ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າທີ່ປຶກສາຄົນນຶ່ງ ຂອງ ປ. ທຣຳ ກ່າວວ່າ 'ຈະແຈ້ງ' ເບິ່ງຄືວ່າ ທ່ານໄບເດັນ ຊະນະການເລືອກຕັ້ງ


ທີ່ປຶສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານໂຣເບີດ ໂອບຣາຍແອນ.
ທີ່ປຶສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານໂຣເບີດ ໂອບຣາຍແອນ.

ຫົວໜ້າທີ່ປຶກສາຄົນນຶ່ງຂອງປະທານາທິບໍດີດໍໂນລ ທຣຳ ປາກົດວ່າໄດ້ຍອມຮັບໃນວັນຈັນວານນີ້ວ່າ ມີໂອກາດໜ້ອຍທີ່ສຸດ ທີ່ປະທານາທິບໍດີຈະປະກາດກ່ຽວກັບວ່າຜູ້ໃດເປັນຜູ້ໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີໃນເດືອນນີ້ ໃນຂະນະທີ່ທ່ານແລະຜູ້ຊ່ວຍຄົນສຳຄັນໆຈຳນວນນຶ່ງ ຍັງມີຄວາມຫວັງຢູ່ ທີ່ຈະໄດ້ເຂົ້າຮັບຕຳແໜ່ງເປັນສະໄໝທີສອງ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານໂຣເບີດ ໂອບຣາຍແອນ ກ່າວຕໍ່ກອງປະຊຸມອອນລາຍນ໌ Global Security Forum ວ່າ “ເບິ່ງດຸ ຜູ້ສະໝັກຮ່ວມໄບເດັນ-ແຮຣິສ ຖືກພິຈາລະນາວ່າເປັນຜູ້ຊະນະຫຼືບໍ່​ ແນ່ອນໃນເວລານີ້ ຫຼາຍຢ່າງແມ່ນເບິ່ງຄືແນວນັ້ນ ພວກເຮົາຈະມີການໂອນອຳນາດ ທີ່ເປັນມືອາຊີບຈາກສະພາຄວາມໝັ້ນຄົງແຫ່ງຊາດ. ບໍ່ມີຄຳຖາມຫຍັງເລີຍກ່ຽວກັບເລື້ອງນີ້.”

ທ່ານໂອບຣາຍແອນກ່າວຕື່ມວ່າ “ສິ່ງທີ່ຍິ່ງໃຫຍ່ກໍຄືສະຫະລັດອາເມຣິກາ ພວກເຮົາໂອນອຳນາດ ແລະກໍມີຄວາມສະຫງົບ ມີການໂອນອຳນາດແບບສຳເລດຜົນ ເຖິງແມ່ນຢູ່ໃນໄລຍະເວລາ ທີ່ມີ ການໂຕ້ຖຽງກັນໜັກທີ່ສຸດກໍຕາມ.”

ການໃຫ້ຄວາມເຫັນຂອງທ່ານໂອບຣາຍແອນ ມີຂຶ້ນໃນຂະນະທີ່ທ່ານທຣຳຍັງສືບຕໍ່ຢືນຢັດທາງສື່ສັງຄົມວ່າ ການເລືອກຕັ້ງມີການສໍ້ໂກງຄະແນນແລະເວົ້າວ່າທ່ານຄວນຈະຖືກປະກາດ ໃຫ້ເປັນຜູ້ໄດ້ຮັບໄຊຊະນະ ອະດີດຮອງປະທານາທິບໍດີໂຈໄບເດັນ ຜູ້ທີ່ອົງການຂ່າວຕ່າງໆຄາດການວ່າ ເປັນຜູ້ຊະນະໃນວັນທີ 7 ພະຈິກຜ່ານມານີ້.

ບໍ່ດົນ ກ່ອນທີ່ທ່ານໂອບຣາຍແອນໃຫ້ຄວາມເຫັນ ປະທານາທິບໍດີໄດ້ຂຽນລົງໃນທວີດເຕີ້ ກ່າວວ່າ “ພວກຝ່າຍຊ້າຍຈັດເດໂມແຄຣັດພວມເຮັດວຽກຮ່ວມກັບພາຄີ ຂອງເຂົາເຈົ້າ ສື່ມວນຊົນຂ່າວປອມ ກຳລັງພະຍາຍາມ ລັກຂະໂມຍ ການເລືອກຕັ້ງນີ້. ພວກເຮົາຈະບໍ່ປ່ອຍໃຫ້ພວກເຂົາເຮັດແບບນັ້ນ.”

[[ https://twitter.com/realDonaldTrump/status/1328361451497664512?s=20 ]]

“ຂ້າພະເຈົ້າຊະນະການເລືອກຕັ້ງ” ທ່ານໄດ້ຂຽນລົງຕື່ມ ໃນການສົ່ງທວີດເຕີ້ອີກເທື່ອນຶ່ງ ໃນຕອນເຊົ້າວັນຈັນວານນີ້ ໃນຂະນະທີ່ໄດ້ຕັ້ງຄຳຖາມກ່ຽວກັບຄວາມຊື່ສັດຕໍ່ການນັບບັດຄະແນນສຽງທີ່ພວມມີຂຶ້ນຢູ່ໃນລັດຈໍເຈຍ ໃນການສົ່ງຂໍ້ຄວາມເທື່ອທີສາມ.

[[ https://twitter.com/realDonaldTrump/status/1328334945148952576?s=20 ]]

ທວີດເຕີ້ໄດ້ລະບຸການສົ່ງຂໍ້ຄວາມທັງສາມວ່າ ຍັງ “ມີການໂຕ້ແຍ້ງກັນຢູ່.”

ແຕ່ທ່ານໂອບຣາຍແອນໃນວັນຈັນວານນີ້ ມີນ້ຳສຽງແບບທີ່ຄືນດີກັນຫຼາຍຂຶ້ນ ຊຶ່ງທ່ານກ່າວວ່າ “ຖ້າຫາກມີລັດຖະບານຊຸດໃໝ່ ພວກເຂົາເຈົ້າກໍສົມຄວນທີ່ຈະມີໂອກາດໄດ້ເຂົ້າມາ ແລະຈັດຕັ້ງນະໂຍບາຍຂອງເຂົາເຈົ້າ. ພວກເຂົາເຈົ້າຈະມີພວກມືອາຊີບເຂົ້າມາເພື່ອຮັບຕຳແໜ່ງເຫຼົ່ານີ້ ຫຼາຍໆຄົນໃນໝູ່ພວກເຂົາເຈົ້າເຄີຍຢູ່ທີ່ນີ້ມາກ່ອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG