ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກໜ່ວຍງານ ຮັບມືກັບໂຄວິດ-19 ຂອງທຳນຽບຂາວ ເຕືອນວ່າ ສຫລ ພວມກ້າວເຂົ້າສູ່ 'ຂັ້ນຮ້າຍແຮງ' ຂອງໂຣກລະບາດ


Warning signs are seen outside Highland Elementary School during the U.S. presidential election in Ambridge, Beaver County, Pennsylvania, Nov. 3, 2020.
Warning signs are seen outside Highland Elementary School during the U.S. presidential election in Ambridge, Beaver County, Pennsylvania, Nov. 3, 2020.

ເຈົ້າໜ້າທີ່ຄົນສຳຄັນໃນໜ່ວຍສະເພາະກິດຮັບມືກັບໄວຣັສໂຄໂຣນາຂອງປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ປະເທດຊາດ ພວມກ້າວເຂົ້າສູ່ “ຂັ້ນຮ້າຍແຮງ” ໃນການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ດຳເນີນມາເປັນເວລາເກືອບນຶ່ງປີແລ້ວນັ້ນ.

ອົງການຂ່າວຕ່າງໆ ລາຍງານວ່າ ດຣ. ດີບໍຣາ ເບີກສ໌ (Deborah Brix) ຜູ້ປະສານງານຂອງໜ່ວຍສະເພາະກິດ ໄດ້ອອກໜັງສືສະບັບນຶ່ງໃນວັນຈັນຜ່ານມານີ້ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ຂອງລັດຖະບານ ດຳເນີນ “ມາດຕະການທີ່ເຂັ້ມງວດແລະກ້ຳເກິ່ງ” ລະຫວ່າງການປິດບໍລິເວນ ແລະເອົາບາດກ້າວ ເພື່ອຄວບການລະບາດ ຮວມທັງຮຽກຮ້ອງໃຫ້ຊາວອາເມຣິກັນໃສ່ໜ້າກາກ ຮັກສາໄລຍະຫ່າງກັນ ແລະທຳການກວດຢ່າງຂຸ້ນຂ້ຽວ.

ບັນທຶກຂອງ ດຣ. ເບີກສ໌ ແມ່ນກົງກັນຂ້າມກັບການກ່າວຢ້ຳຂອງປະທານາທິບໍດີດໍໂນລ ທຣຳ ໃນລະຫວ່າງການກ່າວຄຳປາໄສເວລາທ່ານໂຄສະນາຫາສຽງທີ່ເວົ້າວ່າ ສະຫະລັດ “ພວມຕ້ອນເຊື້ອໄວຣັສເຂົ້າແຈ” ຊຶ່ງໄດ້ເອົາຊີວິດຜູ້ຄົນໄປແລ້ວຫຼາຍກວ່າ 230,000 ຄົນ ແລະລົ້ມປ່ວຍອີກ 9 ລ້ານ 2 ແສນກວ່າຄົນຮວມທັງ 84,089 ກໍລະນີຕິດເຊື້ອໃໝ່ ແລະເສຍຊີວິດ 557 ຄົນໃນວັນຈັນທີ່ຜ່ານມານີ້ ອີງຕາມສູນກາງຊັບພະຍາກອນ ໄວຣັສໂຄໂຣນາ ຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌.

ພວກແມ່ຍິງຖືພາ ແມ່ນມີຄວາມຫຼໍ່ແຫຼມຫຼາຍກວ່າແມ່ຍິງທຳມະດາ ຕໍ່ເຊື້ອໄວຣັສໂຄວິດ-19 ອີງຕາມການສຶກສາຄົ້ນຄວ້າໃໝ່ຂອງສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດຫຼື CDC.

ສູນກາງ CDC ພົບວ່າ ພວກແມ່ຍິງຖືພາຕິດແມ່ນມີທ່າທາງວ່າຈະຕິດເຊື້ອໄວ ຣັສໂຄໂຣນາໃໝ່ຫຼາຍກວ່າພວກແມ່ຍິງທີ່ບໍ່ຖືພາ ແລະຕ້ອງການການເບິ່ງແຍງດູແລຢ່າງຂຸ້ນຂ້ຽວແລະມີຄວາມສ່ຽງຕໍ່ການເສຍຊີວິດເພີ້ມຂຶ້ນ. ນອກນັ້ນ ພວກເຂົາເຈົ້າຍັງມີທ່າທາງວ່າ ຈະຕ້ອງການເຄື່ອງຊ່ວຍຫາຍໃຈ ແລະຕໍ່ໃສ່ເຄື່ອງຈັກພິເສດເພື່ອຊ່ວຍຫົວໃຈແລະປອດ.

ການສຶກສາຂອງສູນກາງ CDC ຍັງໄດ້ພົບວ່າ ພວກແມ່ຍິງຊົນກຸ່ມນ້ອຍທີ່ຖືພາ​ແມ່ນມີຄວາມສ່ຽງສູງກວ່າທີ່ຈະຕິດເຊື້ອໄວຣັສແລະລົ້ມປ່ວຍຢ່າງຮ້າຍແຮງຍ້ອນພະຍາດໂຄວິດ-19.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG