ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດວິກຕໍເຣຍ ຂອງອອສເຕຣເລຍ ສະຫຼອງໄລຍະ 28 ມື້ ທີ່ບໍ່ມີກລະນີໂຄວິດ-19 ໃໝ່


ຜູ້ຄົນພວມຍ່າງຜ່ານຮ້ານກາເຟ ຫຼັງຈາກການຈຳກັດຮັດແຄບ ຍ້ອນໂຄວິດ-19 ໄດ້ຮັບການຜ່ອນຜັນ ທີ່ນະຄອນແມລເບີນ ລັດວິກຕໍເຣຍ.
ຜູ້ຄົນພວມຍ່າງຜ່ານຮ້ານກາເຟ ຫຼັງຈາກການຈຳກັດຮັດແຄບ ຍ້ອນໂຄວິດ-19 ໄດ້ຮັບການຜ່ອນຜັນ ທີ່ນະຄອນແມລເບີນ ລັດວິກຕໍເຣຍ.

ລັດວິກຕໍເຣຍ ຊຶ່ງເປັນລັດທີ່ໃຫຍ່ອັນດັບ 2 ຂອງອອສເຕຣເລຍ ບໍ່ມີກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ຫຼືເສຍຊີວິດມາໄດ້ 28 ມື້ແລ້ວ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສາທາລະນະສຸກ ໃນວັນສຸກມື້ນີ້.

ລັດວິກຕໍເຣຍບໍ່ໄດ້ມີລາຍງານກ່ຽວກັບກໍລະນີຕິດເຊື້ອໃດໆຫຼັງຈາກຄົນປ່ວຍລາຍສຸດທ້າຍທີ່ຕິດໂຄວິດ-19 ໄດ້ອອກຈາກໂຮງໝໍ ໃນມື້ວັນຈັນແລ້ວ.

ໃນຂະນະທີ່ລັດວິກຕໍເຣຍ ໄດ້ບັນລຸຂີດໝາຍ ບໍ່ມີການຕິດເຊື້ອໃໝ່ມາໄດ້ 28 ມື້ແລ້ວນັ້ນ ຊຶ່ງເປັນການຍອມຮັບກັນຢ່າງກວ້າງຂວາງໂດຍພວກນັກຊ່ຽວຊານທາງດ້ານສາທາລະນະສຸກວ່າເຊື້ອໄວຣັສໄດ້ຖືກກຳຈັດໄປແລ້ວຈາກຊຸມຊົນ ແຕ່ກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ຍັງຖືກພົບເຫັນຢູ່ໃນເຂດອື່ນໆຂອງປະເທດ.

ໃນຂະນະດຽວກັນ ອັງກິດໄດ້ຮ້ອງຂໍ ໃຫ້ຄະນະຄຸ້ມຄອງກົດລະບຽບ ກ່ຽວກັບຢາຂອງຕົນໃນວັນສຸກມື້ນີ້ ໃຫ້ຊັ່ງຊາຕີລາຄາເບິ່ງຢາວັກຊີນກັນໂຄວິດ-19 ຂອງມະຫາວິທະຍາໄລອອກສ໌ຟອດ ແລະບໍລິສັດແອສຕຣາເຊເນກາ ທີ່ອາດສະໜອງຊົ່ວຄາວ ກ່ອນທີ່ຈະຖືກນຳໃຊ້ຢ່າງກວ້າງຂວາງພາຍໃນທ້າຍປີນີ້ເວລາບໍລິສັດຜະລິດຢາດັ່ງກ່າວຄາດວ່າ ຈະແຈກຢາຍຢາວັກຊີນ 4 ລ້ານໂດສນັ້ນ.

ຢູ່ເຂດລາຕິນອາເມຣິກາ ປະທານາທິບໍດີຂອງບຣາຊິີລ ທ່ານແຈ ໂບລໂຊນາໂຣ​ກ່າວໃນວັນພະຫັດວານນີ້ວ່າ ທ່ານຈະປະຕິເສດ ບໍ່ສັກຢາວັກຊີນ ກັນໄວຣັສໂຄ ໂຣນາ ຊຶ່ງເປັນຄວາມເຫັນຫຼ້າສຸດ ກ່ຽວກັບຄວາມສົງໄສໃນເລື້ອງຢາວັກຊີນຂອງທ່ານ.

ທ່ານກ່າວໃນການໃຫ້ຄວາມເຫັນທີ່ນຳອອກເຜີຍແຜ່ໂດຍອົງການສື່ສັງຄົມຫຼາຍບໍລິສັດ ໂດຍເວົ້າວ່າ “ຂ້າພະເຈົ້າຂໍບອກພວກທ່ານວ່າ ຂ້າພະເຈົ້າຈະບໍ່ສັກຢານີ້. ມັນເປັນສິດທິຂອງຂ້າພະເຈົ້າ.”

ປະເທດບຣາຊີລ ຊຶ່ງມີກໍລະນິຕິດເຊື້ອໂຄວິດ-19 ຫຼາຍກວ່າ 6 ລ້ານກໍລະນີນັ້ນແມ່ນມີຜູ້ຕິດເຊື້ອຫຼາຍເປັນອັນດັບ 2 ຮອງຈາກສະຫະລັດ ແລະອິິນເດຍ ແລະມີຜູ້ເສຍຊີວິດແລ້ວຫຼາຍກວ່າ 170,000 ຄົນ ຊຶ່ງກໍຫຼາຍເປັນທີ 2 ຮອງຈາກສະຫະລັດເທົ່ານັ້ນ ອີງຕາມສູນກາງຄົ້ນຄວ້າໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌.

ໃນຂະນະທີ່ທ່ານໂບລໂຊນາໂຣ ບໍ່ໄດ້ໃຫ້ຄວາມສຳຄັນເຖິງຄວາມຮ້າຍແຮງຂອງໂຣກລະບາດໄວຣັສໂຄໂຣນາຢູ່ນັ້ນທ່ານຍັງໄດ້ສະແດງຄວາມສົງໄສບໍ່ແນໃຈກ່ຽວກັບການໃສ່ໜ້າກາກ. ຍິ່ງໄປກວ່ານັ້ນ ໃນວັນພະຫັດວານນີ້ ທ່ານຍັງກ່າວຕື່ມວ່າບໍ່ເບິ່ງຊົງວ່າທາງສະພາຈະບັງຄັບໃຫ້ມີການສັກຢາວັກຊີນກັນໄວຣັສໂຄໂຣນາ.

ໃນວັນພະຫັດວານນີ້ ສະຫະລັດມີກໍລະນີຕິດເຊື້ອໃໝ່ຕື່ມອີກ 181,000 ກໍລະນີແລະຜູ້ເສຍຊີວິດ 2,300 ຄົນຍ້ອນໄວຣັສໂຄໂຣນາ. ນອກນັ້ນຍັງມີຄົນເຂົ້າໂຮງໝໍເກືອບ​ 90,500 ຄົນ ໃນວັນພະຫັດວານນີ້ ທ່າມກາງທີ່ມີຄວາມກັງວົນກັນວ່າການເຕົ້າໂຮມກັນໃນວັນບຸນຂອບຄຸນພະເຈົ້າຂອງບັນດາຄອບຄົວແລະເພື່ອນຝູງຈະພາໃຫ້ມີກໍລະນີຕິດເຊື້ອແລະເຂົ້າໂຮງໝໍເພີ້ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG