ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີທຣຳ ປົດລັດຖະມົນຕີ ກະຊວງປ້ອງກັນປະເທດ ຜ່ານທາງທວີດເຕີ້


ຮູບຖ່າຍເມື່ອວັນທີ 7 ຕຸລາ 2019​ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານມາກ ແອັສເປີ ເຂົ້າຮ່ວມການລາຍງານ ໃຫ້ປະທານາທິບໍດີດໍໂນລ ທຣຳ ຊາບ ພ້ອມດ້ວຍພວກນາຍທະຫານອະວຸໂສ ທີ່ຫ້ອງປະຊຸມຄະນະລັດຖະບານ ຢູ່ທຳນຽບຂາວ .
ຮູບຖ່າຍເມື່ອວັນທີ 7 ຕຸລາ 2019​ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານມາກ ແອັສເປີ ເຂົ້າຮ່ວມການລາຍງານ ໃຫ້ປະທານາທິບໍດີດໍໂນລ ທຣຳ ຊາບ ພ້ອມດ້ວຍພວກນາຍທະຫານອະວຸໂສ ທີ່ຫ້ອງປະຊຸມຄະນະລັດຖະບານ ຢູ່ທຳນຽບຂາວ .

ປະທານາທິບໍດີດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ປະກາດຜ່ານທາງທວີດເຕີ້ວ່າ ທ່ານໄດ້ປົດລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານມາກ ແອັສເປີອອກຈາກຕຳແໜ່ງ.

ປະທານາທິບໍດີທຣຳ ຂຽນວ່າ “ມາກ ແອັສເປີ ໄດ້ຖືກປົດແລ້ວ. ຂ້າພະເຈົ້າຂໍຂອບອົກຂອບໃຈ ໃນການຮັບໃຊ້ຂອງທ່ານ.”

[[ https://twitter.com/realDonaldTrump/status/1325859407620689922 ]]

ທ່ານແອັສເປີ ແມ່ນຄາດກັນວ່າ ຈະຮັບໜ້າທີ່ໄປຈົນໝົດໄລຍະຂ້າມຜ່ານ ແຕ່ປັດຈຸບັນໄປຈົນຮອດພິທີສາບານໂຕເຂົ້າຮັບຕຳແໜ່ງຂອງຜູ້ທີ່ຖືກຄາດວ່າເປັນປະທານາທິບໍດີເລືອກໃໝ່ ທ່ານໂຈ ໄບເດັນ ໃນທ້າຍເດືອນມັງກອນປີ 2021 ເຖິງແມ່ນມີຂ່າວລືຊຸບຊິບກັນກ່ຽວກັບການປົດທ່ານຢູ່ໃນນະຄອນຫຼວງວໍຊິງຕັນມາໄດ້ຫຼາຍອາທິດແລ້ວ.

ຫົວໜ້າທີ່ປຶກສາຂອງທ່ານທຣຳ ທ່ານມາກ ເມໂດສ໌ ໄດ້ແຈ້ງໃຫ້ທ່ານແອັສເປີຊາບ ກ່ຽວກັບການປົດທ່ານ ໃນການໂທລະສັບໄປຫາເມື່ອວັນຈັນວານນີ້ ກ່ອນທີ່ປະທານາທິບໍດີຂຽນລົງໃນທວີດເຕີ້ ອີງຕາມຄຳບອກເລົ່າ ຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດແຈ້ງໃຫ້ວີໂອເອຊາບ.

ທ່ານຄຣິສໂຕເຟ ມີລເລີ ຜູ້ອຳນວຍການສູນກາງຕໍ່ຕ້ານການກໍ່ການຮ້າຍ ຈະເປັນຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ “ໃນທັນທີ” ອີງຕາມການສົ່ງທວີດເຕີ້ຂອງທ່ານທຣຳ.

ທ່ານມີລເລີ ທີ່ເດີນທາງໄປຮອດທຳນຽບຫ້າແຈ ບໍ່ດົນຫຼັງຈາກ ທີ່ໄດ້ມີການປະກາດ ແລະກໍທ່ານໄດ້ພົບປະກັບທ່ານແອັສເປີນັ້ນ ສາມາດເຂົ້າຮັບໜ້າທີ່ເປັນຜູ້ຮັກສາການກະຊວງປ້ອງກັນປະເທດໄດ້ ໂດຍຜ່ານກົດໝາຍການປະຕິຮູບ ໃນການເຂົ້າຮັບຕຳແໜ່ງຫວ່າງ ຂອງລັດຖະບານກາງ ສະບັບປີ 1998 ຊຶ່ງກ່າວວ່າ ປະທານາທິບໍດີ ສາມາດເລືອກເອົາບຸກຄົນໃດກໍໄດ້ ທີ່ຢູ່ໃນຂະແໜງບໍລິຫານທີ່ໄດ້ຖືກຮັບຮອງເອົາໂດຍສະພາສູງສະຫະລັດເພື່ອເຮັດວຽກແລະໜ້າທີ່ຕ່າງໆ
ຂອງຕຳແໜ່ງທີ່ຫວ່າງລົງເປັນການຊົ່ວຄາວ ໃນຖານະຜູ້ຮັກສາການ.”

ໃນການສົ່ງຂ່າວສະບັບສຸດທ້າຍໄປຫາກະຊວງປ້ອງກັນປະເທດໃນວັນຈັນວານນີ້ ທ່ານແອັສເປີໄດ້ເວົ້າເຖິງຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດໃນດ້ານປ້ອງກັນປະເທດ ຊຶ່ງໄດ້ປ່ຽນການເພັ່ງເລັງຂອງທຳນຽບຫ້າແຈໄປສູ່ການປັບປຸງກອງທັບໃຫ້ທັນສະໄໝ ພ້ອມທັງການແຂ່ງຂັນກັບຣັດເຊຍແລະຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG