ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ນິຍົມປະຊາທິປະໄຕ ຂອງຮົງກົງ 15 ຄົນ ລາອອກເປັນຂະບວນ


ສະມາຊິກສະພານິຕິບັນຢັດຮົງກົງ 4 ທ່ານ ແຕ່ຊ້າຍຫາຂວາ ທ່ານ Dennis Kwok, ທ່ານ Kenneth Leung, ທ່ານ Kwok Ka-ki ແລະທ່ານ Alvin Yeung ຖ່າຍຮູບຮ່ວມກັນ ຫຼັງຈາກຖະແຫຼງຂ່າວ ຢູ່ສະພາຮົງກົງ ເມືອວັນພຸດ ທີ 11 ພະຈິກ 2020.
ສະມາຊິກສະພານິຕິບັນຢັດຮົງກົງ 4 ທ່ານ ແຕ່ຊ້າຍຫາຂວາ ທ່ານ Dennis Kwok, ທ່ານ Kenneth Leung, ທ່ານ Kwok Ka-ki ແລະທ່ານ Alvin Yeung ຖ່າຍຮູບຮ່ວມກັນ ຫຼັງຈາກຖະແຫຼງຂ່າວ ຢູ່ສະພາຮົງກົງ ເມືອວັນພຸດ ທີ 11 ພະຈິກ 2020.

ພວກສະມາຊິກສະພາ ນິຍົມປະຊາທິປະໄຕຢູ່ໃນຮົງກົງ ໄດ້ພາກັນປະທ້ວງຢູ່ທີ່ສະພານິຕິບັນຢັດຂອງຮົງກົງ ໃນວັນພະຫັດມື້ນີ້ ກ່ອນທີ່ຈະພາກັນລາອອກຢ່າງເປັນຂະບວນ ກ່ຽວກັບການປົດເພື່ອນສະມາຊິກສະພານິຕິບັນຢັດຂອງພວກເຂົາເຈົ້າ.

ທ່ານລາມ ເຈິກ-ຕິງ (Lam Cheuk-tin) ໄດ້ກາງປ້າຍຂະໜາດໃຫຍ່ຢູ່ເທິງລະບຽງຂອງສະພາ ປະນາມຫົວໜ້າບໍລິຫານຮົງກົງ ນາງແຄຣີ ແລມ ຂະນະທີ່ສະພານິບັນຢັດເປີດກອງປະຊຸມ.

ສະມາຊິກສະພານິຍົມປະຊາທິປະໄຕ 15 ຄົນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ພວກຕົນຈະລາອອກຢ່າງເປັນຂະບວນ ໃນວັນພຸດວານນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກເພື່ອນຮ່ວມງານຂອງພວກເຂົາເຈົ້າ 4 ຄົນ ປະກອບມີທ່ານ Alvin Yeung, Denis Kwok, Kwok Ka-ki ແລະ Kenneth Leung ໄດ້ຖືກປະກາດວ່າ ບໍ່ມີຄຸນນະສົມບັດໂດຍລັດຖະບານ. ການປົດສະມາຊິກສະພາທັງ 4 ມີຂຶ້ນຫຼັງຈາກຄະນະກຳມະການສະພາຂອງຈີນ ຕັດສິນວ່າ ລັດຖະບານຮົງກົງຄວນປະ
ກາດໃຫ້ສະມາຊິກສະພາຄົນໃດກໍຕາມ ທີ່ເຊື່ອວ່າເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດຂອງຈີນ ໂດຍບໍ່ຕ້ອງຂຶ້ນສານ.

ການປະກາດໃຫ້ ສະມາຊິກສະພາທັງ 4 ໝົດຄຸນນະວຸດທິ ໄດ້ຖືກປະນາມໂດຍສະຫະລັດແລະປະເທດຕາເວັນຕົກອື່ນໆ. ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານໂຣເບີດ ໂອບຣາຍອັນ ກ່າວວ່າ ການເຄື່ອນໄຫວນີ້ ສະແດງໃຫ້ເຫັນວ່າ ລັດຖະບານຄອມມູນິສຈີນ ໄດ້ “ລ່ວງລະເມີດຢ່າງເປີດແປນໃນຄວາມໝັ້ນໝາຍທີ່ໃຫ້ໄວ້ກັບນາໆຊາດ” ແລະໄດ້ຖືກກົດດັນ “ໃຫ້ຂະຫຍາຍລະບອບຜະເດັດການແບບພັກດຽວເຂົ້າໄປໃນຮົງກົງ.”

ການປົດສະມາຊິກສະພາທັງ 4 ແລະການລາອອກທີ່ຕິດຕາມມາຂອງສະມາຊິກສະພານິຍົມປະຊາທິປະໄຕອີກ 15 ຄົນ ຈະເຮັດໃຫ້ສະພານິຕິບັນຢັດ ທີ່ມີ 70 ບ່ອນນັ່ງຂອງຮົງກົງ ຍັງເຫຼືອແຕ່ສະມາຊິກສະພາທີ່ນິຍົມປັກກິ່ງເທົ່ານັ້ນ.

ສະມາຊິກສະພານິຕິບັນຢັດ ທີ່ຖືກປະກາດໃຫ້ໝົດຄຸນນະສົມບັດ ແມ່ນຮວມຢູ່ໃນສະມາຊິກສະພາ 12 ທ່ານທີ່ຖືກຫ້າມບໍ່ໃຫ້ລົງສະໝັກແຂ່ງຂັນໃນການເລືອກຕັ້ງທີ່ຕົ້ນຕໍກຳນົດຈັດຂຶ້ນໃນເດືອນກັນຍາຜ່ານມາ. ລັດຖະບານໄດ້ເລື່ອນການເລືອກຕັ້ງດັ່ງກ່າວໄປໃສ່ປີໜ້າ ໂດຍອ້າງເຫດຜົນຍ້ອນການລະບາດຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG