ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ມີຜູ້ຕິດໂຄວິດ-19 ໃໝ່ ທີ່ໄດ້ຮັບການຢືນຢັນ ກາຍ 1 ແສນກໍລະນີ ໃນວັນພຸດນີ້


ປ້າຍທີ່ບອກກ່ຽວກັບການຈຳກັດໃນການຊື້ຜະລິດຕະພັນເຈ້ຍ ຖືກໄວ້ຢູ່ບ່ອນຂາຍເຈັ້ຍທີ່ເປົ່າຫວ່າງ ທີ່ຕະຫຼາດຊູເປີ້ມາກເກັດ ແຫ່ງນຶ່ງ ໃນວັນພຸດ ທີ 4 ພະຈິກ 2020.
ປ້າຍທີ່ບອກກ່ຽວກັບການຈຳກັດໃນການຊື້ຜະລິດຕະພັນເຈ້ຍ ຖືກໄວ້ຢູ່ບ່ອນຂາຍເຈັ້ຍທີ່ເປົ່າຫວ່າງ ທີ່ຕະຫຼາດຊູເປີ້ມາກເກັດ ແຫ່ງນຶ່ງ ໃນວັນພຸດ ທີ 4 ພະຈິກ 2020.

ນັບເປັນເທື່ອທຳອິດແຕ່ໂຣກລະບາດໄວຣັສໂຄໂຣນາມາເຖິງສະຫະລັດ ທີ່ມີການຈົດບັນທຶກ ກໍລະນີໃໝ່ ໂຄວິດ-19 ທີ່ໄດ້ຮັບການຢືນຢັນ ຫຼາຍກວ່າ 100,000 ກໍລະນີ ໃນວັນພຸດວານນີ້ ອີງຕາມໂຄງການຕິດຕາມໂຄວິດ ທີ່ໄດ້ຮັບຄວາມອຸບປະຖຳໂດຍວາລະສານແອັດແລນຕິກ ຫລື Atlantic Magazine.

ສະຫະລັດພວມປະເຊີນກັບ ການກັບຄືນມາລະບາດເທື່ອໃໝ່ ຂອງໄວຣັສໂຄໂຣນາ ໂດຍສະເພາະຢູ່ໃນພາກກາງຂອງປະເທດ ທີ່ເອີ້ນວ່າເຂດ Great Plains ຫລືທົ່ງພຽງໃຫຍ່ທີ່ກວມເອົາຫຼາຍໆເຂດຢູ່ໃນພາກກາງແລະພາກຕາເວັນຕົກຂອງສະຫະລັດ. ນອກນັ້ນແລ້ວ ໂຄງການຕິດຕາມໂຄວິດ ຍັງໄດ້ຈົດບັນທຶກ ຈຳນວນຜູ້ເຂົ້າໂຮງໝໍໃນທົ່ວປະເທດ ຫຼາຍເປັນປະຫວັດການ 50,000 ຄົນ ເປັນມື້ທີສອງລຽນຕິດ ໃນວັນພຸດວານນີ້.

ໂຣກລະບາດໄວຣັສໂຄໂຣນາ ຍັງໄດ້ແຜ່ລາມໃນທົ່ວທະວີບຢູໂຣບ ເປັນຮອບທີສອງ.

ຢູ່ອີຕາລີ ນາຍົກລັດຖະມົນຕີກຸຍເຊັບເປ ກົງເຕ (Guiseppe Conte) ໄດ້ເປີດເຜີຍລະບົບທີ່ມີການຈຳກັດຮັດແຄບແຕກຕ່າງກັນ 3 ແບບເພື່ອຮັບມືກັບການຟື້ນ ໂຕກັບຄືນມາຂອງໂຄວິດ-19 ຢູ່ໃນປະເທດຂອງທ່ານ.

ລະບົບດັ່ງກ່າວ ແບ່ງອີຕາລີທີ່ມີຢູ່ 20 ເຂດ ອອກເປັນ 3 ສີ ຄືສີແດງ ສີໝາກກ້ຽງແລະສີເຫຼືອງ ຊຶ່ງສີແດງໝາຍເຖິງເຂດ ທີ່ມີການຈຳກັດຮັດແຄບ ໜັກທີ່ສຸດແລະສີເຫຼືອງ ແມ່ນຈຳກັດຮັດແຄບບໜ້ອຍທີ່ສຸດ. ທ່ານກົງເຕກ່າວວ່າ ເຂດພາກເໜືອ ລອມບາດດີແລະປີເອມົງ (Lombardy and Piedmont) ແລະຮ່ອມພູດາອົສຕາ (d’Aosta) ແລະເຂດກາຣາເບຣຍ (Calabria) ໃນພາກໃຕ້ ຈະຖືກຈັດເປັນເຂດສີແດງ ຊຶ່ງຜູ້ຄົນຈະບໍ່ໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນໄດ້ ນອກ
ຈາກວ່າຈະໄປເຮດວຽກ ຫຼືຍ້ອນເຫດຜົນທາງດ້ານການແພດ.

ສ່ວນເຂດປູເກລຍ (Puglia) ແລະເກາະຊີຊີລີ (Sicily) ທາງພາກໃຕ້ຂອງປະເທດ ຖືກຈັດໃຫ້ເປັນເຂດສີໝາກກ້ຽງ ຫຼືໃນລະດັບປານກາງ. ປະຊາຊົນ ຢູ່ໃນເຂດສີໝາກກ້ຽງນີ້ ສາມາດເດີນທາງໄປມາ ລະຫວ່າງເມືອງຕ່າງໆໄດ້ຢ່າງເສລີ ແຕ່ບໍ່ສາມາດອອກໜີໄປຈາກຫົວເມືອງເຫຼົ່ານີ້ ໃນຂະນະທີ່ບາແລະຮ້ານອາຫານແມ່ນຈຳໃຫ້ສາມາດຈັດສົ່ງໄປໃຫ້ ຫຼືຊື້ໄປກິນຢູ່ນອກຮ້ານເທົ່ານັ້ນ.

ປະເທດອີຕາລີທັງໝົດແມ່ນຢູ່ພາຍໃຕ້ການຫ້າມບໍ່ໃຫ້ອອກນອກເຮືອນເລີ້ມແຕ່​ 10 ໂມງແລງ ຫາ 5 ໂມງເຊົ້າ ໃນຂະນະທີ່ຫໍພິພິດທະພັນແລະຮ້ານຮ້ານສັບພະສິນຄ້າຫຼືຊອບປິ້ງຕ່າງໆແມ່ນຖືກປິດໃນວັນທ້າຍສັບປະດາ ແລະຫ້ອງຮຽນຕ່າງໆແມ່ນປ່ຽນ ມາເປັນການຮຽນທາງອອນລາຍນ໌.

ຂໍ້ຈຳກັດຮັດແຄບໃໝ່ນີ້ ຈະເລີ້ມມີຜົນບັງຄັບໃນວັນສຸກນີ້ ໄປຈົນຮອດວັນທີ 3 ທັນວາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG