ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໃນການປະຊຸມ ຕອບຄຳຖາມ ທີ່ຈັດຂຶ້ນທາງໂທລະພາບ ຄົນລະຊ່ອງ ປ. ທຣຳ ແລະທ່ານໄບເດັນ ໄດ້ຖົກຖຽງກັນ ໃນການຮັບມື ກັບການລະບາດ ຂອງໄວຣັສໂຄໂຣນາ


ຮູບຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ (ຊ້າຍ) ແລະຜູ້ສະໝັກປະທານາທິບໍດີ ຈາກພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໂຕ້ວາທີກັນ ທີ່ເມືອງຄລີບແລນ ລັດໂອຮາຍໂອ ເມື່ອວັນທີ 29 ກັນຍາ 2020.
ຮູບຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ (ຊ້າຍ) ແລະຜູ້ສະໝັກປະທານາທິບໍດີ ຈາກພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໂຕ້ວາທີກັນ ທີ່ເມືອງຄລີບແລນ ລັດໂອຮາຍໂອ ເມື່ອວັນທີ 29 ກັນຍາ 2020.

ຜູ້ສະໝັກເປັນປະທານາທິບໍດີຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ໃນແລງວັນພະຫັດວານນີ້ ໄດ້ຕ້ອງຕິໃນອັນທີ່ທ່ານຮ້ອງວ່າ ການຮັບມືກັບໂຣກລະບາດໄວຣັສໂຄໂຣນາ “ແບບຕື່ນຕົກໃຈ” ຂອງປະທານາທິບໍດີດໍໂນລ ທຣຳໃນຂະນະທີ່ທ່ານທຣຳ ໄດ້ກ່າວປ້ອງກັນ ການຮັບມືກັບວິກິດການດັ່ງກ່າວຂອງທ່ານ ທີ່ເຮັດໃຫ້ຊາວອາເມຣິກັນ ເສຍຊີວິດໄປແລ້ວຫຼາຍກວ່າ 217,000 ຄົນ ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ້.

ໃນການຖະແຫຼງຕໍ່ກອງປະຊຸມຕອບຄຳຖາມທີ່ຈັດຂຶ້ນແຂ່ງກັນ ແລະອອກອາກາດ ພ້ອມໆກັນຄົນລະຕາໜ່າງໂທລະພາບ ຫຼັງຈາກການໂຕ້ວາທີ ຊຶ່ງຕົ້ນຕໍກຳນົດໃສ່ແລງວັນພະຫັດໄດ້ມີການຍົກເລີກ ລຸນຫຼັງທີ່ທ່ານທຣຳໄດ້ຕິດໂຄວິດ-19 ຊຶ່ງເປັນພະຍາດທີ່ມາຈາກໄວຣັສໂຄໂຣນາ.

ການປະຊຸມຕອບຄຳຖາມທີ່ມີການແບ່ງກັນໃນຈໍໂທລະພາບແມ່ນເປັນການເຕືອນຢ່າງຈະແຈ້ງໃນຫຼາຍດ້ານ ເຖິງການໂຄສະນາຫາສຽງທີ່ໄດ້ມີການປ່ຽນແປງຍ້ອນໂຣກລະບາດໂຄວິດ-19 ທີ່ໄດ້ພາໃຫ້ 18 ລ້ານກວ່າຄົນພາກັນໄປປ່ອນບັດລ່ວງໜ້າສອງອາທິດກ່ອນການເລືອກຕັ້ງໃນວັນທີ 3 ພະຈິກ.

ທ່ານໄບເດັນໄດ້ກ່າວຕໍ່ຜູ້ມີສິດປ່ອນບັດຢູ່ນະຄອນຟີລາແດລເຟຍຜ່ານທາງໂທລະພາບ ABC ໂດຍໄດ້ຖິ້ມໂທດໃສ່ປະທານາທິບໍດີສັງກັດພັກຣີພັບບລີກັນວ່າ ປິດບັງຄວາມຮ້າຍແຮງຂອງເຊື້ອໄວຣັສ ທີ່ໄດ້ຕິດແປດໃສ່ເກືອບ 8 ລ້ານຄົນແລ້ວ ຢູ່ໃນສະຫະລັດ.

ທ່ານໄບເດັນກ່າວວ່າ “ທ່ານເວົ້າວ່າ ທ່ານບໍ່ໄດ້ບອກໃຫ້ຜູ້ໃດຮູ້ ຍ້ອນທ່ານຢ້ານວ່າຊາວອາເມຣິກັນຈະຕື່ນຕົກໃຈ. ຊາວອາເມຣິກັນ ບໍ່ໄດ້ຕື່ນຕົກໃຈເລີຍ. ທ່ານເປັນຜູ້ຕື່ນຕົກໃຈ.”

ປະທານາທິບໍດີທຣຳ ໄດ້ກ່າວປ້ອງກັນການຮັບມືຂອງທ່ານ ກັບໂຣກລະບາດດັ່ງກ່າວ ພ້ອມທັງການປະພຶດປະຕິບັດສ່ວນໂຕຂອງທ່ານ ຮວມທັງການຈັດພິທີ ທີ່ສວນດອກກຸຫຼາບຂອງທຳນຽບຂາວ ທີ່ມີພຽງບໍ່ເທົ່າໃດຄົນທໍ່ນັ້ນ ໃສ່ໜ້າກາກປິດປາກ ຫຼືຮັກສາໄລຍະຫ່າງກັນ ຊຶ່ງເຮັດໃຫ້ມີຜູ້ໄປຮ່ວມພິທີຈຳນວນນຶ່ງຕິດເຊື້ອໄວຣັສດັ່ງກ່າວ.

ທ່ານທຣຳກ່າວຜ່ານໂທລະພາບ NBC ຕໍ່ໜ້າແຂກຜູ້ມິີສິດປ່ອນບັດຈຳນວນນຶ່ງທີ່ໂຮມຊຸມນຸມກັນຢູ່ຂ້າງນອກ ໃນນະຄອນໄມອາມີ ໂດຍເວົ້າວ່າ “ເຮ ຂ້າພະເຈົ້າເປັນປະທານາທິບໍດີ ຂ້າພະເຈົ້າຕ້ອງພົບພໍ້ຜູ້ຄົນ ຂ້າພະເຈົ້າບໍ່ສາມາດໄປລີ້ຢູ່ໃນຫ້ອງຊັ້ນໃຕ້ດິນ” ຊຶ່ງເປັນການຕ້ອງຕິແບບເປັນໄນ ຕໍ່ທ່ານໄບເດັນ ທີ່ໄດ້ຢຸດເຊົາການໂຄສະນາຫາສຽງເປັນເວລາຫຼາຍໆເດືອນ ໃນລະຫວ່າງທີ່ເກີດໂຣກລະບາດຢູ່ນັ້ນ.

ທ່ານທຣຳບໍ່ໄດ້ຕອບຄຳຖາມ ກ່ຽວກັບວ່າ ທ່ານກວດເປັນລົບ ເທື່ອສຸດທ້າຍ ໃນເວລາໃດແທ້ ກ່ອນຕິດເຊື້ອໄວຣັສ ໂດຍເວົ້າວ່າ ທ່ານຈື່ບໍ່ໄດ້ວ່າແມ່ນຍາມໃດ.

ທ່ານທຣຳ ຊຶ່ງໄດ້ລົບກວນທ່ານໄບເດັນ ໃນລະຫວ່າງການໂຕ້ວາທີ ທີ່ວຸ້ນວາຍ ເມື່ອ 2 ອາທິດກ່ອນນັ້ນ ຢືນຢັດດ້ວຍນ້ຳສຽງທີ່ແຂງຂັນ ໂຕ້ຖຽງເລື້ອຍໆກັບຜູ້ຈັດລາຍການ ຊາແວນນາ ກູທຣີ (Savannah Guthrie.)

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG