ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດຕາເວັນຕົກ ສຽງຕໍ່ການສູນເສຍ ເທີກີ ນັ້ນຄືຄຳເຕືອນ ຂອງ ສະຫະລັດ


ພາກສ່ວນທຳອິດ ຂອງລະບົບປ້ອງກັນທາງອາກາດ ລູກສອນໄຟ S-400 ຂອງຣັດເຊຍ ພວມຂົນລົງຈາກເຮືອບິນ ໃກ້ໆນະຄອນຫຼວງອັງກາຣາ ປະເທດເທີກີ ເມື່ອວັນທີ 12 ກໍລະກົດ 2019.
ພາກສ່ວນທຳອິດ ຂອງລະບົບປ້ອງກັນທາງອາກາດ ລູກສອນໄຟ S-400 ຂອງຣັດເຊຍ ພວມຂົນລົງຈາກເຮືອບິນ ໃກ້ໆນະຄອນຫຼວງອັງກາຣາ ປະເທດເທີກີ ເມື່ອວັນທີ 12 ກໍລະກົດ 2019.

ສະຫະລັດເຕືອນເທີກີ ບໍ່ໃຫ້ເອົາບາດກ້າວເພີ້ມຕື່ມ ກ່ຽວກັບການນຳໃຊ້ລະບົບປ້ອງກັນທາງອາກາດ S-400 ໂດຍກ່າວວ່າ ຈະມີຜົນທີ່ຕິດຕາມມາເຖິງແມ່ນວ່າຈະເປັນການສ່ຽງຕໍ່ການຜັກດັນໃຫ້ອັງກາຣາ ຍັບໃກ້ເຂົ້າໄປສູ່ການເປັນພັນທະມິດກັບມົສກູກໍຕາມ.

ຄວາມສຳພັນລະຫວ່າງວໍຊິງຕັນ ແລະອັງກາຣາ ຊຶ່ງຊຸດໂຊມລົງໃນໄລຍະສອງສາມປີຜ່ານມານີ້ ໄດ້ຕົກສູ່ຈຸດຕ່ຳສຸດຄັ້ງໃໝ່ໃນອາທິດແລ້ວນີ້ ເວລາປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ໃຫ້ການຢືນຢັນວ່າ ກອງທັບຂອງທ່ານ ໄດ້ທຳການທົດລອງລະບົບອາວຸດທີ່ເຮັດໂດຍຣັດເຊຍດັ່ງກ່າວ.

ການປະກາດທີ່ວ່ານີ້ ໄດ້ພາໃຫ້ມີການກ່າວປະນາມໂດຍພວກເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ. ເຈົ້າໜ້າທີ່ສຳຄັນຄົນນຶ່ງ ຂອງກະຊວງການຕ່າງປະເທດສະຫະລັດກ່າວໃນວັນພຸດວານນີ້ວ່າ ຄວາມສ່ຽງທີ່ເທີກີຈະຖືກລົງໂທດຮອບໃໝ່ “ແມ່ນມີຫຼາຍໆແທ້ໆ.”

ທ່ານອາຣ໌ ຄລາກ ຄູເປີ (R. Clarke Cooper) ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ກ່າວຕໍ່ພວກນັກຂ່າວວ່າ “ການລົງໂທດແມ່ນສິ່ງທີ່ກຳລັງວາງຢູ່ເທິງໂຕະ.”

ບໍ່ພຽງແຕ່ລະບົບ S-400 ບໍ່ມີຄວາມສາມາດຖ່າຍໂອນຂໍ້ມູນລະຫວ່າງເຄື່ອງຄອມພິວເຕີ້ ກັບລະບົບຂອງສະຫະລັດເທົ່ານັ້ນ ທ່ານຄູເປີເວົ້າວ່າ “ແຕ່ມັນຍັງບໍ່ສາມາດຖ່າຍໂອນຂໍ້ມູນ ກັບລະບົບຂອງອົງການເນໂຕ້ນຳດ້ວຍ.

ທ່ານຄູເປີກ່າວຕື່ມວ່າ “ການຖ່າຍໂອນຂໍ້ມູນຂອງອາວຸດຫຼືລະບົບແບບນີ້ ຍັງໄດ້ກໍ່ໃຫ້ເກີດຄວາມສ່ຽງເພີ້ມຂຶ້ນຕໍ່ການຖືກລົງໂທດ ແລະມີຄວາມສ່ຽງຫຼາຍຂຶ້ນ ຕໍ່ການທີ່ຈະຖືກຈຳກັດຮັດແຄບຕື່ມ.”

ເທີກີ ໄດ້ເຊັນຂໍ້ຕົກລົງຊື້ລະບົບປ້ອງກັນທາງອາກາດ S-400 ຈາກຣັດເຊຍ ໃນປີ 2017. ການຈັດສົ່ງລະບົບອາວຸດດັ່ງກ່າວຊຸດທຳອິດ ມີຂຶ້ນໃນເດືອນກໍລະກົດປີກາຍນີ້.

ນັບຕັ້ງແຕ່ນັ້ນມາ ສະຫະລັດໄດ້ສັ່ງໃຫ້ໂຈະ ບໍ່ໃຫ້ເທີກີ ເຂົ້າຮ່ວມໃນໂຄງການ ສ້າງເຮືອບິນລົບອາຍພົ່ນເຣດ້າຈັບບໍ່ໄດ້ F-35 ແລະໄດ້ຂົ່ມຂູ່ຕະຫຼອດມາວ່າ ຈະທຳການລົງໂທດຕໍ່ອັງກາຣາ ແຕ່ຍັງບໍ່ທັນມີການລົງໂທດຫຍັງເທື່ອເກີດຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG