ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ລົງໂທດເຈົ້າໜ້າທີ່ຈີນ 4 ຄົນ ໃນການປາບປາມ ພວກປະທ້ວງ


ໃນຮູບທີ່ຖ່າຍເມື່ອວັນທີ 3 ພະຈິກ ປີ 2020 ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ພາກັນປະທ້ວງ ຢູ່ນອກສານ ເຂດກາວລູນຕາເວັນຕົກ ຂອງຮົງກົງ.
ໃນຮູບທີ່ຖ່າຍເມື່ອວັນທີ 3 ພະຈິກ ປີ 2020 ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ພາກັນປະທ້ວງ ຢູ່ນອກສານ ເຂດກາວລູນຕາເວັນຕົກ ຂອງຮົງກົງ.

ສະຫະລັດໄດ້ທຳການລົງໂທດຕໍ່ເຈົ້າໜ້າທີ່ຈີນ 4 ຄົນຢູ່ໃນອົງການຮັກສາຄວາມປອດໄພຂອງຮົງກົງ ຕໍ່ອັນທີ່ສະຫະລັດເອີ້ນວ່າ ບົດບາດຂອງພວກເຂົາເຈົ້າ ໃນການປາບປາມພວກຄັດຄ້ານລັດຖະບານ.

ໃນຖະແຫຼງການສະບັບນຶ່ງທີ່ເຊື່ອວ່າເປັນຂອງລັດຖະມົນຕີການຕ່າງປະເທດໄມຄ໌ ພອມພຽວກ່າວວ່າ ບຸກຄົນທັງສີ່ແມ່ນພົວພັນ “ກັບການຈັດຕັ້ງປະຕິບັດກົດໝາຍຄວາມໝັ້ນຄົງແຫ່ງຊາດ ທີ່ອອກໂດຍ ສປ ຈີນ ແລະເປັນໄພຂົ່ມຂູ່ ຕໍ່ສັນຕິພາບຄວາມປອດໄພແລະການປົກຄອງຕົນເອງຂອງຮົງກົງເພື່ອໃຫ້ເປັນໄປຕາມດຳລັດຝ່າຍບໍລິຫານເລກທີ 13936.”

ພວກທີ່ຖືກລົງໂທດແມ່ນປະກອບດ້ວຍ ຫຼີ ຈຽງຊູ (Li Jiangzhou) ເອັດວີນາ ລາວ (Edwina Lau), ຫຼີ ໄກວວາ (Li Kwai-wah) ແລະ ແດງ ຊອງກວາ (Deng Zhonghua).

ອີງຕາມກະຊວງການຕ່າງປະເທດສະຫະລັດແລ້ວ ຫຼີ ຈຽງຊູ ແມ່ນຮອງອຳນວຍການຫ້ອງການຮັກສາຄວາມປອດໄພແຫ່ງຊາດ ທີ່ໄດ້ມີການສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຮັກສາຄວາມປອດໄພແຫ່ງຊາດ. ນາງເອັດວີນາ ລາວ ແມ່ນຫົວໜ້າພະແນກຮັກສາຄວາມປອດໄພຂອງຕຳຫຼວດຮົງກົງ ແລະຫຼີ ໄກວວາ ແມ່ນຜູ້ບັນຊາການຕຳຫຼວດອະວຸໂສ. ແດງ ຊອງກວາ ແມ່ນຮອງອຳນວຍການຫົວໜ້າຮັບຜິດຊອບກິດຈະການຮົງກົງແລະມາກາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG