ສູນກາງຊັບພະຍາກອນໄວຣັສໂຄໂຣນາ ມະຫາວິທະຍາໄລ ຈອນສ໌ ຮອບກິນສ໌ ລາຍງານໃນຕອນເຊົ້າວັນອາທິດວານນີ້ວ່າ ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ເກືອບ 39 ລ້ານ 7 ແສນຄົນໃນທົ່ວໂລກ ແລະມີ 1 ລ້ານ 1 ແສນຄົນເສຍຊີວິດຍ້ອນເຊື້ອໄວຣັສດັ່ງກ່າວ.
ສະຫະລັດຍັງສືບຕໍ່ເປັນປະເທດທີ່ນຳໜ້າໝູ່ໃນໂລກ ໂດຍມີຜູ້ຕິດເຊື້ອທັງໝົດ 8 ລ້ານ 1 ແສນຄົນ.
ອິນເດຍກ່າວໃນວັນອາທິດວານນີ້ວ່າ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍເປັນປະຫວັດການ 61,000 ພັນກວ່າຄົນໃນໄລຍະ 24 ຊົ່ວໂມງຜ່ານມາ. ອິນເດຍມີຜູ້ຕິດໂຄວິດ-19 ທັງໝົດເກືອບ 7 ລ້ານ 5 ແສນຄົນແລະມີຜູ້ເສຍຊີວິດຫຼາຍກວ່າ 114,000 ພັນຄົນ ອີງຕາມສະຖິຕິຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌.
ອີຕາລີ ມີຜູ້ຕິດເຊື້ອໃໝ່ ຫຼາຍທີ່ສຸດຕໍ່ມື້ ຄືມີ 11,705 ກໍລະນີ ໃນວັນອາທິດວານນີ້ ຊຶ່ງນາຍົກລັດຖະມົນຕີ ກິວເຊັບເປ ກົງເຕ ໄດ້ມອບອຳນາດໃຫ້ພວກເຈົ້າເມືອງມີສິດປິດບ່ອນໂຮມຊຸມນຸມຂອງປະຊາຊົນ ແລະສະຖານທີ່ຕ່າງໆທີ່ມີປະຊາຊົນມັກໄປເຕົ້າໂຮມກັນ ຫຼັງຈາກ 9 ໂມງແລງແລ້ວ.
ທ່ານກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ “ສະຖານະການແມ່ນມີຄວາມຫຼໍ່ແຫລມ. ລັດຖະບານແມ່ນມີຢູ່ ແຕ່ທຸກຄົນຕ້ອງໄດ້ເຮັດໜ້າທີ່ຂອງເຂົາເຈົ້າ.” ລັດຖະບານທ່ານກົງເຕໄດ້ຫາທາງບໍ່ຢາກໃຫ້ມີການປິດປະເທດຮອບໃໝ່ ຄືກັນກັບທີ່ໄດ້ເຮັດໃນເດືອນມີນາຜ່ານມາ.”
ອີຕາລີເປັນປະເທດນຶ່ງທີ່ໄດ້ຮັບຜົນກະທົບໜັກທີ່ສຸດໃນຢູໂຣບ ແລະໃນຂະນະທີ່ຄື້ນຟອງຫົວທີສອງ ຂອງໄວຣັສໂຄໂຣນາເລີ້ມການລະບາດຢູ່ນັ້ນ ອີິຕາລີຈຶ່ງໄດ້ສັ່ງໃຫ້ເອົາມາດຕະການຕ່າງໆ ເຊັ່ນບັງຄັບໃຫ້ຜູ້ຄົນໃສ່ໜ້າກາກ ຢູ່ໃນສະຖານທີ່ສາທາລະນະ ຈຳກັດຊົ່ວໂມງສຳລັບຮ້ານອາຫານທີ່ອະນຸຍາດໃຫ້ຜູ້ຄົນເຂົ້າໄປນັ່ງກິນຢູ່ຂ້າງໃນ ແລະຫ້າມເຮັດບຸນຕ່າງໆ.
ຖະໜົນສາຍຕ່າງໆໃນນະຄອນຫຼວງປາຣີິແມ່ນເປົ່າແປນໃນຄືນວັນເສົາຜ່ານມານີ້ໃນຂະນະທີ່ນະຄອນດັ່ງກ່າວໄດ້ຫ້າມຜູ້ຄົນອອກນອກເຮືອນແຕ່ 9 ໂມງແລງຫາ 6 ໂມງເຊົ້າ ທີ່ແນໃສ່ເພື່ອຊ່ວຍຫຼຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາ.
ນອກນັ້ນແລ້ວ 7 ຫົວເມືອງຂອງຝຣັ່ງ ຮວມທັງລີອົງ ເກຣີໂນບ ແອຊັງໂປຣວັງ ມົງແປລລີເອ ລີລເລີ ຣູອັງ ແລະແຊັງເອຈຽນ ກໍມີການຫ້າມອອກນອກເຮືອນໃນຍາມກາງຄືນເຊັ່ນດຽວກັນ.
ສ່ວນປະເທດບຽລຈ້ຽມ ກໍມີການຫ້າມອອກນອກເຮືອນໃນຍາມກາງຄືນ ເລີ້ມແຕ່12 ໂມງທ່ຽງຄືນໄປຫາ 5 ໂມງເຊົ້າ. ການຫ້າມອອກນອກເຮືອນໃນທົ່ວປະເທດທີ່ເລີ້ມແຕ່ວັນຈັນມື້ນີ້ ແມ່ນເພື່ອຮັບມື ກັບການລະບາດທີ່ມີຈຳນວນເພີ້ມຂຶ້ນຂອງກໍລະນີໂຄວິດ-19. ຍິ່ງໄປກວ່ານັ້ນແບລຈ້ຽມຍັງສັ່ງໃຫ້ຮ້ານກາເຟ ບາແລະຮ້ານ ອາຫານທັງໝົດປິດ ເລີ້ມໃນວັນຈັນມື້ນີ້.