກກ່ຽວກັບວ່າ ການໄຫຼໂດຍທຳມະຊາດຂອງແມ່ນ້ຳໄດ້ຮັບຜົນກະທົບແບບໃດຈາກເຂື່ອນເຫຼົ່ານີ້.

ທ່ານບຣາຍອັນ ອາຍເລີ (Brian Eyler) ຈາກສູນກາງສຕິມສັນທີ່ເປັນອົງການ ໃຫ້ຄຳແນະນຳຂອງພວກນັກຊ່ຽວຊານ ຊຶ່ງມີສຳນັກງານ ຕັ້ງຢູ່ນະຄອນຫຼວງວໍຊິງຕັນ ທີ່ປະຕິບັດງານ ເພື່ອວັດ ແທກລະດັບນ້ຳທີ່ແທ້ຈິງ ຂອງແມ່ນ້ຳຂອງ ກ່າວວ່າ “ການສັງເກດການແມ່ນເພື່ອສະໜອງຫຼັກ ຖານໃຫ້ເຫັນວ່າ ເຂື່ອນໃນແມ່ນ້ຳຂອງ 11 ແຫ່ງຂອງຈີນ ແມ່ນເປັນເຂື່ອນທີ່ມີຄວາມສະຫຼັບຊັບຊ້ອນ ໃນການປະສານງານແລະການປະຕິບັດງານ ໃນວິທີເພື່ອໃຫ້ມີການຜະລິດພະລັງງານຈາກເຂື່ອນພະລັງນໍ້ຳໃຫ້ໄດ້ຫຼາຍທີ່ສຸດສຳລັບຂາຍໃຫ້ແກ່ບັນດາແຂວງໃນພາກຕາເວັນອອກ
ຂອງຈີນໂດຍຈະພິຈາລະນາແຕ່ສູນເປີເຊັນເທົ່ານັ້ນເຖິງຜົນກະທົບຕໍ່ເຂດທີ່ຢູ່ທາງໃຕ້ລົງມາ.”

ຈີນເຄີຍຕ້ອງຕິຕໍ່ການສຶກສາຄົ້ນຄວ້າໃນໄລຍະຜ່ານມາຮວມທັງການສຶກສາໂດຍຕາຂອງໂລກຫຼື Eye on Earth ຊຶ່ງເປັນສ່ວນນຶ່ງຂອງໂຄງການຕິດຕາມເບິ່ງເຂື່ອນໃນແມ່ນ້ຳຂອງ ທີ່ກ່າວວ່າ ມີການກັກນ້ຳໄວ້ໃນປີ 2019 ໃນຂະນະທີ່ປະເທດຕ່າງໆທີ່ຢູ່ທາງໃຕ້ລົງມາພວມປະເຊີນກັບໄພແຫ້ງແລ້ງຢ່າງຮ້າຍແຮງນັ້ນ.

ສະຖາບັນວິສາວະກຳພະລັງງານທາງເລືອກຂອງຈີນ ທີ່ໄດ້ຮັບການໜຸນຫຼັງຈາກລັດຖະບານຈີນ ກ່າວຢູ່ໃນລາຍງານທີ່ນຳອອກເຜີຍແຜ່ເມື່ອວັນທີ 4 ທັນວາຜ່ານມານີ້ວ່າ “ສະຫະລັດບໍ່ມີຄວາມສາມາດທີ່ຈະສະໜອງທີ່ດີໆໂດຍຕະຫຼອດມາ.”

ລາຍງານກ່າວຕື່ມວ່າ “ຜົນໃນທາງບວກຂອງການມີເຂື່ອນໄຟຟ້າພະລັງນ້ຳທີ່ຢູ່ທາງ ເໜືອຂອງແມ່ນ້ຳລ້ານຊ້າງ ຕໍ່ບັນດາປະເທດເພື່ອນບ້ານ ທີ່ຢູ່ທາງໃຕ້ລົງມາຂອງແມ່ນ້ຳຂອງ ແມ່ນຈະແຈ້ງແລະເຫັນໄດ້ງ່າຍທີ່ສຸດ” ແລະກໍກ່າວຕື່ມວ່າ ນ້ຳທີ່ຖືກກັກໄວ້ຢູ່ໃນອ່າງເກັບນ້ຳໃນລະຫວ່າງລະດູນ້ຳຖ້ວມ ແມ່ນຊ່ວຍປ້ອງກັນບໍ່ໃຫ້ເກີດທັງນ້ຳຖ້ວມ ແລະໄພແຫ້ງແລ້ງຢູ່ໃນເຂດທີ່ຢູ່ທາງໃຕ້ລົງມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG