ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກໍລະນີໂຄວິດ-19 ທີ່ເພີ້ມຂຶ້ນ ຢູ່ໃນສະຫະລັດ ເຮັດໃຫ້ມີຜູ້ຕິດກາຍ 10 ລ້ານຄົນແລ້ວ


ຜູ້ຄົນເຂົ້າແຖວ ເພື່ອກວດໂຄວິດ-19 ຢູ່ບ່ອນກວດແຫ່ງນຶ່ງ ໃນວັນເສົາທີ 7 ພະຈິກ 2020 ທີ່ເມືອງ Miami Beach ໃນລັດຟລໍຣິດາ.
ຜູ້ຄົນເຂົ້າແຖວ ເພື່ອກວດໂຄວິດ-19 ຢູ່ບ່ອນກວດແຫ່ງນຶ່ງ ໃນວັນເສົາທີ 7 ພະຈິກ 2020 ທີ່ເມືອງ Miami Beach ໃນລັດຟລໍຣິດາ.

ສະຫະລັດຄາດວ່າຈະມີກໍລະນີໂຄວິດ-19 ກາຍ 10 ລ້ານຄົນໃນວັນຈັນມື້ນີ້ ໃນຂະນະທີ່ທົ່ວປະເທດກຳລັງຮັບມືການແຜ່ລະບາດທີ່ຮ້າຍແຮງຂຶ້ນແບບບໍ່ເຄີຍເຫັນມາກ່ອນໃນຈຸດໃດໆຂອງໂຣກລະບາດດັ່ງກ່າວ.

ໃນຮອບອາທິດທີ່ຜ່ານມານີ້ ສະຫະລັດແມ່ນມີກໍລະນີຕິດເຊື້ອໃໝ່ ໂດຍສະເລ່ຍແລ້ວຫຼາຍກວ່າ 100,000 ກໍລະນີໃນແຕ່ລະວັນ ຄືເພີ້ມຂຶ້ນເປັນສອງເທົ່າຈາກນຶ່ງເດືອນກ່ອນ ໂດຍມີປະມານ 900 ຄົນເສຍຊີວິດໃນແຕ່ລະມື້.

ບັນດາລັດທາງພາກຕາເວັນຕົກຕອນກາງຂອງປະເທດ ແມ່ນເປັນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ໂດຍອັດຕາການເຂົ້າໂຮງໝໍ ຢູ່ໃນເຂດດັ່ງກ່າວ ແມ່ນສູງເປັນປະຫວັດການ.

ທ່ານໂຈ ໄບເດັນ ທີ່ຄາດການວ່າຈະໄດ້ເປັນປະທານາທິບໍດີທີ່ຖືກເລືອກໃໝ່ຈະພົບປະກັບໜ່ວຍປະຕິບັດງານໄວຣັສໂຄໂຣນາ ໃນວັນຈັນມື້ນີ້ ໃນຂະນະທີ່ທ່ານເບິ່ງໄປຂ້າງໜ້າເພື່ອນຳພາລັດຖະບານຂອງທ່ານຮັບມືແບບໃດກັບໂຣກລະບາດເວລາທ່ານເຂົ້າຮັບຕຳແໜ່ງໃນເດືອນມັງກອນຈະມາ. ທ່ານມີແຜນການທີ່ຈະຕິດຕາມເບິ່ງການໂອ້ລົມພົບປະ ດ້ວຍການກ່າວຄຳປາໄສກ່ຽວກັບ “ແຜນການຂອງທ່ານທີ່ຈະເອົາຊະນະໂຄວິດ-19.”

ຮອງປະທານາທິບໍດີໄມຄ໌ ເພັນສ໌ ຊຶ່ງເປັນຫົວໜ້າຮັບຜິດຊອບໃນການຮັບມືກັບໄວຣັສໂຄໂຣນາຂອງລັດຖະບານຊຸດປັດຈຸບັນກໍຈະຈັດປະຊຸມທີມງານຂອງທ່ານ ເລີ້ມເປັນເທື່ອທຳອິດໃນວັນຈັນມື້ນີ້ ນັບແຕ່ວັນທີ 20 ຕຸລາເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG