ໃນວັນສຸດທ້າຍຂອງການໂຄສະນາຫາສຽງຂອງທ່ານນັ້ນ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ເຕືອນເຖິງຄວາມຮຸນແຮງຫລັງການເລືອກຕັ້ງ ຍ້ອນການຕັດສິນຂອງສານສູງສຸດ ທີ່ອະນຸຍາດໃຫ້ຕໍ່ເວລາການນັບບັດເລືອກຕັ້ງອອກໄປ ຊຶ່ງເປັນສິ່ງທີ່ອາດເປັນຈຸດຫັນປ່ຽນສຳຄັນຂອງລັດເພັນຊີລເວເນຍ.
ການຢັ່ງຫາງສຽງ ສະແດງໃຫ້ວ່າ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ນຳໜ້າຢູ່ເລັກນ້ອຍໃນລັດດັ່ງກ່າວ ບ່ອນທີ່ການປ່ອນບັດທາງໄປສະນີ ຄາດກັນວ່າ ຈະເຂົ້າຂ້າງພັກເດມໂມແຄຣັດ ແຕ່ອາດຈະບໍ່ສາມາດນັບບັດເລືອກຕັ້ງນັ້ນໄດ້ ເປັນເວລາຫຼາຍວັນ ຫຼັງຈາກການເລືອກຕັ້ງໃນວັນອັງຄານມື້ນີ້.
ໃນລະຫວ່າງການໂຮມຊຸມນຸມຂອງທ່ານ ເມື່ອວັນຈັນວານນີ້ ຢູ່ໃນເມືອງທຣາເວີດສ໌ ລັດມິຊິແກັນ ແລະເມືອງເຄໂນຊາ ລັດວິສຄອນຊິນ ທ່ານທຣຳໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ວ່າ ການຕໍ່ເວລາໃນການນັບບັດເລືອກຕັ້ງອອກໄປເຊັ່ນນັ້ນ ໃນລັດເພັນຊີລເວເນຍ “ຈະອຳນວຍໃຫ້ເກີດການສໍ້ໂກງຢ່າງແຜ່ຫຼາຍທີ່ບໍ່ມີການກວດກາ ແລະຈະເປັນບ່ອນທຳລາຍລະບົບກົດໝາຍທັງໝົດຂອງພວກເຮົາ. ມັນຍັງຈະກໍ່ໃຫ້ເກີດຄວາມຮຸນແຮງ ຢູ່ຕາມຖະໜົນສາຍຕ່າງໆ. ຕ້ອງໄດ້ເຮັດສິ່ງໃດສິ່ງນຶ່ງແລ້ວ!”
https://twitter.com/realDonaldTrump/status/1323430341512622080?s=20
ໃນເວລາຕໍ່ມາ ທວິດເຕີ້ ກໍໄດ້ຍົກຂໍ້ຄວາມດັ່ງກ່າວຂຶ້ນມາເພື່ອແຈ້ງເຕືອນ ໂດຍກ່າວວ່າ “ການແບ່ງປັນຂໍ້ຄວາມດັ່ງກ່າວ ໃນບາງສ່ວນ ຫຼືທັງໝົດ ແມ່ນເປັນທີ່ຂັດແຍ້ງ ແລະອາດຈະນຳພາໄປໃນທາງທີ່ຜິດ ກ່ຽວກັບການເລືອກຕັ້ງ ຫຼືຂັ້ນຕອນການປະຕິບັດໜ້າທີ່ອື່ນໆຂອງພົນລະເມືອງກໍເປັນໄດ້.”
ຫຼັງຈາກທີ່ ມີຂໍ້ຄວາມຂອງທ່ານທຣຳທີ່ຂຽນລົງໃນທວິດເຕີ ທ່ານໄບເດັນ ກໍໄດ້ຖືກສອບຖາມໂດຍບັນດານັກຂ່າວ ກ່ຽວກັບຄຳເຕືອນ ເຖິງຄວາມຮຸນແຮງຢູ່ໃນທ້ອງຖະໜົນຂອງທ່ານທຣຳ.
ຜູ້ຖືກສະເໜີຊື່ຈາກພັກເດໂມແຄຣັດ ກໍໄດ້ຕອບໄປ ກ່ອນທີ່ທ່ານຈະຂຶ້ນເຮືອບິນອາຍພົ່ນໂຄສະ ນາຫາສຽງຂອງທ່ານ ກັບຄືນໄປບ້ານ ຢູ່ໃນລັດເດລາແວ ວ່າ “ຂ້າພະເຈົ້າຈະບໍ່ຕອບສິ່ງໃດໆທີ່ລາວໄດ້ກ່າວໄປ.” ທ່ານໄບເດັນ ກ່າວອີກວ່າ “ຂ້າພະເຈົ້າຫວັງເພື່ອໃຫ້ມີການເລືອກຕັ້ງທີ່ສະຫງົບງຽບທີ່ກົງໄປກົງມາ ແລະໃຫ້ມີປະຊາຊົນອອກມາຢ່າງຫຼວງຫຼາຍ.”
ທ່ານນາງແຄຕີ ບຸກຊາຣ ເລຂາທິການຂອງລັດເພັນຊີລເວເນຍ ໄດ້ປາກົດໂຕຕໍ່ອົງການຂ່າວ CNN ແລ້ວກ່າວປະນາມຂໍ້ຄວາມທາງທວິດເຕີ້ຂອງທ່ານປະທານາທິບໍດີ ແລະໄດ້ກ່າວວ່າ ພື້ນຖານໂຄງລ່າງດ້ານການປ່ອນບັດຂອງລັດ ແມ່ນປອດໄພຕໍ່ການສໍ້ໂກງ.
ທ່ານນາງບຸກຢາຣ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຄຶດບໍ່ອອກເລີຍ ເພິ່ນເວົ້າກ່ຽວກັບແມ່ນຫຍັງ ແຕ່ຈະກ່າວສິ່ງໃດໆທີ່ກ່ຽວກັບການຊຸກຍູ້ຄວາມຮຸນແຮງນັ້ນ ແມ່ນບໍ່ເໝາະສົມແທ້ໆເລີຍ.”
ຢູ່ທີ່ການໂຮມຊຸມນຸມໃນເມືອເຄໂນຊານີ້ ທ່ານທຣຳ ໄດ້ກ່າວວ່າ “ອັນນັ້ນ ເປັນການຕັດສິນທີ່ອັນຕະລາຍແທ້ໆໂດຍສານສູງສຸດ. ຂ້າພະເຈົ້າເດົາວ່າ ມັນເປັນການຕັດສິນໃຈ ດ້ານການເມືອງ.” ທ່ານໄດ້ສະແດງຄວາມຫວັງວ່າ ບັນດາຜູ້ພິ ພາກສາຈະປ່ຽນຄຳຕັດສິນຂອງພວກເພິ່ນ.