ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການທົດລອງ ຢາວັກຊີນ ກັນໂຄວິດ-19 ຂອງບໍລິສັດອີລາຍ ລິລລີ ຖືກສັ່ງໃຫ້ໂຈະ ຍ້ອນເຫດຜົນ ເລື້ອງຄວາມປອດໄພ


ທ່ານເດວິດ ຣິກສ໌ (David Ricks) ປະທານແລະຜູ້ບໍລິຫານງານ ຂອງບໍລິສັດ Eli Lilly and Company ພວມຍ່າງອອກໄປ ຫຼັງຈາກຖະແຫຼງເສັດແລ້ວ ຢູ່ສວນດອກກຸຫຼາບຂອງທຳນຽບຂາວ ເມື່ອວັນອັງຄານ ທີ 26 ພຶດສະພາ 2020. (AP Photo/Evan Vucci)
ທ່ານເດວິດ ຣິກສ໌ (David Ricks) ປະທານແລະຜູ້ບໍລິຫານງານ ຂອງບໍລິສັດ Eli Lilly and Company ພວມຍ່າງອອກໄປ ຫຼັງຈາກຖະແຫຼງເສັດແລ້ວ ຢູ່ສວນດອກກຸຫຼາບຂອງທຳນຽບຂາວ ເມື່ອວັນອັງຄານ ທີ 26 ພຶດສະພາ 2020. (AP Photo/Evan Vucci)

ບໍລິສັດເພສັດຊະກຳອີກບໍລິສັດນຶ່ງໄດ້ຢຸດເຊົາການຊັກຢາວັກຊີນທົດລອງກັນໂຄວິດ-19 ຍ້ອນມີຄວາມເປັນຫ່ວງໃນດ້ານຄວາມປອດໄພ.

ບໍລິສັດອີລາຍ ລິລລີ ແລະຄຳປານີ (Eli Lilly and Company) ທີ່ມີສຳນັກງານ ຕັ້ງຢູ່ໃນສະຫະລັດ ໄດ້ປະກາດໃນວັນອັງຄານຜ່ານມານີ້ວ່າ ການທົດລອງຢາວັກຊີນຕໍ່ຕ້ານເຊື້ອໄວຣັສ ຂອງຕົນຢູ່ຕາມຄລີນິກຕ່າງໆ ໄດ້ຖືກສັ່ງໃຫ້ໂຈະໂດຍຄະນະກຳມະການສັງເກດການອິດສະຫຼະ “ຍ້ອນມີຄວາມເປັນຫ່ວງ” ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດໃດໆ.

ຢາວັກຊີນ ທີ່ທາງບໍລິສັດ Eli Lilly ກໍາລັງພັດທະນາ ຮ່ວມກັບບໍລິສັດໄບໂອເທັກ AbCellera ຂອງການາດາແມ່ນສ່ວນນຶ່ງໃນການປິ່ນປົວທີ່ຮູ້ກັນວ່າເປັນຢາທີ່ເຮັດຂຶ້ນມາ ເພື່ອໃຫ້ລະບົບພູມຕ້ານທານກາຍເປັນແຊລ ທີ່ພວກນັກວິທະຍາສາດຫວັງວ່າ ຈະຕໍ່ສູ້ກັບເຊື້ອໄວຣັສໄດ້. ການປິ່ນປົວ ແບບໃຊ້ ລະບົບພູມຕ້ານທານນີ້ ແມ່ນຄ້າຍຄືກັນ ກັບທີ່ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮັບຫຼັງຈາກກວດພົບວ່າຕິດເຊື້ອໂຄວິດ-19 ແລ້ວ ເມື່ອຕົ້ນເດືອນນີ້.

ການສຶກສາຊຶ່ງໄດ້ເລີ້ມຂຶ້ນໃນເດືອນສິງຫາຜ່ານມາ ແມ່ນແນໃສ່ເພື່ອໃຫ້ການປິ່ນປົວແກ່ພວກຄົນປ່ວຍ ທີ່ຕິດເຊື້ອໄວຣັສໂຄໂຣນາ​ 10,000 ຄົນ ຢູ່ຕາມໂຮງໝໍແຫ່ງຕ່າງໆໃນສະຫະລັດ.

ບໍລິສັດ Eli Lilly ໄດ້ຍື່ນຂໍອະນຸຍາດຈາກອົງການອາຫານແລະຢາຂອງສະຫະລັດ ເພື່ອໃຫ້ສາມາດນຳໃຊ້ຢາດັ່ງກ່າວແບບສຸກເສີນ ກັບພວກທີ່ຕິດໂຄວິດ-19ແບບທີ່ຍັງບໍ່ແຮງໄປຫາລະດັບປານກາງ ອີງຕາມຜົນການທົດລອງທີ່ແຕກຕ່າງກັນໃນຂັ້ນຕົ້ນນັ້ນ.

ນຶ່ງມື້ກ່ອນທີ່ມີການສັ່ງໃຫ້ໂຈະ ທາງບໍລິສັດຜະລິດຢາ Johnson & Jonhson ກໍໄດ້ຢຸດການທົດລອງຢາວັກຊີນໃນຂັ້ນສຸດທ້າຍຂອງຕົນຫຼັງຈາກມີການກວດພົບຜູ້ເຂົ້າຮ່ວມການທົດລອງຄົນນຶ່ງ ໄດ້ລົ້ມປ່ວຍແບບທີ່ບໍ່ສາມາດໃຫ້ການອະທິບາຍໄດ້.

ບໍລິສັດ Johnson & Johnson ໄດ້ເລີ້ມການທົດລອງ ໃນຂອບເຂດທີ່ກວ້າງຂວາງ ກ່ຽວກັບຢາວັກຊີນກັນໂຄວິດຂອງຕົນທີ່ໃຊ້ແຕ່ພຽງໂດສດຽວ ຊຶ່ງພົວພັນກັບອາສາສະໝັກ 60,0000 ຄົນ ຢູ່ໃນສະຖານທີ່ຕ່າງໆ 200 ແຫ່ງໃນສະຫະ ລັດ ແລະຕ່າງປະເທດ ຮວມທັງ ອາເຈັນຕີນາ ບຣາຊິລ ຊີເລ ເມັກຊິໂກ ແລະອາຟຣິກາໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG