ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກໃດ ຈະເຂົ້າຄວບຄຸມ ສະພາສູງ ຂອງສະຫະລັດ ຍັງບໍ່ແນ່ນອນເທື່ອ


ຕຶກຫໍລັດຖະສະພາສະຫະລັດ
ຕຶກຫໍລັດຖະສະພາສະຫະລັດ

ການທີ່ຈະເຂົ້າຄວບຄຸມສະພາສູງ ຍັງຄົງບໍ່ແນນອນເທື່ອ ໃນວັນພຸດວານນີ້ ໃນຂະນະການແຂ່ງຂັນໃນລັດທີ່ສຳຄັນ ຄືລັດຄາໂຣໄລນາເໜືອ ແລະຈໍເຈຍ ແມ່ນຍັງສູສີກັນເກີນໄປ ທີ່ຈະປະກາດຜູ້ຊະນະໄດ້.

ການແຂ່ງຂັນໃນລັດເມນໄດ້ຖືກຈັບຕາເບິ່ງຢ່າງໃກ້ຊິດໃນທົ່ວປະເທດ ກໍຍ້ອນ ການຟ້ອງເພື່ອປົດປະທານາທິບໍດີ ດໍໂນລ ທຣຳ ເມື່ອຕົ້ນປີນີ້ ແລະການຕໍ່ສູ້ເພື່ອສະເໜີຊື່ຜູ້ພິພາກສາສານສູງສຸດ ເມື່ອມໍ່ໆມານີ້ ນັ້ນ ແມ່ນໄດ້ຂໍ້ສະລຸບແລ້ວ.

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານນາງຊູຊານ ຄອລລິນສ໌ ສາ ມາດຮັກສາບ່ອນນັ່ງໄວ້ໄດ້ ໃນການທ້າຊີງທີ່ໜັກໜ່ວງຊຶ່ງໄດ້ເຫັນເງິນຈາກທາງນອກລັດຫລັ່ງໄຫລເຂົ້າມາ ເພື່ອສະໜັບສະໜຸນຜູ້ທ້າຊີງ ຈາກພັກເດໂມແຄຣັດ ແລະເປັນສະມາຊິກສະພາຂອງລັດ ທ່ານນາງ ຊາຣາ ກີດຽນ.

ທ່ານນາງຄອລລິນສ໌ ຜູ້ດຳລົງຕຳແໜ່ງມາໄດ້ສີ່ສະໄໝ ເປັນຣີພັບບຣີກັນພຽງຄົນດຽວ ທີ່ໄດ້ລົງຄະແນນສຽງຄັດຄ້ານຕໍ່ການສະເໜີຊື່ຜູ້ພິພາກສາ ທ່ານນາງ ເອມີ ໂຄນີ ບາເຣັຕ ເຂົ້າຮັບຕຳແໜ່ງໃນສານສູງສຸດຂອງທ່ານທຣຳ ນັ້ນ. ການລົງຄະແນນສຽງນັ້ນ ປາກົດວ່າ ໄດ້ຮັກສາຊື່ສຽງຂອງທ່ານນາງໄວ້ ພາຍໃນພວກຜູ້ມີສິດປ່ອນບັດທັງຫຼາຍຂອງລັດເມນ ອັນເປັນຄະແນນສຽງທີ່ເປັນອິດສະຫລະ.

ອີງຕາມລາຍງານຂອງອົງການ Cook Political Report ທີ່ບໍ່ເຂົ້າຂ້າງພັກຝ່າຍໃດແລ້ວ ພຽງ 7 ບ່ອນນັ່ງໃນ 35 ຂອງສະພາສູງ ກຳລັງຢູ່ໃນການເລືອກຕັ້ງໃນວັນອັງຄານຜ່ານມາ ທີ່ໄດ້ຖືກຕີລາຄາວ່າ ຈະເປັນຂອງພັກໃດກໍໄດ້. ພັກຣີພັບບລີກັນໃນສະພາສູງ ເຂົ້າສູ່ການເລືອກຕັ້ງໃນວັນອັງຄານ ໂດຍກຳສຽງສ່ວນຫລາຍໃນສະພາ 53 ຕໍ່ 47 ແຕ່ໄດ້ປະເຊີນກັບຮອບການເລືອກຕັ້ງທີ່ຍາກລຳບາກ ເມື່ອໃນປີນີ້ ພວກເຂົາເຈົ້າກຳລັງປົກປ້ອງບ່ອນນັ່ງຫຼາຍກວ່າພັກເດໂມແຄຣັດ ເຖິງສອງເທົ່າ.

ໃນລັດໂຄໂລຣາໂດ ພັກເດໂມແຄຣັດ ໄດ້ຮັບບ່ອນນັ່ງທີ່ສຳຄັນ ເມື່ອຜູ້ດຳລົງຕຳແໜ່ງ ທ່ານຄໍຣີ ກາຣເນີ ສັງກັດພັກຣີພັບບລີກັນ ໄດ້ເສຍໄຊໃຫ້ແກ່ຜູ້ທ້າຊີງ ທ່ານຈອນ ຮິກເກັນລູບເປີ (John Hickenlooper) ອະດີດຜູ້ປົກຄອງລັດ. ສ່ວນທ່ານກາຣເນີ ເປັນເຈົ້າໜ້າທີ່ຂອງພັກຣີພັບບລີກັນຄົນສຸດທ້າຍ ໃນທົ່ວປະເທດທີ່ຍັງເຫຼືອ ຊຶ່ງໃນຄັ້ງນຶ່ງຖືວ່າ ເປັນພື້ນທີ່ແຂ່ງຂັນໃນການເລືອກຕັ້ງ.

ພັກຣີພັບບລີກັນ ໄດ້ຮັບບ່ອນນັ່ງໃນລັດອາລາບາມາ ໂດຍທີ່ໄດ້ຮັບການສະໜັບສະໜຸນ ຂອງທ່ານທຣຳ ກໍຄືອະດີດຄູຝຶກຟຸດບອລ ທ່ານທອມມີ ທູບເບີວີລ ໄດ້ເອົາຊະນະ ຜູ້ດຳລົງຕຳແໜ່ງທີ່ສັງກັດພັກເດໂມແຄຣັດ ທ່ານດັກ ໂຈນສ໌. ບ່ອນນັ່ງໃນສະພາສູງຂອງລັດອາລາບາມາ ເປັນພຽງບ່ອນນັ່ງດຽວ ທີ່ເປັນຂອງພັກໃດກໍໄດ້ໃນປີນີ້ ທີ່ຄອບຄອງໂດຍພັກເດໂມແຄຣັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG