ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີປຸ່ນ ອິນໂດເນເຊຍ ຕົກລົງ ເສີມຂະຫຍາຍ ສາຍສຳພັນ ດ້ານປ້ອງກັນປະເທດ ແລະການຄ້າ


ໃນຮູບນີ້ ທີ່ນຳອອກເຜີຍແຜ່ ໂດຍທຳນຽບປະທານາທິບໍດີອິນໂດເນເຊຍ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ (ຊ້າຍ) ແລະປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວີໂດໂອ ພວມເຄົາລົບທຸງຊາດ ທີ່ທຳນຽບປະທານາທິບໍດີ ໂບກໍ ເມື່ອວັນທີ 20 ຕຸລາ 2020..
ໃນຮູບນີ້ ທີ່ນຳອອກເຜີຍແຜ່ ໂດຍທຳນຽບປະທານາທິບໍດີອິນໂດເນເຊຍ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ (ຊ້າຍ) ແລະປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວີໂດໂອ ພວມເຄົາລົບທຸງຊາດ ທີ່ທຳນຽບປະທານາທິບໍດີ ໂບກໍ ເມື່ອວັນທີ 20 ຕຸລາ 2020..

ຍີ່ປຸ່ນແລະອິນໂດເນເຊຍ ໄດ້ຕົກລົງກັນໃນວັນອັງຄານວານນີ້ ເພື່ອເລັງລັດການເຈລະຈາກ່ຽວ ກັບການປ້ອງກັນປະເທດ ແລະການຄ້າ ຍ້ອນປະເທດທັງສອງຕ່າງກໍມີຄວາມເປັນຫ່ວງຍ້ອນການເອົາທ່າທີແບບແຂງກ້າວຕື່ມຂຶ້ນຂອງຈີນໃນທົ່ວຂົງເຂດ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ (Yoshihide Suga) ໄດ້ພົບປະ ກັບປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວີໂດໂດ ໃນບ່ອນຢຸດແວ່ແຫ່ງທີສອງ ຂອງການຢ້ຽມຢາມຫວຽດນາມ ແລະອິນໂດເນເຊຍເປັນເວລາ 4 ມື້ ຊຶ່ງເປັນການຢ້ຽມຢາມຕ່າງປະເທດເປັນເທື່ອທຳອິດນັບຕັ້ງແຕ່ໄດ້ເຂົ້າຮັບຕຳແໜ່ງແທນທ່ານຊິນໂຊ ອາເບະ ໃນເດືອນກັນຍາທີ່ຜ່ານມາ.

ໂດຍການຊຸກຍູ້ “ເຂດອິນໂດ-ປາຊີຟິກທີ່ເສລີ ແລະເປີດກວ້າງ” ໃນການໂຄສະນາເຜີຍແຜ່ ເພື່ອໃຫ້ມີການຮ່ວມມື ໃນຂົງເຂດຂອງທ່ານນັ້ນ ທ່ານຊູກະໄດ້ຮຽກ ຮ້ອງໃຫ້ມີການໂຍະຍານຜ່ອນຜັນກ່ຽວກັບການຈຳກັດຮັດແຄບໃນການເດີນທາງ ທາງດ້ານທຸລະກິດລະຫວ່າງບັນດາປະເທດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກ ໂຣກລະບາດໂຄວິດ-19 ແລະການດຳເນີນຄວາມພະຍາຍາມເພື່ອໃຫ້ມີການປະສານງານຮ່ວມມືກັນໃນທະເລຈີນໃຕ້ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນັ້ນ.

ທ່ານຊູກະ ກ່າວທີ່ທຳນຽບໂບກໍ ໃກ້ໆນະຄອນຫຼວງຈາກາຕ້າວ່າ ເພື່ອ “ຈະສ້າງຄວາມກ້າວໜ້າໃຫ້ແກ່ການຮ່ວມມືທາງດ້ານຄວາມໝັ້ນຄົງແລະປ້ອງກັນປະເທດລະຫວ່າງປະເທດທັງສອງ ທ່າມກາງການປ່ຽນແປງຂອງສະຖານະການຢູ່ໃນພູມີພາກແລ້ວ ພວກເຮົາຈຶ່ງໄດ້ຕົກລົງກັນ ເປີດກອງປະຊຸມ ລະດັບລັດຖະມົນຕີຕ່າງ ປະເທດໂດຍໄວ ແລະເລັ່ງລັດການເຈລະຈາກ່ຽວກັບການມອບໂອນອຸບປະກອນແລະເທັກໂນໂລຈີ ໃນດ້ານປ້ອງກັນປະເທດ.”

ທ່ານຊູກະ ກ່າວຢູ່ໃນຖະແຫຼງການຮ່ວມ ຫຼັງຈາກການພົບປະກັນວ່າ “ຂ້າພະເຈົ້າໃຫ້ການສະໜັບສະໜູນຕໍ່ວິໄສທັດຂອງອາຊຽນຕໍ່ເຂດອິນໂດ-ປາຊີຟິກ ຊຶ່ງອິນໂດເນເຊຍເປັນຜູ້ລິເລີ້ມ ໃນຂະນະທີ່ມັນມີຫຼັການພື້ນຖານສຳຄັນ ແບບດຽວກັນກັບເຂດອິນໂດ-ປາຊີຟິກ ທີ່ເສລີແລະເປີດກວ້າງຂອງຍີ່ປຸ່ນ.”

ຫຼັງຈາກນັ້ນ ທ່ານໂຈໂກກໍໄດ້ຮຽກຮ້ອງໃຫ້ເສີມຂະຫຍາຍຄວາມສຳພັນທີ່ສຳຄັນລະຫວ່າງ ໂຕກຽວ ກັບຈາກາຕ້າ “ທ່າມກາງທີ່ມີການແຂ່ງຂັນກັນເພີ້ມຂຶ້ນຢ່າງຈະ ແຈ້ງ ລະຫວ່າງປະເທດມະຫາອຳນາດໃຫຍ່ໆຂອງໂລກ” ຊຶ່ງເປັນການໝາຍເຖິງການປະເຊີນໜ້າກັນທີ່ເພີ້ມທະວີຂຶ້ນ ລະຫວ່າງສະຫະລັດ ແລະຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG