ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ເຕືອນວ່າ ສະຫະລັດ ຍັງຈະປະເຊີນ ກັບລະດູໜາວທີ່ມືດມົນ


ຜູ້ທີ່ຄາດວ່າ ເປັນປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ຈັດປະຊຸມ ທາງອອນລາຍນ໌ ກັບຄະນະທີ່ປຶກສາໂຄວິດ-19 ທີ່ເມືອງວິລມິງຕັນ ໃນລັດເດລາແວ ເມື່ອວັນທີ 9 ພະຈິກ 2020.
ຜູ້ທີ່ຄາດວ່າ ເປັນປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ຈັດປະຊຸມ ທາງອອນລາຍນ໌ ກັບຄະນະທີ່ປຶກສາໂຄວິດ-19 ທີ່ເມືອງວິລມິງຕັນ ໃນລັດເດລາແວ ເມື່ອວັນທີ 9 ພະຈິກ 2020.

ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາກ້າວເຂົ້າສູ່ລະດັບຮ້າຍແຮງສຸດທີ່ຍັງບໍ່ສິ້ນສຸດເທື່ອນັ້ນ ປະທານາທິບໍດີຜູ້ທີ່ຄາດວ່າ ໄດ້ຖືກເລືອກໃໝ່ ຂອງສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ ປະເທດຊາດແມ່ນ “ຍັງປະເຊີນກັບລະດູໜາວທີ່ມືດມົນ” ໂດຍເຕືອນວ່າ ປະຊາຊົນອີກ 200,000 ອາດຕາຍຍ້ອນໂຄວິດ-19 ໄດ້ ກ່ອນຢາວັກຊີນປ້ອງກັນ ຈະຜະລິດອອກມາໃຫ້ໃຊ້ ຢ່າງແຜ່ຫຼາຍ.

ໃນການກ່າວໃນຖະແຫລງ ເມື່ອວັນຈັນວານນີ້ ຫຼັງຈາກທີ່ໄດ້ຮັບລາຍງານແຈ້ງການຈາກທີມງານຄະນະທີ່ປຶກສາໄລຍະຂ້າມຜ່ານລັດຖະບານຊຸດໃໝ່ຂອງທ່ານ ທ່ານໄບເດັນ ໃນການກ່າວຄຳປາໄສຢູ່ທີ່ເມືອງວີລມິງຕັນ ລັດເດລາແວ ໂດຍໄດ້ກ່າວເຕືອນວ່າ “ຄວາມທ້າທາຍຢູ່ຂ້າງໜ້າພວກເຮົາໃນເວລານີ້ແມ່ນຍັງໜັກໜ່ວງແລະເພີ້ມຂຶ້ນນັບມື້ ສະນັ້ນແລ້ວ ແມ່ນຈຳເປັນຕ້ອງເອົາມາດຕະການທີ່ກ້າຫານເພື່ອຕໍ່ສູ້ກັບໂຣກລະບາດນີ້.

ສະຫະລັດໄດ້ມີກໍລະນີຕິດເຊື້ອໄວຣັສໂຄໂຣນາກາຍ 10 ລ້ານຄົນແລ້ວ ອີງຕາມ ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໂດຍມີອັດຕາການຕິດເຊື້ອ ການເຂົ້າຮັກ ສາໃນໂຮງໝໍ ແລະຈຳນວນຂອງການເສຍຊີວິດ ໝົດທຸກດ້ານສູງຂຶ້ນເລື້ອຍໆ.

ໃນເວລາຕໍ່ມາ ກອງປະຊຸມຄະນະສະເພາະກິດດ້ານໄວຣັສໂຄໂຣນາຂອງທຳນຽບຂາວ ທີ່ນຳພາໂດຍຮອງປະທານາທິບໍດີ ໄມຄ໌ ເພັສ ແມ່ນໄດ້ຈັດຂຶ້ນໃນຕອນແລງວັນຈັນວານນີ້.

ກ່ອນໜ້ານີ້ໃນມື້ດຽວກັນ ບໍລິສັດຜະລິດຢາແຫ່ງນຶ່ງ ໄດ້ປະກາດວ່າ ການວິເຄາະໃນເບື້ອງຕົ້ນ ຢາວັກຊີນຂອງຕົນນັ້ນ ຊີ້ໃຫ້ເຫັນວ່າ ມີປະສິດທິພາບແທ້ໆ ໃນການປ້ອງກັນພະຍາດໂຄວິດ-19.

ບໍລິສັດ ຟາຍເຊີ (Pfizer) ໄດ້ກ່າວວ່າຂໍ້ມູນຂອງຄະນະຕິດຕາມເບິ່ງໄດ້ພົບວ່າ ບໍ່ມີຄວາມເປັນຫ່ວງໃດໆດ້ານຄວາມປອດໄພທີ່ວ່າຮ້າຍແຮງ ກັບຢາວັກຊີນຂອງຕົນ ຊຶ່ງຕ້ອງໄດ້ໃຊ້ສອງປະລິມານ ຫຼື້ໂດສ. ບໍລິສັດຜະລິດຢາດັ່ງກ່າວ ແລະບໍລິສັດ BioNTech ຄູ່ຮ່ວມຂອງຕົນຈາກເຢຍຣະມັນ ມີຈຸດປະສົງຈະຂໍການອະນຸມັດສຸກເສີນ ຫຼັງຈາກອາທິດທີສາມຂອງເດືອນພະຈິກ ສຳລັບຢາວັກຊີນ. ມັນແມ່ນນຶ່ງໃນສີ່ຢາວັກຊີນ ໃນສະຫະລັດ ທີ່ຢູ່ໃນຂັ້ນທົດລອງຄັ້ງສຸດທ້າຍ.

ທ່ານໄບເດັນ ເອີ້ນເລື້ອງນີ້ວ່າ “ເລື້ອງທີ່ດີ” ແລະໄດ້ກ່າວວ່າ ອົງການອາຫານແລະຢາຂອງສະຫະລັດ ຫຼື FDA ຈະດຳເນີນການທົບທວນຄືນຢ່າງເຂັ້ມງວດໃນໄວໆນີ້ ແລະຮັບຮອງເອົາ ແຕ່ມັນ “ຕ້ອງຍັງຢູ່ບົນພື້ນຖານດ້ານວິທະຍາສາດ ແລະມີຄວາມໂປ່ງໃສຄົບຖ້ວນ ເພື່ອວ່າຊາວອາເມຣິກັນ ສາມາດໝັ້ນໃຈໄດ້ວ່າ ຢາວັກຊີນໃດໆທີ່ໄດ້ຮັບການຮັບຮອງ ແມ່ນປອດໄພ ແລະມີປະສິດທິພາບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG