ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ ເສຍຊີວິດ ໃນການໂຈມຕີດ້ວຍມີດ ຢູ່ວິຫານແຫ່ງນຶ່ງ ໃນປະເທດຝຣັ່ງ


ຕຳຫຼວດ ແລະພວກດັບໄຟຝຣັ່ງ ຢືນຢູ່ໃກ້ໆພະວິຫານ Notre Dame ຫຼັງຈາກມືມີດໂຈມຕີ ທີ່ເມືອງນິສ ເມື່ອວັນທີ 29 ຕຸລານີ້.
ຕຳຫຼວດ ແລະພວກດັບໄຟຝຣັ່ງ ຢືນຢູ່ໃກ້ໆພະວິຫານ Notre Dame ຫຼັງຈາກມືມີດໂຈມຕີ ທີ່ເມືອງນິສ ເມື່ອວັນທີ 29 ຕຸລານີ້.

ເຈົ້າໜ້າທີ່ຝຣັ່ງ ໄດ້ລະບຸຕົວຜູ້ຕ້ອງສົງໄສໃນການໃຊ້ມີດແທງທີ່ເຮັດໃຫ້ 3 ຄົນເສຍຊີວິດ ຢູ່ທີ່ເມືອງນິສ (Nice) ທາງພາກໃຕ້ຂອງປະເທດຝຣັ່ງ.

ຜູ້ຕ້ອງສົງໄສຄົນນີ້ ຖືກລະບຸຕົວວ່າແມ່ນທ້າວບຣາຮິມ ອູອິສຊາອຸຍ ຊາວຕູນີເຊຍອາຍຸ 21 ປີ.

ອີງຕາມລາຍງານຂອງບີບີຊີ ແລະອົງການຂ່າວຣອຍເຕີ້ແລ້ວ ທ້າວອູອິສຊາອຸຍໄດ້ໄປເຖິງເກາະແລມເປດູຊາຂອງອີຕາລີ ໂດຍທາງເຮືອ ໃນເດືອນກັນຍາແລ້ວນີ້. ຫຼັງຈາກຖືກປ່ອຍ ຈາກການກັກໂຕເພື່ອຄວບຄຸມໄວຣັສໂຄໂຣນາ ລາວກໍໄດ້ອອກເດີນທາງຈາກປະເທດອີຕາລີ. ມີລາຍງານວ່າ ຜູ້ກ່ຽວໄປເຖິງປະເທດຝຣັ່ງໃນຕົ້ນເດືອນນີ້.

ທ້າວອູອິສຊາອຸຍບໍ່ໄດ້ຢູ່ໃນບັນຊີລາຍຊື່ຜູ້ທີ່ສົງໄສເປັນພວກຫົວຮຸນແຮງຂອງຕູນີເຊຍ ແລະກໍບໍ່ໄດ້ເປັນທີ່ຮູ້ຈັກຂອງໜ່ວຍສືບລັບຝຣັ່ງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ການໂຈມຕີດັ່ງກ່າວແມ່ນເປັນການກະທຳທີ່ກໍ່ການຮ້າຍແລະຝຣັ່ງກໍໄດ້ເພີ້ມການເຕືອນໃນດ້ານຄວາມໝັ້ນຄົງແຫ່ງຊາດ ຂຶ້ນສູ່ລະດັບສູງສຸດ.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີມີຂຶ້ນໃນຕອນເຊົ້າວັນພະຫັດວານນີ້ ຢູ່ທີ່ພະວິຫານ Notre Dame ໃນເມືອງນິສ. ເຈົ້າໜ້າທີ່ກ່າວວ່າ ມີ 2 ຄົນເສຍຊີວິດຢູ່ຂ້າງໃນພະວິຫານດັ່ງກ່າວ ນຶ່ງໃນນັ້ນມີລາຍງານວ່າ ຖືກຕັດຫົວ. ສ່ວນຜູ້ທີສາມທີ່ໄດ້ຮັບບາດເຈັບສາຫັດ ສາມາດຫລົບໜີຈາກພະວິຫານໄປໄດ້ ແຕ່ເສຍຊີວິດໃນເວລາບໍ່ດົນຕໍ່ມາ.

ຢູ່ໃນອີກເຫດການນຶ່ງນັ້ນ ຕຳຫຼວດໄດ້ຍິງຜູ້ຊາຍຄົນນຶ່ງ ທີ່ມີມີດເປັນອາວຸດ ເຖິງແກ່ຄວາມຕາຍ ຢູ່ທີ່ເມືອງອາວີຍົງ (Agignong) ໃນພາກໃຕ້ຂອງຝຣັ່ງ ແລະຢູ່ທີ່ຊາອຸດີ ອາຣາເບຍ ຜູ້ຊາຍຄົນນຶ່ງໄດ້ຖືກຈັບ ຫຼັງຈາກລາວໄດ້ທຳຮ້າຍຍາມຢູ່ຕໍ່ ໜ້າສະຖານກົງສຸນຝຣັ່ງທີ່ເມືອງເຈັດດາ ໃຫ້ໄດ້ຮັບບາດເຈັບ.

ເຈົ້າເມືອງ ເມືອງນິສ ທ່ານຄຣິສຕຽນ ແອັດໂຕຣຊີ ກ່າວເຖິງການໂຈມຕີຢູ່ເມືອງນິສວ່າ ເປັນການໂຈມຕີກໍ່ການຮ້າຍ. ທ່ານເວົ້າວ່າ ມັນແມ່ນຜູ້ເຄາະຮ້າຍ ຈາກການໂຈມຕີຂອງອັນທີ່ທ່ານເອີ້ນວ່າ ອິສລາມໂມ-ຟາຊິສ. ທ່ານກ່າວວ່າ ຜູ້ຕ້ອງສົງໄສໄດ້ຖືກສົ່ງໄປໂຮງໝໍ ຍ້ອນໄດ້ຮັບບາດເຈັບໃນລະຫວ່າງຕຳຫຼວດຈັບ ແຕ່ຜູ້ກ່ຽວກັບກໍຍັງບໍ່ຢຸດເຊົາ ຮ້ອງອອກມາວ່າ “ອາລລາ ອັກບາ” ໃນລະຫວ່າງທີ່ຖືກຄຸມຂັງຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG