ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການນັບຄະແນນສຽງຄືນ ຢູ່ລັດວິສຄອນຊິນ ຢືນຢັນ ການໄດ້ຮັບໄຊຊະນະ ຂອງທ່ານໄບເດັນ


ປະຊາຊົນພາກັນຖືປ້າຍ ຢູ່ນອກສູນກາງວິສຄອນຊິນ ກ່ອນການນັບບັດຄືນດ້ວຍມື ໃນການເລືອກຕັ້ງປະທານາທິບໍດີ ທີ່ເມືອງມິລວອກກີ ເມື່ອວັນທີ 20 ພະຈິກ 2020.
ປະຊາຊົນພາກັນຖືປ້າຍ ຢູ່ນອກສູນກາງວິສຄອນຊິນ ກ່ອນການນັບບັດຄືນດ້ວຍມື ໃນການເລືອກຕັ້ງປະທານາທິບໍດີ ທີ່ເມືອງມິລວອກກີ ເມື່ອວັນທີ 20 ພະຈິກ 2020.

ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ຮັບ 87​ ຄະແນນສຽງຕື່ມ ຢູ່ທີ່ລັດວິສຄອນຊິນ ໃນຂະນະທີ່ ການນັບບັດຄະແນນສຽງຄືນເປັນບາງສ່ວນເສັດສິ້ນລົງໃນວັນອາທິດວານນີ້ ຊຶ່ງເຮັດໃຫ້ການໄດ້ຮັບບັດຄະແນນສຽງຂອງທ່ານລື່ນປະທານາທິບໍດີດໍໂນລ ທຣຳ 20,000 ຄະ ແນນ ຢູ່ທີ່ລັດໃນພາກກາງຕອນເໜືອຂອງສະຫະລັດ ທີ່ເປັນລັດສະໝໍລະພູມໃນການສູ້ລົບທາງການເມືອງນັ້ນ ເປັນທີ່ແນ່ນອນແລ້ວ.

ຄະນະໂຄສະນາຫາສຽງຂອງທ່ານທຣຳໄດ້ຈ່າຍເງິນ 3 ລ້ານໂດລາ ເພື່ອໃຫ້ນັບບັດຄະແນນສຽງຈຳນວນ 800,000 ບັດຄືນໃໝ່ ຢູ່ໃນ 2 ເຂດ ທີ່ມີຜູ້ປ່ອນບັດພັກເດໂມແຄຣັດຫຼາຍທີ່ສຸດຢູ່ໃນລັດດັ່ງກ່າວ ຄືທີ່ເມືອງມິີລວອກກີ ຊຶ່ງເປັນເມືອງທີ່ໃຫຍ່ທີ່ສຸດໃນລັດວິສຄອນຊິນແລະເມືອງແມດີສັນ ຊຶ່ງເປັນເມືອງເອກຂອງລັດ ໂດຍຫວັງວ່າຈະສາມາດຕ່າວປີ້ນໃນການກ່າວອ້າງເອົາຄະແນນສຽງຂອງຜູ້ແທນລັດ 10 ຄະແນນ.

ແຕ່ແນວໃດກໍຕາມ ແທນທີ່ຈະເປັນຈັ່ງຊັ້ນ ລັດວິສຄອນຊິນແມ່ນລັດຫຼ້າສຸດບ່ອນທີ່ທ່ານທຣຳ ຜູ້ສະໝັກຂອງພັກຣີພັບບລີກັນ ໄດ້ເສຍໄຊໃນການນັບບັດຄະແນນສຽງຄືນໃໝ່ເພື່ອຕ່າວປີ້ນຜົນການເລືອກຕັ້ງໃນວັນທີ 3 ພະຈິກ ທີ່ຜູ້ທ້າທາຍຈາກພັກເດໂມແຄຣັດ ເປັນຜູ້ໄດ້ປຽບ ຫຼືຊະນະການຟ້ອງຮ້ອງກ່ຽວກັບການສໍ້ໂກງການນັບບັດຄະແນນສຽງ ທີ່ເຮັດໃຫ້ທ່ານບໍ່ໄດ້ຮັບຕຳແໜ່ງຕື່ມອີກ 4 ປີເປັນສະໄໝທີສອງຢູ່ທຳນຽບຂາວນັ້ນ.

ເວລານີ້ ທ່ານໄບເດັນຍັງມີຄະແນນສຽງຜູ້ແທນລັດນຳໜ້າ 306 ຕໍ່ 232 ທີ່ເປັນຜູ້ຕັດສິນຜົນການເລືອກຕັ້ງປະທານາທິບໍດີສະຫະລັດ ບໍ່ແມ່ນການປ່ອນບັດຂອງປະຊາຊົນໃນທົ່ວປະເທດ ເຖິງແມ່ນວ່າທ່ານໄບເດັນມີຄະແນນສຽງນຳໜ້າ ຢູ່ໃນການນັບບັດຄະແນນສຽງ ຂອງປະຊາຊົນເຊັ່ນດຽວກັນ ຄືຫຼາຍກວ່າທ່ານທຣຳ 6ລ້ານຄະແນນ.

ທ່ານໄບເດັນມີກຳນົດວ່າ ຈະສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດ ໃນວັນທີ 20 ມັງກອນຈະມານີ້ ແລະເປັນຜູ້ນຳທີ່ມີອາຍຸແກ່ທີ່ສຸດ 78 ປີ. ໃນອາທິດແລ້ວ ທ່ານໄດ້ແຕ່ງຕັ້ງຄະນະລັດຖະບານຂອງທ່ານຕາມທີ່ໄດ້ວາງແຜນໄວ້ແລະມີໂຄງການທີ່ຈະປະກາດລາຍຊື່ເຈົ້າໜ້າທີ່ຄົນສຳຄັນທາງດ້ານເສດຖະກິດໃນອາທິດນີ້.

ການປ່ອນບັດ ຂອງພວກຜູ້ແທນລັດ ຈະມີຂຶ້ນໃນວັນທີ 14 ທັນວາ ໂດຍທີ່ບັນດາລັດ ສ່ວນໃຫຍ່ຈະພາກັນປ່ອນບັດນັ້ນ. ທ່ານທຣຳກ່າວໃນອາທິດແລ້ວນີ້ວ່າ ທ່ານຈະອອກຈາກທຳນຽບຂາວເວລາສະໄໝການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງຖ້າທ່ານໄບເດັນຊະນະການປ່ອນບັດຂອງຜູ້ຕາງໜ້າລັດຕາມທີ່ໄດ້ຄາດໝາຍໄວ້.

ທ່ານທຣຳຍັງບໍ່ທັນຍອມຮັບເທື່ອວ່າ ທ່ານເສຍໄຊໃນການເລືອກຕັ້ງ ແລະຄະນະໂຄສ ະນາຫາສຽງຂອງທ່ານ ໄດ້ປາໄຊ ໃນການຟ້ອງຮ້ອງ ເພື່ອທ້າທາຍຜົນການເລືອກຕັ້ງ 30 ກວ່າຄັ້ງມາແລ້ວ.

ອ່ານຂ່າວນີ້ຕື່້ມເປັນພາສາອັງກິດ

XS
SM
MD
LG