ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ປະທານາທິບໍດີ ຮັກສາການຊົ່ວຄາວ ຂອງເປຣູ ລາອອກ ຫຼັງຈາກເຂົ້າຮັບໜ້າທີ່ໄດ້ຫ້າມື້


ປະຊາຊົນພາກັນປະທ້ວງພາກັນສະຫຼອງ ຫຼັງຈາກ ປ. ຮັກສາການຊົ່ວຄາວ ຂອງເປຣູ ທ່ານມານູແອລ ເມຣີໂນ ປະກາດລາອອກ ທີ່ນະຄອນຫຼວງລີມາ ເມື່ອວັນທີ 15 ພະຈິກ 2020.

ປະທານາທິບໍດີຮັກສາການຊົ່ວຄາວຂອງອີຕາລີໄດ້ລາອອກໃນວັນອາທິດວານນີ້ 5 ມື້ຫຼັງຈາກເຂົ້າຮັບໜ້າທີ່ ຊຶ່ງໄດ້ພາໃຫ້ມີການສະເຫຼີມສະຫຼອງຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງລີມາ.

ການປະທ້ວງໃນທົ່ວປະເທດເພື່ອໃຫ້ປົດປະທານາທິບໍດີມານູແອລ ເມຣີໂນ (Manuel Merino) ໄດ້ມີຂຶ້ນຫຼັງຈາກສະພາແຫ່ງຊາດໄດ້ຂັບໄລ່ປະທານາທິບໍດີ ທີ່ຂ້ອນຂ້າງໄດ້ຮັບຄວາມນິຍົມສູງຈາກປະຊາຊົນ ທ່ານມາຕິນ ວິສກາຣາ (Martin Vizcarra) ໃນອາທິດແລ້ວນີ້.

ທ່ານເມຣີໂນ ໄດ້ລົງຈາກຕຳແໜ່ງ ບໍ່ດົນລຸນຫຼັງທີ່ກອງປະຊຸມສະພາ ຮຽກຮ້ອງໃຫ້ທ່ານລາອອກ ຫຼັງຈາກມີ 2 ຄົນເສຍຊີວິດໃນການປະທ້ວງຕໍ່ການແຕ່ງຕັ້ງທ່ານ.

ທ່ານກ່າວໃນຄຳປາໄສທາງໂທລະພາບວ່າ “ຂ້າພະເຈົ້າ ຢາກປະກາດໃຫ້ທັງປະ ເທດຮູ້ວ່າ ຂ້າພະເຈົ້າພວມລາອອກແລ້ວ.”

ສະພາຍັງບໍ່ສາມາດຕົກລົງກັນໄດ້ ໃນກອງປະຊຸມວັນອາທິດວານນີ້ເພື່ອແຕ່ງຕັ້ງຜູ້ທີ່ຈະຂຶ້ນກຳອຳນາດແທນທ່ານ. ນັກເຄື່ອນໄຫວເພື່ອສິດທິມະນຸດໂຣຊິໂອ ຊິລ-ວາ ຊານຕິສເຕບານ (Rocio Silva Santisteban) ແມ່ນບຸກຄົນທີ່ມີຄະແນນສຽງນຳໜ້າໝູ່ ແຕ່ທ່ານນາງບໍ່ໄດ້ຮັບຄະແນນສຽງສະໜັບສະໜຸນພຽງພໍ.

ການເລືອກຕັ້ງແມ່ນມີກຳນົດຈະຈັດໃສ່ເດືອນເມສາ ປີ 2021.

ມີປະຊາຊົນຫຼາຍໆພັນຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງ ນັບຕັ້ງແຕ່ໄດ້ມີການແຕ່ງຕັ້ງທ່ານເມຣິໂນ. ກະຊວງສາທາລະນະສຸກກ່າວວ່າ ມີ 2 ຄົນເສຍຊີວິດໃນວັນເສົາຜ່ານມາ ໃນການເດີນຂະບວນຂະໜາດໃຫຍ່ທີ່ດຳເນີນໄປດ້ວຍຄວາມສະຫງົບແຕ່ໄດ້ຖືກຂັດຂວາງດ້ວລູກປືນແລະລະເບີດນ້ຳຕາຈາກຕຳຫຼວດ.

ສະພາໄດ້ລົງຄະແນນສຽງຢ່າງຖ້ວມລົ້ນປົດທ່ານວິສກາຣາໃນອາທິດແລ້ວນີ້ໂດຍອ້າງວ່າທ່ານໄດ້ຮັບມືກັບໄວຣັສໂຄໂຣນາດ້ວຍຄວາມຜິດພາດ.

ໃນຂັ້ນຕົ້ນສະພາແຫ່ງຊາດໄດ້ຊອກຫາທາງທີ່ຈະຟ້ອງທ່ານວິສກາຣາໃນຂໍ້ຫາຮັບເງິນສິນບົນ 630,000 ໂດລາຈາກໂຄງການກໍ່ສ້າງ ໃນລະຫວ່າງທີ່ທ່ານຮັບໜ້າທີ່ເປັນເຈົ້າແຂວງໃນພາກໃຕ້ຂອງປະເທດແຕ່ປີ 2011 ຫາ 2014. ແຕ່ທ່ານໄດ້ປະຕິເສດຕໍ່ຂໍ້ຫາດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG