ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຂົ້າຄວບຄຸມ ສະພາສູງ ແມ່ນຖືວ່າ ມີຄວາມສຳຄັນ ໃນການເລືອກຕັ້ງມື້ນີ້


ໂດຍທີ່ສາມາດແນມເຫັນຫໍລັດຖະສະພານັ້ນ ຜູ້ມີສິດປ່ອນບັດຄົນນຶ່ງ ພວມປ່ອນບັດ ທີ່ສົ່ງທາງໄປສະນີຂອງລາວ ລົງໃສ່ຕູ້ ທີ່ຢູນຽນມາກເກັດ ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 28 ຕຸລາ 2020.
ໂດຍທີ່ສາມາດແນມເຫັນຫໍລັດຖະສະພານັ້ນ ຜູ້ມີສິດປ່ອນບັດຄົນນຶ່ງ ພວມປ່ອນບັດ ທີ່ສົ່ງທາງໄປສະນີຂອງລາວ ລົງໃສ່ຕູ້ ທີ່ຢູນຽນມາກເກັດ ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 28 ຕຸລາ 2020.

ການເຂົ້າຄວບຄຸມສະພາສູງ ແລະສ່ວນໃຫຍ່ແລ້ວ ແມ່ນຄວາມສຳເລັດຫຼືຄວາມລົ້ມແຫຼວໃນແຜນການ ຂອງປະທານາທິບໍດີຄົນຕໍ່ໄປ ແມ່ນຂຶ້ນຢູ່ກັບການແຂ່ງ ຂັນຈຳນວນນຶ່ງຢູ່ໃນທົ່ວປະເທດທີ່ສະແດງໃຫ້ເຫັນວ່າມີຄະແນນສຽງໃກ້ຄຽງກັນຫຼາຍຂຶ້ນ ໃນຊົ່ວໂມງໄລຍະສຸດທ້າຍ ກ່ອນການເລືອກຕັ້ງ ປີ 2020.

ໃນຈຳນວນ 35 ບ່ອນນັ່ງຂອງສະພາສູງ ທີ່ມີການເລືອກຕັ້ງຄືນໃໝ່ ໃນວັນອັງຄານມື້ນີ້ 7 ບ່ອນແມ່ນຖືກຈັດວ່າ ເປັນການແຂ່ງຂັນທີ່ຈະເອນອຽງໄປທາງຝ່າຍໃດກໍໄດ້ ໂດຍອົງການລາຍງານທາງດ້ານການເມືອງຄຸກ ຫຼື Cook Political Report ທີ່ບໍ່ເຂົ້າກັບຝ່າຍໃດ.

ພັກເດໂມແຄຣັດຕ້ອງການໄຊຊະນະໃນບ່ອນນັ່ງທັງໝົດ 3 ບ່ອນ ຖ້າຜູ້ສະໝັກເປັນປະທານາທິ
ບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ຊະນະຕຳແໜ່ງຢູ່ໃນທຳ ນຽບຂາວ ຫຼືຕ້ອງການບ່ອນນັ່ງທັງໝົດ 4 ບ່ອນຖ້າປະທານາທິບໍດີດໍໂນລ ທຣຳ ຫາກຖືກເລືອກໃຫ້ເຂົ້າຮັບຕຳແໜ່ງຕື່ມອີກເປັນສະໄໝທີສອງ ຍ້ອນຖ້າບ່ອນນັ່ງໃນສະພາສູງຫາກທໍ່ກັນ 50 ຕໍ່ 50 ຮອງປະທານາທິບໍດີສາມາດທັບມ້າງຄະແນນສຽງທີ່ທໍ່ກັນໄດ້.

ເວລານີ້ ສະມາຊິກພັກຣີພັບບລີກັນກັນ ກຳສຽງສ່ວນຫຼາຍ 53 ຕໍ່ 47 ຢູ່ໃນສະພາສູງ ແຕ່ໃນການເລືອກຕັ້ງຮອບນີ້ ບ່ອນນັ່ງຂອງພັກຣີພັບບລີກັນ ໄດ້ມີການເລືອກຕັ້ງຫຼາຍເປັນສອງເທົ່າ ຂອງພັກເດໂມແຄຣັດ. ມີບ່ອນນັ່ງຂອງພັກເດໂມແຄຣັດພຽງບ່ອນດຽວ ຈາກຈຳນວນທັງໝົດ 12 ບ່ອນ ທີ່ມີການເລືອກຕັ້ງຢູ່ໃນສະພາສູງປີນີ້ ຖືກຈັດວ່າ ເອນອຽງໄປທາງພັກຣີພັບບລີກັນ. ໃນການແຂ່ງຂັນຢູ່ລັດອາລາບາມາ ​ປະທານາທິບໍດີໄດ້ປະກາດໃຫ້ການສະໜັບສະໜຸນອະດີດຄູຝຶກຟຸດບອນ ທ່ານທອມມີ ທູເບີວິລ (Tommy Tuberville) ໄດ້ມີຄະແນນນຳໜ້າ ສະມາຊິກ ສະພາສູງພັກເດໂມແຄຣັດ ທ່ານເດິກ ໂຈນສ໌ (Doug Jones) ມາໄດ້ຫຼາຍເດືອນແລ້ວ.

ຢູ່ລັດໄອໂອວາ ທີ່ປະທານາທິບໍດີດໍໂນລ ທຣຳ ໄດ້ຊະນະດ້ວຍຄະແນນສຽງ 9 ເປີເຊັນໃນປີ 2016 ແຕ່ເວລານີ້ຖືວ່າ ຈະເປັນຂອງຝ່າຍໃດກໍໄດ້ ໃນການເລືອກຕັ້ງປະທານາທິບໍດີ ແຕ່ສະມາ ຊິກສະພາສູງໂຈນີ ເອີນທ໌ (Joni Ernst) ມີຄະແນນນຳຫຼັງ ຜູ້ທ້າທາຍຈາກພັກເດໂມແຄຣັດ ທ່ານນາງເທຣີຊີ ກຣີນຟິລ (Therese Greenfield) ໃນການຢັ່ງຫາງສຽງຂອງຫຼາຍອົງການ.

ຢູ່ລັດຄາໂຣໄລນາເໜືອ ໂດຍການຢັ່ງຫາງສຽງຂອງອົງການຣຽລ ເຄລຍ ໂພລີຕິກ (Real Clear Politics) ສະແດງໃຫ້ເຫັນວ່າ ການຢັ່ງຫາງສຽງໂດຍສະເລ່ຍນັບຕັ້ງແຕ່ໄດ້ມີການປະກາດມາ ທ່ານຄາລ ຄັນນິງແຮມ (Cal Cunningham) ຜູ້ທ້າທາຍຈາກພັກເດໂມແຄຣັດ ຍັງມີຄະແນນນຳໜ້າ ສະມາຊິກສະພາສູງທອມ ທິລລິສ (Thom Tillis) 2.5 ເປີເຊັນ.

ທີ່ລັດເມນ ການຢັ່ງຫາງສຽງເທື່ອຫຼ້າສຸດຂອງວິທະຍາໄລອີເມີຊັນ (Emerson) ນັບແຕ່ມີການລົງຄະແນນສຽງຮັບຮອງເອົາຜູ້ພິພາກສາສານສູງສຸດ ສະແດງໃຫ້ເຫັນວ່າ ຜູ້ທ້າທາຍຈາກພັກເດໂມແຄຣັດ ທ່ານນາງຊາຣາ ກີເດີນ (Sara Gideon) ຍັງມີຄະແນນນຳໜ້າ ສະມາຊິກສະພາສູງຊູຊານ ຄອລລິນສ໌ (Susan Collins) 6 ເປີເຊັນ.

ທີ່ລັດຈໍເຈຍ ຜູ້ທ້າທາຍຈາກພັກເດໂມແຄຣັດ ທ່ານຈອນ ອອສຊອຟ (Jon Ossoff) ມີຄະແນນສຽງນຳໜ້າ ສະມາຊິກສະພາສູງເດວິດ ເພີດູ (David Perdue) ນຶ່ງເປີເຊັນ ໃນການຢັ່ງຫາງສຽງໂດຍສະເລ່ຍ ຂອງອົງການຣຽລ ເຄລຍ ໂພລີຕິກ.

ທີ່ລັດມອນຕານາ ຊຶ່ງເປັນລັດທີ່ທ່ານທຣຳຊະນະດ້ວຍຄະແນນສຽງ 21 ເປີເຊັນໃນປີ 2016 ນັ້ນ ຜູ້ທ້າທາຍຈາກພັກເດໂມແຄຣັດທ່ານສຕີບ ບູລລັອກ (Steve Bullock) ມີຄະແນນນຳໜ້າ ສະມາຊິກສະພາສູງ ສຕີບ ເດນສ໌ (Steve Daines) ໃນການຢັ່ງຫາງສຽງຂອງອົງການແອັມແອັສຢູ-ບາຍລິງສ໌ (MSU-Billings) ໃນກາງເດືອນຕຸລານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG