ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານພອມພຽວ ກ່າວວ່າ ສະຫະລັດ ພິຈາລະນາ ທີ່ຈະລະບຸ ຂະບວນການ ບອຍຄອດອິສຣາແອລວ່າ ຕໍ່ຕ້ານຊາວຢິວ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ (ຊ້າຍ) ແລະນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ຫຼັງຈາກເສັດສິ້ນ ຖະແຫຼງການຮ່ວມທີ່ນະຄອນເຈຣູຊາແລັມ ເມື່ອວັນທີ 19 ພະຈິກ 2020. (AP Photo/Maya Alleruzzo, Pool)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ (ຊ້າຍ) ແລະນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ຫຼັງຈາກເສັດສິ້ນ ຖະແຫຼງການຮ່ວມທີ່ນະຄອນເຈຣູຊາແລັມ ເມື່ອວັນທີ 19 ພະຈິກ 2020. (AP Photo/Maya Alleruzzo, Pool)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ໄປຢ້ຽມບ່ອນຕັ້ງຖິ່ນຖານໃໝ່ຂອງອິສຣາແອລ ໃນເຂດຢືດຄອງຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ຫຼື West Bank ຊຶ່ງເປັນການຢ້ຽມຢາມເທື່ອທຳອິດ ໂດຍເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ຫຼັງຈາກໄດ້ປະກາດຂໍ້ລິເລີ້ມໃໝ່ເພື່ອຢຸດຂະບວນການທີ່ນຳພາໂດຍປາແລສໄຕນ໌ທີ່ໃຫ້ນາໆຊາດບອຍຄອດອິສຣາແອລ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ ກ່າວຕໍ່ພວກນັກຂ່າວ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຕິດຕາມທ່ານລັດຖະມົນຕີພອມພຽວໄປນັ້ນວ່າ ຫົວໜ້ານັກການທູດອາເມຣິກັນ ໄດ້ໄປຢ້ຽມໂຮງກັ່ນເຫຼົ້າໄວນ໌ປຊາກັອດ (Psagot) ທີ່ຕັ້ງຢູ່ນອກນະ ຄອນເຈຣູຊາແລັມ.

ນອກນັ້ນ ທ່ານພອມພຽວ ໃນວັນພະຫັດວານນີ້ ຍັງກ່າວວ່າ ທ່ານຈະໄປເຂດທີ່ຮາບສູງຫຼືພູພຽງໂກລານ ຊຶ່ງເປັນເຂດຢືຶດຄອງຂອງອິສຣາແອລຈາກຊີເຣຍ ໃນສົງຄາມປີ 1967.

ທ່ານພອມພຽວກ່າວວ່າ “ພຽງແຕ່ຮັບຮູ້ວ່າ ນີ້ແມ່ນເປັນດິນແດນສ່ວນນຶ່ງຂອງອິສຣາແອລຄືກັນ ນັ້ນແມ່ນການຕັດສິນໃຈ ຂອງປະທານາທິບໍດີທຣຳ ທີ່ໄດ້ເຮັດໄປແລ້ວວ່າ ມັນມີຄວາມສຳຄັນປະຫວັດສາດແລະກໍເປັນພຽງການຮັບຮູ້ເຖິງສະພາບການໂຕຈິງ.”

ອິສຣາແອລໄດ້ມີການຕັ້ງຖິ່ນຖານໃໝ່ຫຼາຍໆແຫ່ງໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຊຶ່ງເປັນດິນແດນທີ່ຝ່າຍປາແລສໄຕນ໌ ຕ້ອງການສຳລັບສ້າງປະເທດຂອງເຂົາເຈົ້າໃນອະນາຄົດ. ປະຊາຄົມສາກົນສ່ວນໃຫຍ່ແລ້ວ ມອງການຕັ້ງຖິ່ນຖານເຫຼົ່ານີ້ວ່າ ເປັນການລະເມີດຕໍ່ກົດໝາຍລະຫວ່າງປະເທດ ແລະເປັນເຄື່ອງກີດຂວາງຕໍ່ການບັນລຸຂໍ້ຕົກລົງສັນຕິພາບ ກັບຝ່າຍປາແລສໄຕນ໌. ການທີ່ອິສຣາແອລປະກາດຮວມເອົາເຂດພູພຽງໂກລານເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ກໍບໍ່ໄດ້ຖືກຮັບຮູ້ໂດຍປະຊາຄົມນາໆຊາດ. ທ່ານທຣຳໄດ້ລົງນາມໃນຄຳປະກາດຮັບຮູ້ອະທິປະໄຕຂອງອິສຣາແອລເໜືອດິນແດນດັ່ງກ່າວໃນປີກາຍນີ້.

ກ່ອນໜ້ານີ້ ທ່ານພອມພຽວເວົ້າວ່າ ສະຫະລັດຈະພິຈາລະນາວ່າ ຂະບວນການທີ່ສະໜັບສະໜຸນໃຫ້ມີການບອຍຄອດແລະຖອນການລົງທຶນຈາກອິສຣາແອລນັ້ນເປັນການເຄື່ອນໄຫວຕໍ່ຕ້ານຊາວຢິວ.

ໃນການຖະແຫຼງໂດຍຢືນຄຽງຂ້າງນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ຢູ່ນະຄອນເຈຣູຊາແລັມນັ້ນ ທ່ານພອມພຽວກ່າວວ່າ ກະຊວງການຕ່າງປະເທດສະຫະລັດ ຈະເອົາບາດກ້າວໃນທັນທີເພື່ອລະບຸແລະຍຸຕິການໃຫ້ທຶນຂອງລັດຖະບານຕໍ່ອົງການໃດກໍຕາມທີ່ສະໜັບສະໜຸນຄວາມພະຍາຍາມດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG