ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອາດຊ່ວຍສ້າງຄວາມກ້ຳເກິ່ງ ຕໍ່ອິດທິພົນ ຂອງຕ່າງປະເທດ ຢູ່ໃນຂົງເຂດ ໃຫ້ເປັນໄປໃນທາງທີ່ດີຂຶ້ນ


ເຮືອຫາປາລຳນຶ່ງ ທີ່ແນມເຫັນໃນແມ່ນ້ຳຂອງ ຂະນະທີ່ຕາເວັນພວມຂຶ້ນ ໃກ້ໆພະນົມຫຼວງເປັນ ເມື່ອວັນທີ 29 ມັງກອນ 2019.
ເຮືອຫາປາລຳນຶ່ງ ທີ່ແນມເຫັນໃນແມ່ນ້ຳຂອງ ຂະນະທີ່ຕາເວັນພວມຂຶ້ນ ໃກ້ໆພະນົມຫຼວງເປັນ ເມື່ອວັນທີ 29 ມັງກອນ 2019.

ການສ້າງຕັ້ງພາຄີລະຫວ່າງສະຫະລັດກັບບັນດາປະເທດໃນເຂດແມ່ນ້ຳຂອງອາດຈະບໍ່ສາມາດ ຍຸຕິອິດທິພົນຂອງຈີນໄດ້ ແຕ່ອາດຈະຊ່ວຍສ້າງຄວາມກ້ຳເກິ່ງ ເຮັດໃຫ້ອິດທິພົນ ທັງຂອງຈີນແລະຂອງສະຫະລັດ ຢູ່ໃນລາວແລະໃນຂົງເຂດ ເປັນໄປໃນທາງທີ່ດີຂຶ້ນ. ທ່ານກູ ຢາງ ສາສະດາຈານທີ່ອອກບຳນານແລ້ວຂອງມະຫາວິທະຍາໄລລັດຄາລີຟໍເນຍທີ່ສແຕນນິສລາວສ໌ກ່າວວ່າ ມັນຈະສະໜອງໂອກາດໃຫ້ສະຫະລັດ ມີການພົວພັນຫຼາຍຂຶ້ນໃນການພັດທະນາລາວ ແລະລາວກໍຈະມີໂອກາດເຂົ້າເຖິງຊັບພະຍາກອນແລະການນຳໃຊ້ເທັກໂນໂລຈີຈາກສະຫະລັດ. ສາສະດາຈານ ກູ ຢາງ ກ່າວກ່ຽວກັບເລື້ອງນີ້ວ່າ:


“ຖ້າທ່ານມີສະຫະລັດກ່ຽວຂ້ອງ ທ່ານມີຈີນກ່ຽວຂ້ອງ ມະຫາອຳນາດເສດຖະກິດເຫຼົ່ານີ້ຈະປະຕິ ບັດດີຂຶ້ນຕໍ່ປະຊາຊົນໃນປະເທດນີ້ ແລະປະຊາຊົນໃນປະເທດນີ້ກໍຈະໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ຈາກການເປັນພາຄີ ກັບຈີນ ກັບສະຫະລັດ ແລະກັບປະເທດອື່ນໆ.”

ສາສະດາຈານກູ ຢາງ ກ່າວວ່າ ການມີທັງຈີນ ແລະສະຫະລັດ ຍື່ນມືເຂົ້າມາໃຫ້ການຊ່ວຍເຫຼືອແກ່ລາວນັ້ນ ແມ່ນເປັນເລື້ອງທີ່ດີ.

ເມື່ອໄວໆມານີ້ ສະຫະລັດ ກຳປູເຈຍ ສປປ ລາວ ມຽນມາ ໄທ ຫວຽດນາມ ແລະກອງເລຂອງອາຊ່ຽນ ໄດ້ລິເລີ້ມໂຄງການພາຄີລະຫວ່າງບັນດາປະເທດເຂດແມ່ນ້ຳຂອງກັບສະຫະລັດ. ພາຄີໃໝ່ດັ່ງກ່າວແມ່ນໄດ້ສະທ້ອນໃຫ້ເຫັນ ເຖິງຄວາມສຳຄັນ ຂອງເຂດແມ່ນ້ຳຂອງ ທີ່ມີຕໍ່ສະຫະລັດ ແລະ ຈະຂະຫຍາຍການຮ່ວມມື ທີ່ເລີ້ມຂຶ້ນ ໃນປີ 2009 ພາຍໃຕ້ຂໍ້ລິເລີ້ມເຂດລຸ່ມແມ່ນ້ຳຂອງນັ້ນ.

XS
SM
MD
LG