ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດອອສເຕຣເລຍໃຕ້ ເລີ້ມການກັກຕົວ ໃຫ້ຢູ່ ໃນເຮືອນ 6 ມື້ ໃນຂະນະທີ່ມີກໍລະນີ ຕິດເຊື້ອໂຄວິດໃໝ່ ເພີ້ິ້ມຂຶ້ນ


ຜູ້ຄົນເຂົ້າແຖວເພື່ອກວດໂຄວິດ-19 ທີ່ລັດອອສເຕຣເລຍໃຕ້ ທີ່ເມືອງອາດີເລດ ເມືອງເອກຂອງລັດດັ່ງກ່າວໃນວັນທີ 17 ພະຈິກ 2020.
ຜູ້ຄົນເຂົ້າແຖວເພື່ອກວດໂຄວິດ-19 ທີ່ລັດອອສເຕຣເລຍໃຕ້ ທີ່ເມືອງອາດີເລດ ເມືອງເອກຂອງລັດດັ່ງກ່າວໃນວັນທີ 17 ພະຈິກ 2020.

ການກັກຕົວ ຢູ່ໃນບ້ານໃນເຮືອນ ເປັນເວລາ 6 ມື້ ເລີ້ມມີຜົນບັງຄັບໃຊ້ ຢູ່ລັດ ອອສເຕຣເລຍໃຕ້ ຫຼັງຈາກມີກໍລະນີຕິດພະຍາດໂຄວິດ-19 ໃໝ່ ເພີ້ມຂຶ້ນເປັນ​22 ຄົນ ຢູ່ທີ່ເມືອງອາດີເລດ ເມືອງເອກຂອງລັດດັ່ງກ່າວ.

ຢູ່ໃນຄອບຄົວນຶ່ງ ຈະມີພຽງຜູ້ດຽວໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນໄປ ແລະມີເຫດຜົນທີ່ສະເພາະເຈາະຈົງເທົ່ານັ້ນ ໃນຂະນະທີ່ການໃສ່ໜ້າກາກແມ່ນໄດ້ຖືກບັງຄັບ. ໂຮງຮຽນ ແລະມະຫາວິທະຍາໄລທັງໝົດ ຕະຫລອດທັງບ່ອນກິນເຫຼົ້າຮ້ານອາຫານເພື່ອຊື້ເມືອກິນຢູ່ບ້ານ ຮ້ານກາເຟ ແລະ ຮ້ານອາຫານນັ່ງກິນກັບທີ່ທັງໝົດ ພ້ອມທັງໂຮງຈັກໂຮງງານແມ່ນໄດ້ຖືກປິດຍົກເວັ້ນແຕ່ຮ້ານຂາຍອາຫານແລະຮ້ານຂາຍຢາເທົ່ານັ້ນ.

ການອອກກຳລັງກາຍຢູ່ຂ້າງນອກ ຕະຫຼອດທັງການປະມູນ ການແຕ່ງງານແລະພິທີສົ່ງສະຖານຕ່າງໆ ແມ່ນໄດ້ຖືກຫ້າມ.

ນາຍົກລັດຖະມົນຕີ ລັດອອສເຕຣເລຍໃຕ້, ທ່ານສຕີເວັນ ມາກໂຊລ (Steven Marshall) ກ່າວເຖິງການຫ້າມອອກນອກບ້ານນອກເຮືອນເປັນເວລາ 6 ມື້ນີ້ວ່າ ເປັນ “ເຄື່ອງປິດເປີດ ວົງຈອນໄຟຟ້າ” ເພື່ອໃຫ້ລັດດັ່ງກ່າວ “ລ້ຳໜ້າໄປໄວກວ່າເຊື້ອໄວຣັສ.”

ຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ນີ້ແມ່ນເປັນຍ້ອນຄວາມລົ້ມແຫຼວຢູ່ໃນນຶ່ງຂອງໂຮງແຮມທີ່ໃຊ້ເປັນບ່ອນກັກຕົວ ພວກເດີນທາງລະຫວ່າງປະເທດທີ່ຖືກບັງຄັບໃຫ້ຢູ່ຢ່າງໂດດດ່ຽວເປັນເວລາ 14 ມື້ ເວລາທີ່ພວກເຂົາເຈົ້າເດີນທາງໄປເຖິງອອສເຕຣເລຍ.

ຢູ່ບ່ອນອື່ນໆໃນເອເຊຍນັ້ນ ເກົາຫຼີໃຕ້ລາຍງານວ່າ ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່ 313 ຄົນ ໃນວັນພຸດວານນີ້ ຊຶ່ງເປັນເທື່ອທຳອິດທີ່ປະເທດດັ່ງກ່າວມີຜູ້ຕິດເຊື້ອຫຼາຍກວ່າ 300 ຄົນ ນັບແຕ່ທ້າຍເດືອນສິງຫາເປັນຕົ້ນມາ.

ກໍລະນີຕິດເຊື້ອໃໝ່ດັ່ງກ່າວເຮັດໃຫ້ເກົາຫຼີໃຕ້ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດເພີ້ມຂຶ້ນເປັນ 29,311 ຄົນຮວມທັງພວກເສຍຊີວິດ 496 ຄົນ. ລັດຖະບານໄດ້ປະກາດໃນວັນອັງຄານຜ່ານມານີ້ວ່າ ຕົນຈະບັງຄັບໃຊ້ການຮັກສາໄລຍະຫ່າງກັນໃນສັໍງຄົມຄືນໃໝ່ ສຳລັບເຂດນະຄອນຫຼວງໂຊລ ຫລັງຈາກເຂດດັ່ງກ່າວມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 200 ຄົນ ເປັນເວລາ 3 ມື້ລຽນຕິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG