ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ແຕ່ງຕັ້ງ ລມຕ ຕ່າງປະເທດ ແລະ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ


ຮອງລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ທີ່ຕຶກລັດຖະສະພາ ເມື່ອວັນທີ 29 ກັນຍາ 2016 ໄປໃຫ້ການ ຕໍ່ຄະນະກຳມະການຄວາມສຳພັນຕ່າງປະເທດ ຂອງສະພາສູງ.
ຮອງລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ທີ່ຕຶກລັດຖະສະພາ ເມື່ອວັນທີ 29 ກັນຍາ 2016 ໄປໃຫ້ການ ຕໍ່ຄະນະກຳມະການຄວາມສຳພັນຕ່າງປະເທດ ຂອງສະພາສູງ.

ປະທານາທິບໍດີ ທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານໂຈ ໄບເດັນ ໃນວັນອັງຄານມື້ນີ້ ພວມຈັດພິທີແນະນຳໂຕບັນດາບຸກຄົນທັງຫຼາຍທີ່ທ່ານວາງແຜນຈະສະເໜີຊື່ ເຂົ້າຮັບຕຳແໜ່ງເປັນນັກການທູດຂັ້ນສູງ ແລະດ້ານຄວາມໝັ້ນຄົງແຫ່ງຊາດໃນຄະນະລັດຖະ ບານຂອງທ່ານ.

ນຶ່ງໃນກຸ່ມຄົນດັ່ງກ່າວປະກອບດ້ວຍ ທ່ານແອນໂທນີ ບລິງເກັນ ຜູ້ເປັນທີ່ປຶກສາຮັບຜິດ ຊອບດ້ານການຕ່າງປະເທດທີ່ໃກ້ຊິດທີ່ສຸດກັບທ່ານໄບເດັນ ໄດ້ຖືກເລືອກໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ.

“ພວກເຮົາບໍ່ມີເວລາທີ່ຈະສູນເສຍ ໃນເມື່ອມັນເປັນເລື້ອງຄວາມໝັ້ນຄົງແຫ່ງຊາດ ແລະນະໂຍບາຍການຕ່າງປະເທດ” ທ່ານໄບເດັນ ໄດ້ກ່າວໄປໃນຖະແຫລງການເມື່ອວັນຈັນວານນີ້ ກ່ຽວກັບຈຸດປະສົງໃນການແຕ່ງຕັ້ງຕຳແໜ່ງຕ່າງໆນັ້ນ. ທ່ານກ່າວໄປອີກວ່າ “ຂ້າພະເຈົ້າຕ້ອງການທີມງານ ທີ່ພ້ອມໃນວັນທີນຶ່ງ ທີ່ຈະຊ່ອຍຂ້າພະເຈົ້ານຳເອົາບ່ອນນັ່ງເຖິງຫົວໂຕະຂອງອາເມຣິກາຄືນມາ ປຸ້ມລຸມໂລກເພື່ອຮັບມືກັບຄວາມທ້າທ້າຍໃຫຍ່ທີ່ສຸດທີ່ພວກເຮົາກຳລັງປະເຊີນຢູ່ ແລະທຳຄວາມກ້າວໜ້າດ້ານຄວາມໝັ້ນຄົງ ຄວາມຈະເລີນຮຸ່ງເຮືອງແລະຫຼັກຄຸນຄ່າຂອງພວກເຮົາ.”

ທ່ານໄບເດັນ ໄດ້ກ່າວວ່າ ທ່ານຕັ້ງໃຈທີ່ສະເໜີຊື່ອະດີດລັດຖະມົນຕີກະຊວງການຕ່າງປະເທດ ທ່ານຈອນ ແຄຣີ ໃຫ້ເຂົ້າກຳຕຳແໜ່ງໃໝ່ ເປັນທູດພິເສດຂອງປະທານາທິບໍດີ ໃນເລື້ອງດິນຟ້າອາກາດ ໃນຂະນະທີ່ດຳລົງຕຳແໜ່ງສະ ພາຄວາມໝັ້ນຄົງແຫ່ງຊາດ. ມັນເປັນການສະທ້ອນໃຫ້ເຫັນເຖິງຄວາມໝັ້ນໝາຍຂອງປະທານາທິບໍດີ ຜູ້ຈະເຂົ້າມາດຳລົງຕຳແໜ່ງ ເພື່ອແກ້ໄຂບັນຫາການປ່ຽນ ແປງຂອງດິນຟ້າອາກາດ ທີ່ເປັນບັນຫາຮີບດ່ວນດ້ານຄວາມໝັ້ນຄົງແຫ່ງຊາດ ອີງຕາມການກ່າວຂອງຄະນະມອບຮັບອຳນາດຂອງທ່ານໄບເດັນ.

ອີງຕາມລາຍງານຂ່າວ ທ່ານນາງແຈເນັດ ແຢລເລັນ (Janet Yellen) ອາຍຸ 74 ປີ ອະດີດປະທານຂອງທະນາຄານກາງສະຫະລັດ ຈະຖືກສະເໜີຊື່ໃຫ້ເປັນລັດຖະມົນຕີກະຊວງການເງິນ ຂອງທ່ານໄບເດັນ. ດັ່ງທີ່ໄດ້ລາຍງານໄປຄັ້ງທຳອິດ ໃນໜັງສືພິມນິວຢອກໄທມສ໌ ກໍແມ່ນວ່າ ທ່ານນາງແຢລເລັນ ຈະເປັນແມ່ ຍິງຄົນທຳອິດ ທີ່ຈະນຳພາກະຊວງການເງິນສະຫະລັດ.

ລິ້ງ: https://www.nytimes.com/2020/11/23/business/economy/janet-yellen-treasury-secretary.html

ທ່ານໄບເດັນ ອາຍຸ 78 ປີ ມີກຳນົດທີ່ຈະກາຍເປັນປະທານາທິບໍດີ ສະຫະລັດຄົນທີ 46 ເມື່ອທ່ານສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ປີໜ້ານີ້ ເຖິງແມ່ນວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະສືບຕໍ່ພະຍາຍາມທາງດ້ານກົດໝາຍເພື່ອທີ່ຈະພິກປີ້ນໄຊຊະນະໃນການເລືອກຕັ້ງເມື່ອວັນທີ 3 ພະຈິກຜ່ານມາຂອງພັກເດໂມແຄຣັດ ທີ່ເຫັນວ່າເປັນໄປບໍ່ໄດ້ເລີຍນັ້ນ ກໍຕາມ.

ທ່ານໄບເດັນ ກຳກັບນຳການມອບໂອນອຳນາດຂອງທ່ານຈາກບ້ານພັກໃນເມືອງວີລມິງຕັນ ລັດເດລາແວ ໄດ້ເລືອກເອົາທ່ານອາເລຮານໂດຣ ມາໂຍຣກາສ໌ ໃຫ້ເປັນຫົວໜ້າກະຊວງຮັກສາຄວາມປອດໄພພາຍໃນຫຼື DHS. ທ່ານເປັນທະນາຍ ຄວາມຊາວອາເມຣິກັນເຊື້ອສາຍຄິວບາ ຜູ້ທີ່ເປັນອະດີດຮອງລັດຖະມົນຕີ ຢູ່ທີ່ອົງ ການນີ້. ຖ້າໄດ້ຮັບການຢືນຢັນໂດຍສະພາສູງແລ້ວ ທ່ານກໍຈະເປັນຊາວລາຕິນແລະເປັນຜູ້ນຳຊາວອົບພະຍົບຄົນທຳອິດຂອງກະຊວງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG