ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຖອນຕົວ ອອກຈາກສົນທິສັນຍາ ເປີດກວ້າງເຂດນ່ານຟ້າ


ເຮືອບິນ Antonov-30B ຂອງຣັດເຊຍ ຈອດຢູ່ທີິ່ທາງແລ່ນ ຢູ່ສະໜາມບິນທະຫານ Melsbroek ເມື່ອວັນທີ 13 ສິງຫາ 2002. ຄະນະທູດທະຫານຣັດເຊຍ ເດີນທາງໄປແບລຈ້ຽມ ເພື່ອສັງເກດການ ກ່ຽວກັບການບິນຜ່ານ ພາຍໃຕ້ສົນທິສັນຍາ 'ເປີດກວ້າງເຂດນ່ານຟ້າ'.
ເຮືອບິນ Antonov-30B ຂອງຣັດເຊຍ ຈອດຢູ່ທີິ່ທາງແລ່ນ ຢູ່ສະໜາມບິນທະຫານ Melsbroek ເມື່ອວັນທີ 13 ສິງຫາ 2002. ຄະນະທູດທະຫານຣັດເຊຍ ເດີນທາງໄປແບລຈ້ຽມ ເພື່ອສັງເກດການ ກ່ຽວກັບການບິນຜ່ານ ພາຍໃຕ້ສົນທິສັນຍາ 'ເປີດກວ້າງເຂດນ່ານຟ້າ'.

ສະຫະລັດໄດ້ຖອນຕົວຢ່າງເປັນທາງການ ໃນວັນອາທິດວານນີ້ ອອກຈາກສົນທິສັນຍາເປີດກວ້າງເຂດນ່ານຟ້າ ຊຶ່ງເປັນຂໍ້ຕົກລົງຄວບຄຸມອາວຸດທີ່ມີອາຍຸ 18 ປີທີ່ວໍຊິງຕັນໄດ້ກ່າວຫາມົສກູ ຊ້ຳແລ້ວຊ້ຳອີກວ່າ ໄດ້ທຳການລ່ວງລະເມີດນັ້ນ.

ການຖອນຕົວດັ່ງກ່າວ ແມ່ນການສ້າງຄວາມເສຍຫາຍຮ້າຍແຮງຄັ້ງຫຼ້າສຸດຕໍ່ລະບົບການຄວບຄຸມອາວຸດທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳໄດ້ກ່າວດູຖູກຊ້ຳແລ້ວຊ້ຳອີກ ໂດຍຈົ່ມວ່າ ວໍຊິງຕັນໄດ້ຖືກຫຼອກລວງຫຼືໄດ້ຈຳກັດຕົນເອງແບບບໍ່ຍຸຕິທຳ ກ່ຽວກັບຄວາມສາມາດທາງດ້ານທະຫານຂອງຕົນ.

ກະຊວງການຕ່າງປະເທດສະຫະລັດໄດ້ໃຫ້ການຢືນຢັນກ່ຽວກັບການເຄື່ອນໄຫວດັ່ງກ່າວ ໂດຍໃຫ້ຂໍ້ສັງເກດວ່າ ໄດ້ໝົດອາວຸດ 6 ເດືອນແລ້ວນັບຕັ້ງແຕ່ໄດ້ຍື່ນແຈ້ງການເພື່ອການຖອນຕົວ ແລະກ່າວວ່າ “ການຖອນຕົວຂອງສະຫະລັດເລີ້ມມີຜົນບັງຄັບໃຊ້ໃນວັນທີ 22 ພະຈິກປີ 2020 ແລະສະຫະລັດ ກໍບໍ່ແມ່ນລັດພາ ຄີຂອງສົນທິສັນຍາເປີດກວ້າງເຂດນ່ານຟ້າອີກຕໍ່ໄປແລ້ວ.”

ສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດກໍໄດ້ໃຫ້ການຢືນຢັນກ່ຽວກັບການຖອນຕົວດັ່ງກ່າວ ແລະກ່າວຕື່ມວ່າ “ຣັດເຊຍໄດ້ທຳການລະເມີດຢ່າງເປີດແປນຕໍ່ (ສົນທິສັນຍານີ້) ມາໄດ້ຫຼາຍປີແລ້ວ.”

ມີການອ້າງຄຳເວົ້າຂອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດທ່ານໂຣເບີດ ໂອບຣາຍແອນ ທີ່ກ່າວວ່າ ການເຄື່ອນໄຫວນີ້ ແມ່ນສ່ວນນຶ່ງໃນການດຳເນີນຄວາມພະຍາຍາມ ເພື່ອ “ເຮັດໃຫ້ອາເມຣິກາມາມີຄວາມສຳຄັນເປັນອັນດັບນຶ່ງໂດຍຖອນພວກເຮົາອອກຈາກສົນທິສັນຍາທີ່ລ້າສະໄໝ ແລະຂໍ້ຕົກລົງທີ່ໃຫ້ຜົນປະໂຫຍດແກ່ສັດຕູຂອງພວກເຮົາໃນຂະນະທີ່ສ້າງຄວາມເສຍຫາຍໃຫ້ແກ່ຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ.”

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໃນວັນທີ 21 ພຶດສະພາຜ່ານມາ ໄດ້ປະກາດເຖິງຄວາມຕັ້ງໃຈຂອງສະຫະລັດ ທີ່ຈະຖອນຕົວອອກຈາກສົນທິສັນຍາດັ່ງກ່າວ ແລະສົ່ງແຈ້ງການ 6 ເດືອນລ່ວງໜ້າໄປຫາສະມາຊິກອື່ນໆ 34 ປະເທດຂອງສົນທິສັນຍາເປີດກວ້າງນ່ານຟ້າຕາມທີ່ໄດ້ບັງຄັບໄວ້ພາຍໃຕ້ກົດລະບຽບຂອງສົນທິສັນຍາດັ່ງກ່າວ.

ກະຊວງການຕ່າງປະເທດຣັດເຊຍ ໄດ້ກ່າວປະນາມການຖອນຕົວທີ່ວ່ານີ້ ຂອງສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG