ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໕ ມີນາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ພວກຖືກຂັງ ຢູ່ເກົາຫຼີເໜືອ ມັກຈະຖືກທໍລະມານ ແລະປະຕິບັດຕໍ່ແບບບໍ່ດີ


ຕຳຫຼວດຄວບຄຸມຄຸກແມ່ຍິງຄົນນຶ່ງ ພວມຢືນຍາມ ໃກ້ໆຮົ້ວ ແຄມຝັ່ງແມ່ນ້ຳຢາລູ ໃນເຂດຈົງຊອງ ຂອງເກົາຫຼີເໜືອ ທີ່ຕັ້ງຢູ່ກົງກັນຂ້າມ ກັບເມືອງແດນດົງຂອງຈີນ.
ຕຳຫຼວດຄວບຄຸມຄຸກແມ່ຍິງຄົນນຶ່ງ ພວມຢືນຍາມ ໃກ້ໆຮົ້ວ ແຄມຝັ່ງແມ່ນ້ຳຢາລູ ໃນເຂດຈົງຊອງ ຂອງເກົາຫຼີເໜືອ ທີ່ຕັ້ງຢູ່ກົງກັນຂ້າມ ກັບເມືອງແດນດົງຂອງຈີນ.

ລະບົບການຄຸມຂັງກ່ອນການດຳເນີນຄະດີຢູ່ໃນເກົາຫຼີເໜືອ ແມ່ນກ່າວກັນວ່າ ມີການທໍລະ ມານຕໍ່ພວກທີ່ຖືກກ່າວຫາຢ່າງແຜ່ກວ້າງ ປະຕິບັດຕໍ່ພວກເຂົາໃນທາງທີ່ເປັນການດູຖູກຢຽດຢາມແລະມີການສໍ້ລາດບັງຫຼວງຢ່າງກວ້າງຂວາງ ອີງຕາມລາຍງານສະບັບໃໝ່ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫລື HRW.

ກຸ່ມປົກປ້ອງສິດທິມະນຸດ ທີ່ມີສຳນັກງານຕັ້ງຢູ່ນະຄອນນິວຢອກດັ່ງກ່າວ ໄດ້ເປີດເຜີຍໃຫ້ຮູ້ກ່ຽວກັບລະບົບຕຸລາການ ແບບປິດລັບຂອງເກົາຫຼີເໜືອ ຢູ່ໃນລາຍງານຍາວ ​88 ໜ້າ ທີ່ນໍາອອກເຜີຍແຜ່ ໃນວັນຈັນວານນີ້ ໂດຍອີງຕາມຄໍາບອກເລົ່າຂອງອະດີດພວກນັກໂທດ ພ້ອມທັງ ອະດີດເຈົ້າໜ້າທີ່ລັດຖະບານ ທີ່ໄດ້ໂຕນໜີອອກຈາກປະເທດ.

ອະດີດພວກນັກໂທດກ່າວວ່າ ເຂົາເຈົ້າໄດ້ຖືກບັງຄັບ ໃຫ້ນັ່ງຢູ່ແບບບໍ່ໃຫ້ເໜັງຕີງເປັນເວລາຫຼາຍໆມື້ ກົ້ມໜ້າລົງແລະໃຫ້ເບິ່ງໄປທີ່ພື້ນ. ເຂົາເຈົ້າກ່າວວ່າ ຖ້າພວກນັກໂທດຫາກເໜັງຕີງ ຍາມຈະລົງໂທດຄົນນັ້ນ ພ້ອມກັບພວກນັກໂທດຄົນອື່ນໆນຳດ້ວຍ ທີ່ຢູ່ໃນຫ້ອງຂັງດຽວກັນ.

ມີລາຍງານວ່າ ພວກນັກໂທດແມ່ຍິງບາງຄົນ ໄດ້ຖືກລວນລາມທາງເພດ ແລະປຸກປ້ຳ ຮວມທັງຖືກຂົ່ມຂືນສຳເລົານຳດ້ວຍ.

ທ່ານແບຣດ ແອແດມ (Brad Adams) ຜູ້ອຳນວຍການເຂດເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ HRW ກ່າວວ່າ “ລະບົບການຄຸມຂັງ ແລະການສືບສວນ ກ່ອນການດຳເນີນຄະດີໃນເກົາຫຼີເໜືອ ແມ່ນເຮັດໄປຕາມອຳເພີໃຈ ໃຊ້ຄວາມຮຸນແຮງ ໂຫດຮ້າຍທາລຸນແລະແບບສ້າງຄວາມເຊືີ່ອມເສຍ.”

ທ່ານກ່າວຕື່ມວ່າ “ຊາວເກົາຫຼີເໜືອເວົ້າວ່າເຂົາເຈົ້າມີຊີວິດດ້ວຍຄວາມຢ້ານກົວຢູ່ທຸກເວລາທີ່ຈະຕົກຢູ່ໃນລະບົບ ບ່ອນທີ່ຂັ້ນຕອນຂອງພວກເຈົ້າໜ້າທີ່ຊຶ່ງຕາມປົກ ກະຕິແລ້ວ ແມ່ນຄາດວ່າຜູ້ຕ້ອງສົງໄສມີຄວາມຜິດ ໂດຍບໍ່ສຳຄັນວ່າ ມີສ່ວນພົວ ພັນນຳຫຼືບໍ່ ແລະທາງອອກທາງດຽວເທົ່ານັ້ນກໍຄືໂດຍຜ່ານການໃຫ້ເງິນສິນບົນຫຼືມີເສັ້ນມີສາຍຫຼືບໍ່.”

ລາຍງານດັ່ງກ່າວນີ້ ຍັງບໍ່ທັນມີການໃຫ້ຄວາມເຫັນໃດໆຈາກພຽງຢາງເທື່ອແລະລັດຖະບານເກົາຫຼີເໜືຶອໄດ້ປະຕິເສດຊ້ຳແລ້ວຊ້ຳອີກທີ່ວ່າ ຕົນບໍ່ໄດ້ລະເມີດສິດທິມະນຸດໃດໆ.

ລາຍງານດັ່ງກ່າວແມ່ນອີງຕາມການສຳພາດກັບອະດີດເຈົ້າໜ້າທີ່ເກົາຫຼີເໜືອ 8 ຄົນທີ່ໄດ້ຫຼົບໜີອອກຈາກປະເທດ ແລະອະດີດພວກນັກໂທດອີກ 22 ຄົນຊຶ່ງໃນນັ້ນເປັນແມ່ຍິງ 15 ຄົນ ແລະຜູ້ຊາຍ 7 ຄົນ ຊຶ່ງທັງໝົດນີ້ແມ່ນຖືກຄຸມຂັງຫຼັງຈາກປີ 2011 ເວລາທ່ານກິມ ຈົງ ອຶນ ຜູ້ນຳຄົນປັດຈຸບັນຂຶ້ນກຳອຳນາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG